ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັກລັດສໍ່ໂກງເອົາ ທີ່ດິນປູກຝັງຂອງປະຊົນ
Anonymous

Date:
ພັກລັດສໍ່ໂກງເອົາ ທີ່ດິນປູກຝັງຂອງປະຊົນ
Permalink   
 


ພັກລັດສໍ່ໂກງເອົາ ທີ່ດິນປູກຝັງຂອງປະຊົນ

ການພັທນາ ກໍ່ສ້າງ ໂຮງໄຟຟ້າ ພລັງຖ່ານຫີນ ຫົງສາ ລິກໄນທ໌ ໃນແຂວງ ໄຊຍະບູຣີ ໄດ້ກວມເອົາ ພື້ນທີ່ ບ່ອນຢູ່ ແລະ ບ່ອນປູກຝັງ ຂອງ ຊາວບ້ານ.

F-Honsa-lignite.jpg

ທາງການລາວ ໄດ້ເອົາ ພື້ນທີ່ດິນ ບ່ອນຢູ່ ອາສັຍ ຂອງຊາວບ້ານ ໄປເພື່ອພັທນາ ກໍ່ສ້າງ ໃນໂຄງການ ໂຮງງານ ຜລິດໄຟຟ້າ ພລັງ ທ່ານຫີນ ຫົງສາ ລິກໄນທ໌ ແຕ່ຊາວບ້ານ ສ່ວນຫລາຍ ບໍ່ຮູ້ ມາກ່ອນເລີຍ ວ່າຈະມີ ໂຄງການນີ້ ເກີດຂຶ້ນ ແລະ ທາງການ ທ້ອງຖິ່ນ ຫຼືຣັຖບານ ກໍບໍ່ໄດ້ ຊີ້ແຈງໃຫ້ ຊາວບ້ານ ຮູ້ຢ່າງ ແຈ່ມແຈ້ງເລີຍ. ຕາມຄໍາເວົ້າ ຂອງຊາວບ້ານ ໃນແຂວງ ໄຊຍະບູຣີ:

"ບາງຄົນ ກໍບໍ່ຮູ້ວ່າ ຈະຊົດເຊີຍ ຫລື ຈະບໍ່ຊົດເຊີຍ ບາງເທື່ອ ກໍບໍ່ຮູ້ ເຈົ້າຂອງ ກໍບໍ່ຮູ້ຊໍ້າ ເຈີໄປ ໄປຫລັກຄາດ ສີແດງ ແປະໄວ້ຮັ້ນແລ້ວ ຢູ່ກາງນາ ປະຊາຊົນ ກໍເສົ້າໃຈ ບໍ່ທັນໄດ້ ຮູ້ວ່າມັນ ຈະເປັນ ໂຄງການໄດ໋ ມັນຈະເລິກ ປານໃດ໋ ມັນຈະເສັຽດິນ ເສັຽດອນ ປານໃດ".

ຊາວບ້ານ ຜູ້ນີ້ເວົ້າວ່າ ແມ່ນແຕ່ຜູ້ ທີ່ໄດ້ຮັບ ຜົນກະທົບ ທີ່ຖືກທາງການ ເອົາທີ່ດິນ ຂອງຕົນ ບາງຄົນ ກໍບໍ່ຮູ້ຊໍ້າ ຈົນຮອດມື້ ທີ່ຣັຖບານ ເອົາຫລັກໄມ້ ສີແດງ ມາປັກໝາຍໄວ້ ຈຶ່ງຮູ້ວ່າ ທີ່ດິນ ຂອງຕົນ ຕົກເປັນເຂດ ສັມປະທານ ຊຶ່ງຣັຖບານ ບອກວ່າຈະມີ ການຊົດເຊີຍ ຄ່າເສັຽຫາຍໃຫ້ ແຕ່ກໍບໍ່ຮູ້ວ່າ ຈະໄດ້ເທົ່າໃດ.

ປັດຈຸບັນ ຫລັງຈາກທີ່ທາງ ຣັຖບານລາວ ດໍາເນີນ ການກໍ່ສ້າງ ໂຮງໄຟຟ້າ ຫົງສາລິກໄນທ໌ ມີການຕັດ ຖນົນເຂົ້າຫາ ໂຄງການ ມີການປັບປຸງ ຖນົນ ພາຍໃນເມືອງ ຈາກເດີມ ທີ່ມີ 2 ທາງແລ່ນ ມາເປັນ 4 ທາງແລ່ນ ມີການຂຸດ ຄອງໃໝ່ ເພື່ອສົ່ງນໍ້າ ເຂົ້າໄປຫາ ໂຄງການ ກໍ່ສ້າງ. ນອກນັ້ນ ພວກຄົນງານ ທີ່ມີທັງ ຄົນໄທ ຄົນຈີນ ເຂົ້າມາຢູ່ ຫລາຍເພີ້ມຂຶ້ນ.

ຊາວບ້ານຜູ້ນີ້ ເວົ້າອີກວ່າ ມີການພັທນາ ເກີດຂື້ນໃນ ແຂວງ ໄຊຍະບູລີ ຫລາຍຂຶ້ນ ໃນຂນະທີ່ ປະຊາຊົນ ບໍ່ມີບ່ອນ ເຮັດໄຮ່ເຮັດນາ ຊີວິດຂອງ ປະຊາຊົນ ກໍຄົງລໍາບາກ ຂຶ້ນກວ່າເກົ່າ ຈື່ງຢາກໃຫ້ ຣັຖບານ ສປປ ລາວ ເປີດເຜີຍ ເຣື່ອງໂຄງການ ໂຮງໄຟຟ້າ ຖ່ານຫີນ ລິກໄນທ໌ ໃຫ້ແຈ່ມແຈ້ງ ວ່າມັນຈະກວມ ພື້ນທີ່ເລິກ ເຂົ້າໄປຮອດໃສ ຮວມເຖິງເຣື່ອງ ການຊ່ວຍເຫລືອ ຊາວບ້ານ ວ່າຈະຊ່ວຍເຫລືອ ແນວໃດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard