ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນໄທແປດແຂວງ ຮຽກຮ້ອງໃຫ້ໂຈະສ້າງເຂື່ອນ
Anonymous

Date:
ປະຊາຊົນໄທແປດແຂວງ ຮຽກຮ້ອງໃຫ້ໂຈະສ້າງເຂື່ອນ
Permalink   
 


ປະຊາຊົນໄທແປດແຂວງ ຮຽກຮ້ອງໃຫ້ໂຈະສ້າງເຂື່ອນ

F-thai-protest-dam.jpg

ໃນວັນທີ 24 ເມສາ 2012 ເຄືອຂ່າຍ ປະຊາຊົນ 8 ແຂວງ ທີ່ອາສັຍ ຢູ່ຕາມແຄມ ແມ່ນໍ້າຂອງ ປະເທດໄທ ໄດ້ພາກັນ ມາຮວມຕົວ ທີ່ບໍຣິສັດ ຊ.ການຊ່າງ ໃນບາງກອກ ເພື່ອຮຽກຮ້ອງ ໃຫ້ບໍຣິສັດ ທີ່ໄດ້ຮັບ ສໍາປະທານ ໃນການກໍ່ສ້າງ ເຂື່ອນ ໄຟຟ້າ ໄຊຍະບຸຣີ ໂຈະການກໍ່ສ້າງ ໄວ້ກ່ອນ ຍ້ອນວ່າແຕ່ກ່ອນ ຄນະກັມມາທິການ ແມ່ນໍ້າຂອງ ຫລື MRC ເຄີຍໄດ້ຕົກລົງ ວ່າມີຄວາມ ຈໍາເປັນ ທີ່ຈະຕ້ອງສຶກສາ ກ່ຽວກັບ ຜົນກະທົບ ຈາກການ ກໍ່ສ້າງ ດັ່ງກ່າວ. ສະມາຊິກ ເຄືອຂ່າຍ ປະຊາຊົນ ເວົ້າກ່ຽວກັບ ເຣື່ອງການ ຮ້ອງຮຽນ ເທື່ອນີ້ວ່າ:

"ມື້ນີ້ພວກເຮົາ ມາຖາມ ກ່ຽວກັບ ນະໂຍບາຍ ຂອງ ບໍຣິສັດ ຊ.ການຊ່າງ ທີ່ຈະໄປ ສ້າງເຂື່ອນຢູ່ ໄຊຍະບຸຣີ ຊຶ່ງທີ່ຜ່ານມາ ພວກເຮົາໄດ້ ໄປສໍາຣວດ ບ່ອນທີ່ ຈະສ້າງເຂື່ອນ ເຫັນວ່າມີການ ໄລ່ຊາວບ້ານ ພີ່ນ້ອງທາງ ຝັ່ງລາວ ອອກຈາກ ບ່ອນຢູ່ອາສັຍ ແລ້ວ ບ້ານນຶ່ງ".

ນາງເວົ້າຕໍ່ໄປ ອີກວ່າ ທາງ ສະມາຊິກ ເຄືອຂ່າຍ ປະຊາຊົນ ມາຮ້ອງຮຽນ ເພື່ອຂໍບໍ່ໃຫ້ ຊ.ການຊ່າງ ລັກກໍ່ສ້າງ ໂດຍໃຫ້ຄິດເຖິງ ຄວາມເດືອດຮ້ອນ ຂອງ ປະຊາຊົນ. ທາງເຄືອຂ່າຍ ປະຊາຊົນ ເຫັນວ່າ ເຂື່ອນ ຂອງ ຈີນ ກໍໄດ້ສົ່ງຜົນ ກະທົບຮຸນແຮງ ຕໍ່ລະດັບນໍ້າ ໃນແມ່ນໍ້າຂອງ ຢູ່ແລ້ວ ໂດຍຈະເຫັນໄດ້ ຈາກນໍ້າ ໃນຫລາຍບ່ອນ ໃນ ແມ່ນໍ້າຂອງ ແຫ້ງ ຫາກສ້າງເຂື່ອນ ໄຊຍະບຸຣີ ຍິ່ງຈະສົ່ງ ຜົນກະທົບ ຕໍ່ທັມມະຊາດ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຮຸນແຮງຂຶ້ນ. ນາງເວົ້າຕື່ມວ່າ:

"ຕາມຫລັກການ ຂອງອາຊຽນ ທຸກໆປະເທດ ບໍ່ວ່າຈະ ລົງທຶນຫຍັງ ຕ້ອງຄິດໃຫ້ ຖ້ວນທີ່ເຖິງ ຫລັກການ ຂອງ ບໍຣິສັດ ທີ່ຈະດໍາເນີນງານ ໂດຍຈະບໍ່ສ້າງ ຄວາມເດືອດຮ້ອນ ໃຫ້ຜູ້ອື່ນ ແຕ່ການສ້າງ ເຂື່ອນ ໄຊຍະບຸຣີ ແນ່ນອນ ມັນຈະສົ່ງ ຜົນກະທົບ ຂ້າມພົມແດນ ຊຶ່ງຈະຮວມ ທັງລາວ ໄທ ກໍາພູຊາ ແລະ ວຽດນາມກ

ນອກຈາກ ການເດີນທາງ ໄປຮຽກຮ້ອງ ຕໍ່ບໍຣິສັດ ຊ.ການຊ່າງ ນີ້ແລ້ວ ທາງເຄືອຂ່າຍ ປະຊາຊົນ 8 ແຂວງ ຂອງໄທ ຍັງໄດ້ເດີນທາງ ໄປ ທະນາຄານ ຮຽກຮ້ອງ ບໍ່ໃຫ້ປ່ອຍ ເງິນກູ້ ເພື່ອ ໂຄງການ ສ້າງເຂື່ອນ ໄຊຍະບຸຣີ ໃນຄັ້ງນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard