ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນງານເຖື່ອນຕ່າງດ້າວ ໃນແຂວງຫົວພັນ
Anonymous

Date:
ຄົນງານເຖື່ອນຕ່າງດ້າວ ໃນແຂວງຫົວພັນ
Permalink   
 


ຄົນງານເຖື່ອນຕ່າງດ້າວ ໃນແຂວງຫົວພັນ

F-Huaphanh.jpg

ກົມແຮງງານ ແຂວງ ຫົວພັນ ເປີດເຜີຍວ່າ ປັດຈຸບັນ ມີຄົນງານ ຕ່າງດ້າວ ຈໍານວນຫລາຍ ທີ່ເຂົ້າມາ ຍາດແຍ່ງ ວຽກງານ ຈາກຄົນງານ ໃນທ້ອງຖີ່ນ ແບບບໍ່ມີ ອະນຸຍາດ ໃຫ້ເຮັດວຽກ ຢ່າງຖືກຕ້ອງ ຕາມກົດໝາຍ. ຈໍານວນຄົນງານ ຕ່າງດ້າວ ຜິດກົດໝາຍ ມີຫລາຍຂຶ້ນ ຈົນເຮັດໃຫ້ ຄົນງານລາວ ບໍ່ມີວຽກເຮັດ ຫຼາຍຂື້ນ ນໍາທຸກມຶ້. ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແຂວງຫົວພັນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ສ່ວນຫລາຍ ແມ່ນຄົນບ້ານໃກ້ ເຮືອນຄຽງ ເຂດຊາຍແດນ ຕິດກັນ ບາງເທື່ອເຂົາ ຈະເຂົ້າມາແບບ ຢາມພີ່ ຢາມນ້ອງ ແລ້ວເຂົາກໍມາ ຂໍເຮັດວຽກ ກໍບໍ່ຖືກ ກົດໝາຍ ມາແນວນັ້ນ ເພາະວ່າ ເຂົາເຂົ້າ ມາຊອກວຽກເຮັດ ວຽກຫຍັງ ກໍຍາດ ເປັນວຽກ ຂອງລາວເຮົາ ກໍມີ".

ທ່ານເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ເມື່ອເຈົ້າໜ້າທີ່ ພົບວ່າ ມີຄົນຕ່າງດ້າວ ເຂົ້າມາ ໂດຍວິທີນີ້ ກໍບໍ່ໄດ້ ຈັບສົ່ງກັບ ປະເທດ ມີແຕ່ໃຫ້ ເຮັດໜັງສື ຖືກຕ້ອງ ໂດຍອະນຸຍາດ ໃຫ້ເຮັດການ ຊົ່ວຄາວ 6 ເດືອນ ເທົ່ານັ້ນ ຫາກ ຢູ່ເກີນເວລາ ກໍຈະຖືກ ສົ່ງກັບ ທັນທີ.

ການປະປ່ອຍໃຫ້ ຄົນຕ່າງດ້າວ ເຂົ້າມາເຮັດວຽກ ໂດຍບໍ່ມີ ອະນຸຍາດ ນັ້ນເປັນຄວາມ ຮັບຜິດຊອບ ຂອງ ກົມແຮງງານ ຊຶ່ງກໍາລັງ ເລີ້ມແກ້ໄຂ ອອກກວດກາ ຊອກຫາ ພວກຄົນງານ ເຖື່ອນ ເພື່ອຈັບສົ່ງ ກັບບ້ານ ເພື່ອບໍ່ໃຫ້ມາ ສ້າງຄວາມ ບໍ່ເປັນຣະບຽບ ຫຼືຍາດແຍ່ງ ວຽກງານ ຈາກຄົນລາວ ອີກ.

ຕາມສະຖິຕິ ຂອງ ກົມແຮງງານ ແຂວງຫົວພັນ ຄົນງານ ຕ່າງດ້າວ ພາຍໃນແຂວງ ມີປະມານ 500 ຄົນ ສ່ວນຫລາຍ ແມ່ນຄົນງານຈີນ ແລະ ວຽດນາມ ສ່ວນກຸ່ມທີ່ ລັກເຂົ້າມາແລ້ວ ລັກເຮັດວຽກນັ້ນ ທາງກົມ ແຮງງານ ຍັງບໍ່ສາມາດ ຮູ້ຈໍານວນເທື່ອ ແຕ່ກໍຈະອອກ ກວດກາ ຕໍ່ໄປ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard