ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການຜົ້ງສາລີ ທໍາລາຍໄຮ່ຝິ່ນ
Anonymous

Date:
ທາງການຜົ້ງສາລີ ທໍາລາຍໄຮ່ຝິ່ນ
Permalink   
 


ທາງການຜົ້ງສາລີ ທໍາລາຍໄຮ່ຝິ່ນ

F-Lux_signing.jpg

ໃນເດືອນ ມີນາ ຜ່ານມາ ທາງການ ແຂວງ ຜົ້ງສາລີ ໄດ້ເຂົ້າທໍາລາຍ ໄຮ່ປູກຝິ່ນໄດ້ ໃນພື້ນທີ່ ບາງບ່ອນ ສ່ວນຄົນປູກ ຫຼືເຈົ້າຂອງ ຍັງບໍ່ມີ ຮ່ອງຮອຍ ຕາມເຄີຍ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການ ຕ້ານ ຢາເສພຕິດ ແຂວງຜົ້ງສາລີ:

"ກໍທໍາລາຍ ຫວ່າງເດືອນ ແລ້ວນີ້ ສໍາເຣັດ ປະມານ 80 ເປີເຊັນ ເຈົ້າຂອງແທ້ໆ ເຮົາກໍບໍ່ຮູ້ ວ່າແມ່ນຄົນ ບ້ານໃດເມືອງໃດ ສ່ວນຫລວງຫລາຍ ມັນສິເຮັດ ຢູ່ຕາມຊາຍແດນ ຣະຫວ່າງ ເມີຈອງ ບາງເທື່ອ ເມື່ອນີ້ໄປເຮັດ ຢູ່ຂອບເຂດ ດິນຂອງ ເມືອງອື່ນ ແນວນັ້ນເດ້".

ທ່ານວ່າ ຫາກປູກຝິ່ນ ຢູ່ໃນດິນ ຂອງ ພວກເຂົາເຈົ້າເອງ ເຈົ້າໜ້າທີ່ ກໍຈະຮູ້ ແລະ ຈັບໄປໄດ້ງ່າຍ ຈຶ່ງໄປຊອກຫາ ປູກຢູ່ບ່ອນອື່ນ ທີ່ລັບໄກຕາ ເຈົ້າໜ້າທີ່. ທ່ານກ່າວ ຕໍ່ໄປວ່າ ເຖິງຈະທໍາລາຍ ໄຮ່ປູກຝິ່ນ ໄດ້ຫຼາຍ ກໍຕາມ ແຕ່ກໍຍັງມີ ໄຮ່ຝິ່ນຢູ່ ຕາມເຂດພູດອຍ ອີກຫລາຍເຮັກຕາຣ ທີ່ດາວທຽມ ສາມາດຖ່າຍຮູບ ໄວ້ໄດ້ ແຕ່ເຈົ້າໜ້າທີ່ ບໍ່ສາມາດ ເຂົ້າໄປ ທໍາລາຍໄດ້ ຍ້ອນເສັ້ນທາງ ລໍາບາກ ແລະ ກໍສ່ຽງຕໍ່ ອັນຕຣາຍ ເພາະມີຄົນ ເຝົ້າຍາມ ປະກອບອາວຸດ ພ້ອມທີ່ ຈະຕໍ່ສູ້ ຫາກມີ ຜູ້ບຸກລຸກ.

ໃນປີ 2011 ແຂວງ ຜົ້ງສາລີ ສາມາດ ທໍາລາຍ  ໄຮ່ປູກຝິ່ນໄດ້ ຊື່ງອາໄສ ຂໍ້ມູນຈາກ ອາສາສມັກ ແລະ ກອງຫລອນ ປະຈໍາບ້ານ ຈຶ່ງສາມາດຈັບ ຄົນປູກຝິ່ນໄດ້ ຈໍານວນນຶ່ງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard