ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວພົບ ບັນຫາທ້ອນໂຮມບ້ານ
Anonymous

Date:
ທາງການລາວພົບ ບັນຫາທ້ອນໂຮມບ້ານ
Permalink   
 


ທາງການລາວພົບ ບັນຫາທ້ອນໂຮມບ້ານ

F-Yao-Ethnic-Group-in-Muang-Sing.jpg

ເຈົ້າໜ້າທີ່ ທາງການ ຜູ້ບໍ່ປະສົງ ອອກຊື່ ຈາກແຂວງ ຜົ້ງສາລີ ເປີດເຜີຍວ່າ ນະໂຍບາຍ ໂຮມບ້ານ ພາຍໃນແຂວງ ຜົ້ງສາລີ ປະສົບ ກັບບັນຫາ ຍ້ອນເກີດຄວາມ ຂັດແຍ່ງ ລະຫວ່າງ ຊາວບ້ານເອງ ເພາະນະໂຍບາຍ ໂຮມບ້ານ ຂອງ ຣັຖບານ ກໍບໍ່ໄດ້ ຄໍານຶງເຖິງ ຄວາມແຕກຕ່າງ ເຣື່ອງຊົນເຜົ່າ ເຮັດໃຫ້ຊາວບ້ານ ເກີດຄວາມ ບໍ່ພໍໃຈ. ທ່ານເວົ້າວ່າ:

"ຍຸທສາດ ເພິ່ນວ່າບ້ານນຶ່ງ ຕ້ອງໃຫ້ມີຢູ່ 200 ຄອບຄົວ ແຕ່ຢູ່ລາວ ບາງບ້ານມີແຕ່ 20 ປາຍຫລັງຄາ ເຮືອນ ການໂຮມກໍມີ ບັນຫາອີກເນາະ ມີມັນຕ່າງ ຊົນຊາດ ມັນກໍບໍ່ຢາກ ຢູ່ນໍາກັນ ດິນການຜລິດ ເຂົາກໍຢູ່ໄກກັນ".

ຄວາມແຕກຕ່າງ ລະຫວ່າງ ຊົນເຜົ່າ ພາຍໃນແຂວງ ຜົ້ງສາລີ ມີຫລາຍ ຫລາຍໆບ້ານທີ່ ປາກເວົ້າໃຊ້ ພາສາ ແຕກຕ່າງກັນ ແລະ ຫລາຍໆຄົນ ໃນຫລາຍໆບ້ານ ກໍບໍ່ສາມາດ ໃຊ້ ພາສາລາວ ຕິດຕໍ່ ກັນໄດ້ ນອກນັ້ນ ຫລາຍບ້ານ ຍັງເຊື່ອຖື ປະເພນີ ທີ່ ແຕກຕ່າງກັນອີກ ເມື່ອຖືກສັ່ງໃຫ້ ໂຍກຍ້າຍ ພວກຂະເຈົ້າ ກໍຕ້ອງ ປະຕິບັດຕາມ ແຕ່ພໍມາ ໂຮມກັນຢູ່ ໃນບ້ານໃໝ່ ກໍເກີດມີ ບັນຫາ ແຕ່ບໍ່ເຖິງຂັ້ນ ຮຸນແຮງ.

ເຈົ້າໜ້າທີ່ ເວົ້າຕໍ່ໄປ ອີກວ່າ ຊາວບ້ານ ພາຍໃນ ແຂວງ ຜົ້ງສາລີ ທີ່ໄດ້ຖືກ ໂຍກຍ້າຍ ສ່ວນໃຫຍ່ ແມ່ນຊາວບ້ານ ເລັກໆນ້ອຍໆ ທີ່ຢູ່ຕາມເຂດ ພູດອຍ ແລະ ບັນຫາຂັດແຍ່ງ ກໍຈະກ່ຽວກັບ ພື້ນທີ່ ທາງການ ກະເສຕ ຍ້ອນວ່າໄດ້ ປະຖິ້ມ ບ້ານເຮືອນ ພື້ນທີ່ດິນ ປູກຝັງ ເກົ່າມາ ບຸກເບີກໃໝ່.

ທ່ານເວົ້າ ສລຸບວ່າ ເຖິງແມ່ນວ່າ ນະໂຍບາຍ ໂຮມບ້ານ ຂອງ ຣັຖບານ ຈະມີຈຸດ ມຸ້ງໝາຍທີ່ດີ ແຕ່ເມື່ອ ນໍາເອົາມາ ປະຕິບັດ ຄວນສຶກສາ ກ່ຽວກັບ ຄວາມຮູ້ສຶກ ຂອງຊາວບ້ານ ຜູ້ທີ່ຈະໄດ້ ຮັບຄວາມ ເດືອດຮ້ອນ ນັ້ນນໍາ ເພື່ອກັນບໍ່ໃຫ້ ເກີດບັນຫາ ໃຫຍ່ ຕາມພາຍຫລັງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard