ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວບໍ່ກ້າອອກສຽງ ຕ້ານເຂື່ອນໄຊຍະບູຣີ
Anonymous

Date:
ຊາວລາວບໍ່ກ້າອອກສຽງ ຕ້ານເຂື່ອນໄຊຍະບູຣີ
Permalink   
 


ຊາວລາວບໍ່ກ້າອອກສຽງ ຕ້ານເຂື່ອນໄຊຍະບູຣີ

F-Protesters-XD.jpg

ໃນກຸ່ມນັກປະທ້ວງ ຊາວໄທ ທ່ານນື່ງ ເວົ້າວ່າ ປະຊາຊົນ ລາວ ຜູ້ທີ່ຈະໄດ້ຮັບ ຜົລກະທົບ ຈາກໂຄງການ ສ້າງເຂື່ອນ ໄຊຍະບູຣີ ບໍ່ກ້າອອກມາ ປະທ້ວງ ຣັຖບານ ເພື່ອຂໍຄວາມ ເປັນທັມໃດໆ ໃນເຣື່ອງເຂື່ອນ ໄຊຍະບູຣີ ເນື່ອງຈາກວ່າ ການປົກຄອງ ຢູ່ສປປ ລາວ ແຕກຕ່າງກັບ ການປົກຄອງ ໃນປະເທດໄທ ໃນສປປ ລາວ ມີການ ປົກຄອງແບບ ຜະເດັດການ ປະຊາຊົນ ບໍ່ມີສີດ ຕໍ່ຕ້ານ ຣັຖບານ ຫຼື ປາກເວົ້າໄດ້ ຈື່ງຝາກໃຫ້ ຊາວໄທ ເປັນປາກສຽງໃຫ້ ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ເຂົາບໍ່ຢາກໄດ້ ເຂື່ອນເລີຍ ແມ້ແຕ່ນ້ອຍ ແຕ່ສີ່ງທີ່ເຂົາ ເຮັດໄດ້ກໍບອກ ຜ່ານພວກເຮົາ ປະເທດໄທ ທີ່ສາມາດ ດຳເນີນການ ປະທ້ວງໄດ້ ໃຫ້ເປັນ ກະບອກສຽງ ໃຫ້ຂະເຈົ້າ ນຳດ້ວຍ ຈີ່ງໆເຂົາບໍ່ ຕ້ອງການເຂື່ອນ ເລີຍ ຣະບົບ ການປົກຄອງ ຂອງເຂົາ ເຂົາບໍ່ສາມາດ ຮຽກຮ້ອງ ຫລື ປະທ້ວງ ແບບນີ້ໄດ້".

ນາງເວົ້າວ່າ ການທີ່ຊາວລາວ ຈະມາຮ່ວມປະທ້ວງ ກັບຄົນໄທນັ້ນ ກໍຕ້ອງໄດ້ ຣະວັງໂຕ ເພາະຢ້ານ ຜົລກະທົບ ຕາມມາ ຖ້າທາງການ ລາວຮູ້ ແຕ່ບາງຄົນ ກໍ່ຂ້າມມາຮ່ວມ ປະທ້ວງ ກັບພວກເຮົາ ນັກປະທ້ວງ ຊາວໄທ ອີກຄົນນື່ງ ເວົ້າວ່າ:

"ລາວເຂົາ ກໍຂ້າມມາ ເວົ້າກັບເຮົາ ຮ່ວມຕໍ່ຕ້ານ ກັບເຮົາ ຕໍ່ຕ້ານ ຢູ່ຝັ່ງລາວ ບໍ່ໄດ້-ຕາຍ".

ໃນຣະຍະ ເວລາ 4-5 ປີ ຜ່ານມາ ປະຊາຊົນ ລາວ-ໄທ ກໍຮູ້ດີ ກ່ຽວກັບ ຜົລກະທົບ ຈາກໂຄງການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ເພາະເຂື່ອນ ຂອງຈີນ ໄດ້ສົ່ງຜົລ ກະທົບ ມາຫລາຍແລ້ວ ດ່ັງນັ້ນການສ້າງ ເຂື່ອນ ໄຊຍະບູຣີ ຍິ່ງຈະເຮັດໃຫ້ ປະຊາຊົນ ທ້ອງຖີ່ນ ປະເຊີນກັບ ບັນຫາ ນ້ຳຖ້ວມ ແລະ ພັຍແຫ້ງແລ້ງ ຫລາຍຂື້ນ.



__________________
Anonymous

Date:
Permalink   
 

ມັນແຮ່ງບ້າໄປກວ່າເກົ່າແລ້ວນໍ ພວກນີ້ ເຫັນປຊຊລາວບໍ່ສົນໃຈກັບການປະທ້ວງຂອງພວກເພິ່ນ ກໍ່ອ້າງນັ້ນອ້າງນີ້ ຖ້າອ້າງແບບນີ້ ໝາຍຄວາມວ່າພວກນີ້ຢາກໃຫ້ປຊຊລາວກຽດຊັງລັດຖະບານລາວ

ເວົ້າໄດ້ແນວໃດວ່າ

ຊາວລາວບໍ່ກ້າອອກສຽງ ຕ້ານເຂື່ອນໄຊຍະບູຣີ

ທຸກຄົນທີ່ໄດ້ຮັບຜົນກະທົບເຂົາຈ່າຍຊົດເຊີຍແລ້ວ

ອ້າງໄດ້ອ້າງເອົາ ໃຫ້ພວກມຶງຮ້ອງຢູ່ຝັ່ງໄທຫັ້ນແຫຼະ ບໍ່ມີໃຜສົນໃຈກໍ່ຈະແຫ້ງຕາຍເອງ

ຢ່າຂ້າມມາຝັ່ງລາວກໍ່ແລ້ວກັນ ຈັກໜ່ອຍຊິແລ່ນຕຳລູກປືນເອງ ຄືບັກສຸເທບເທືອກສູບັນເວົ້າໃຫ້ຄົນເສື້ອແດງ ຕາຍແລ້ວລັດຖະບານລາວບໍ່ຮັບຜິດຊອບໃດເຮັດຄືລັດຖະບານປະຊາທິປັດຍິງຄົນເສື້ອແດງນັ້ນແລ້ວ ເປັນບົດຮຽນທີ່ລັດຖະບານລາວສຶກສາໄດ້ຈາກ ລັດຖະບານປະຊາທິປັດ

ອ້າງວ່າປຊຊລາວບໍ່ກ້າ ຊັ້ນບໍ ເພາະຢ້ານລັດຖະບານລາວຂ້າ

ແຕ່ຄົນໄທຜູ້ເພິ່ນບໍ່ຢ້ານລັດຖະບານໄທຂ້າຖ້າອອກໄປຊຸມນຸມ ຢູ່ກຸງເທບນັ້ນແມ່ນໃຜຂ້າເສື້ອແດງຕັ້ງ100ຄົນ

ທີ່ສຳຄັນລັດຖະບານປະຊາທິປັດຂ້າຕາຍແລ້ວ ຍາດເອົາສົບຄົນຕາຍໄປຖິ້ມອີກ ເຮັດແບບນີ້ບໍຈິ່ງຊິດີ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard