ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນ ບໍ່ພໍໃຈໃນ ໃນໂຄງການ ຂອງຣັຖບານ ແຕ່ເຮັດຫຍັງ ບໍ່ໄດ້.
Anonymous

Date:
ປະຊາຊົນ ບໍ່ພໍໃຈໃນ ໃນໂຄງການ ຂອງຣັຖບານ ແຕ່ເຮັດຫຍັງ ບໍ່ໄດ້.
Permalink   
 


ປະຊາຊົນ ບໍ່ພໍໃຈໃນ ໃນໂຄງການ ຂອງຣັຖບານ ແຕ່ເຮັດຫຍັງ ບໍ່ໄດ້.

F-Lao-villagers-walking.jpg

ປະຊາຊົນລາວ ສ່ວນໃຫຍ່ ຢາກມີສ່ວນ ຮ່ວມໃນການ ຕັດສີນໃຈ ຂອງ ຣັຖບານ ໃນໂຄງການ ພັທນາໃຫຍ່ໆ ທີ່ຈະສົ່ງ ຜົລກະທົບ ຕໍ່ວິຖີຊີວິດ ຂອງ ພວກຂະເຈົ້າ ເຊັ່ນໂຄງການ ສ້າງເຂື່ອນ ການຂຸດຄົ້ນ ແຮ່ທາດ ແລະ ການປູກຕົ້ນໄມ້ ເສຖກິດ ຢາງພາລາ ເປັນຕົ້ນ. ດັ່ງຄົນລາວ ຜູ້ນື່ງເວົ້າວ່າ:

"ຄວາມເຫັນເຣຶ້ື້ອງ ການເມືອງ ກໍຢາກໃຫ້ ຣັຖບານ ແກ້ໄຂບັນຫາ ຄວາມທຸກຍາກ ຂອງ ປະຊາຊົນ ແລະກໍໃຫ້ ປະຊາຊົນ ມີສ່ວນຮ່ວມ ໃນການປົກຄອງ ທີ່ວ່າຈະ ເຮັດແນວໃດ ທີ່ໂຄງການໃຫຍ່ໆ ດັ່ງເຣື້ອງ ໄຟຟ້າ ຢາກໃຫ້ ປະຊາຊົນ ມີສ່ວນຮ່ວມ".

ຄົນລາວຜູ້ນັ້ນ ເວົ້າຕໍ່ໄປວ່າ ນອກຈາກການ ໃຫ້ສິດແກ່ ປະຊາຊົນແລ້ວ ກໍຢາກໃຫ້ ຣັຖບານ ແກ້ໄຂບັນຫາ ເສຖກິດ ໃຫ້ດີຂື້ນ ກວ່ານີ້ ຮ່ວມທັງການ ພັທນາ ໂຄງຮ່າງພື້ນຖານ ປະເພດຕ່າງໆ ເຊັ່ນ ຖນົນຫົນທາງ ຣະບົບ ນ້ຳສອາດ ໂຮງຫມໍ ໂຮງຮຽນ ແລະ ສາທາຣະນະປະໂພຄ ປະເພດຕ່າງໆ ໃນລາວ ກໍຢາກໃຫ້ ດີກວ່າເກົ່າ. ດ່ັງຄົນລາວ ອີກຜູ້ນື່ງ ໄດ້ເວົ້າ ກ່ຽວການ ປົກຄອງໃນລາວ ວ່າ:

"ການເມືອງການ ປົກຄອງ ຂອງລາວ ບັນຫານື່ງ ແມ່ນຣະບອບ ຂອງລາວ ເຮົານີ້ ເຂົາເອີ້ນວ່າ ຣະບອບ ປະຊາທິປະຕັຍ ປະຊາຊົນ ເຣື້ອງບັນຫານີ້ ໃນພາກ ປະຕິບັດ ຕົວຈີງ ມັນກໍມີຢູ່ ອັນດີ ອັນອ່ອນ ກໍທັມມະດາ ຕົວມັນ ເພາະວ່າການ ປະຕິບັດ ເຮັດວຽກງານ ແຕ່ລະ ຣະຍະ ມັນກໍບໍ່ອາດ ຈະດີຫມົດ".

ທີ່ຜ່ານມາ ການຕັດສີນໃຈ ຂອງ ຣັຖບານ ໃນໂຄງການ ໃຫຍ່ໆ ທີ່ມີຜົລ ກະທົບ ຕໍ່ປະຊາຊົນ ແຕ່ ປະຊາຊົນ ທ້ອງຖີ່ນ ກໍບໍ່ໄດ້ມີ ສ່ວນຮ່ວມ ໃນການ ຕັດສີນໃຈ ແຕ່ຢ່າງໃດ ຈື່ງເຮັດໃຫ້ ປະຊາຊົນ ບໍ່ພໍໃຈໃນ ໃນໂຄງການ ຂອງຣັຖບານ ແຕ່ເຮັດຫຍັງ ບໍ່ໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard