ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວຄວນຟັງສຽງ ປະຊາກໍາລັງຮຽກຮ້ອງ
Anonymous

Date:
ທາງການລາວຄວນຟັງສຽງ ປະຊາກໍາລັງຮຽກຮ້ອງ
Permalink   
 


ທາງການລາວຄວນຟັງສຽງ ປະຊາກໍາລັງຮຽກຮ້ອງ

F-Xayaburi-dam-site.jpg

ຕົວແທນ ອົງກາຣ ແມ່ນໍ້າສາກົລ ທີ່ຕິດຕາມ ກາຣໂຮມຊຸມ ຂອງ ປະຊາຊົນ ຊາວໄທຽ ໃນເຂຕ ລຸ່ມແມ່ນໍ້າຂອງ ຢູ່ຕໍ່ໜ້າ ບໍຣິສັທ ຊ.ກາຣຊ່າງ ແລະ ທະນາຄາຣ ພານິຊ ຢູ່ບາງກອກ ໃນມື້ວັນ ທີ່ 24 ເມສານີ້ ຢາກໃຫ້ ຣັຖບາລລາວ ນຳເອົາ ຂໍ້ຮຽກຮ້ອງ ຂອງຊາວບ້ານ ໄປ ພິຈາຣະນາ ກ່ອນທີ່ຈະ ຕັດສິນໃຈວ່າ ຄວນດຳເນີນ ກາຣກໍ່ສ້າງ ເຂື່ອນ ໄຊຍະບູຣີ ຕໍ່ໄປຫລືບໍ? ດັ່ງຍານາງ ພຽນພອນ ດີເທດ ຜູ້ປະສານງານ ອົງກາຣ ແມ່ນໍ້າ ສາກົລ ໃນໄທຽ ໄດ້ກ່າວວ່າ:

ຍານາງວ່າ "ຣັຖບາລລາວ ບໍ່ຄວນຈະ ຫລີງເຫັນແຕ່ ຜົລປະໂຍຊນ໌ ທີ່ຈະໄດ້ເງິນ ໃນຈໍານວນ ໜຶ່ງ ໃນຣະຍະສັ້ນໆ ເທົ່ານັ້ນ ຊຶ່ງກໍບໍ່ ທຽບເທົ່າກັບ ຜົລກະທົບ ອັນໃຫຍ່ຫລວງ ທີ່ຈະເກີດຂຶ້ນ ກັບ ແມ່ນໍ້າຂອງ ແລະ ຄວາມຂັດແຍ່ງ ຕ່າງໆ ທີ່ອາຈຈະເກີດ ຂຶ້ນໄດ້ໃນ ພູມີພາຄ ພ້ອມທັງຢາກ ໃຫ້ ທາງກາຣລາວ ຄຳນຶງເຖີງ ປະຊາຊົນ ຜູ້ເປັນ ລູກຫລານ ທີ່ຈະຕ້ອງຖືກ ໂຍກຍ້າຍ ເປັນອົພຍົພ ໄປຢູ່ບ່ອນທີ່ ປອດພັຍ ແຫ່ງໃໝ່ ໂດຽທີ່ ບໍ່ມີ ແມ່ນໍ້າຂອງ ເປັນບ່ອນ ທຳມາຫາກິນ ໃນຂັ້ນຕໍ່ໄປ ໄດ້ແຕ່ຢ່າງໃດ".

ສໍາຫລັບ ຂໍ້ຮຽກຮ້ອງ ຂອງ ປະຊາຊົນ ນັ້ນ ຍານາງກໍວ່າ ມີຫົວຂໍ້ໃຫຍ່ ຕ່າງໆເຊັ່ນ: ໂຈະກາຣ ສ້າງເຂື່ອນ ແລ້ວສຶກສາ ຜົລກະກທົບ ຕໍ່ ສິ່ງແວດລ້ອມ ແລະ ຊີວີຕກາຣ ເປັນຢູ່ ຂອງ ປະຊາຊົນ ທີ່ ອາສັຍ ຢູ່ໃຕ້ເຂື່ອນ ໃຫ້ກາຣໄຟຟ້າ ຝ່າຍຜລິຕ ແຫ່ງ ປະເທສໄທຽ ຍົກເລີກ ຂໍ້ຕົກລົງ ກາຣຊື້ ໄຟຟ້າ ຈາກບໍຣິສັທ ໄຟຟ້ ໄຊຍະບູຣີ ໃຫ້ທາງ ທະນາຄາຣ ຂອງໄທຽທັງ 4 ແຫ່ງ ຢຸດປ່ອຍ ເງິນກູ້ແກ່ ບໍຣິສັທ ທີ່ມີສ່ວນ ກ່ຽວຂ້ອງ ກັບກາຣ ສ້າງເຂື່ອນ ໄຊຍະບູຣີ ແລະ ຮຽກທວງໃຫ້ ບໍຣິສັທ ຕລາດຫລັກຊັພ ໄທຽ ກວດກາ ກາຣລົງທຶນ ຢູ່ໃນໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ຂອງ ບໍຣິສັທຕ່າງໆ  ທີ່ຈົດທະບຽນ ຢູ່ຕລາດ ຫຸ້ນຫລັກຊັພ ໃນປະເທສໄທຽ.

ພ້ອມດຽວກັນນີ້ ຍານາງ ໄດ້ກ່າວເນັ້ນວ່າ: ຖ້າຫາກທາງ ຣັຖບາລລາວ ນຳຂໍ້ຮຽກຮ້ອງ ຜົລກາຣສຶກສາ ແລະຂໍ້ມູລ ຜົລກະທົບ ຕ່າງໆ ທີ່ເກີດຂຶ້ນ ຈາກເຂື່ອນ ຢູ່ແມ່ນໍ້າຂອງ ໃນປະເທສ ຈີນ ໄປໃຊ້ໃນກາຣ ພິຈາຣະນາ ຢ່າງຖີ່ຖ້ວນ ກໍໜ້າສິຮູ້ວ່າ ຄວນຈະສ້າງ ເຂື່ອນ ໄຊຍະບູຣີ ຕໍ່ໄປຫລື ບໍ?



__________________
Anonymous

Date:
Permalink   
 

ເຂົາເຮັດເຂື່ອນແບບຝາຍນ້ຳລົ້ນ ບໍ່ເຂົ້າໃຈບໍວ່າຝາຍນ້ຳລົ້ນມັນເປັນແບບໃດ ເລື່ອງປານັ້ນມັນຍັງຂຶ້ນລົງໄດ້ເໝືອນເດີມ ມີແຕ່ຍາມແລ້ງນ້ຳຈະແຫ້ງເທົ່ານັ້ນ ກໍ່ຈີນມັນເຮັດແລ້ວ

ບໍ່ເຫັນໃຜວ່າຫຍັງມັນໄດ້ ຖ້າບໍ່ມີເຂື່ອນ ນ້ຳແຮ່ງຈະແຫ້ງເໝືອນທີ່ເຄີຍເຫັນມາ

ອີ່ນາຍນີ້ບອກວ່າ

ປະຊາຊົນ ຜູ້ເປັນ ລູກຫລານ ທີ່ຈະຕ້ອງຖືກ ໂຍກຍ້າຍ ເປັນອົພຍົພ ໄປຢູ່ບ່ອນທີ່ ປອດພັຍ ແຫ່ງໃໝ່ ໂດຽທີ່ ບໍ່ມີ ແມ່ນໍ້າຂອງ ເປັນບ່ອນ ທຳມາຫາກິນ ໃນຂັ້ນຕໍ່ໄປ

ອີ່ນາຍນີ້ ມັນເວົ້າໄດ້ແນວໃດ ແບບນັ້ນ ທີ່ຜ່ານມາກໍ່ເຫັນແລ້ວວ່ານ້ຳຂອງແຫ້ງ ບໍ່ເຮັດເຂື່ອນນັ້ນແຫຼະທີ່ຈະບໍ່ມີ ແມ່ນໍ້າຂອງ ເປັນບ່ອນ ທຳມາຫາກິນ ໃນຂັ້ນຕໍ່ໄປ ພວກນີ້ມັນເສຍປະໂຫຍດແລ້ວຫວັງວ່າ ຈະໃຫ້ລາວເສຍປະໂຫຍດນຳ

ອົງການແມ່ນ້ຳຂອງເຂົາອະນຸຍາດແລ້ວ ສະແດງວ່າເຂົາສຳຫຼວດເຖິງຜົນກະທົບແລ້ວ ເຂົາຈິ່ງອະນຸຍາດ ບໍ່ແມ່ນວ່າຢູ່ບໍ່ຢູ່ລັດຖະບານລາວຈະຮ່າວໄດ້ຮ່າວເຮັດ

ຜົນກະທົບຕໍ່ຜູ້ປະມູນບໍ່ໄດ້ ພວກນີ້ເຂົາເສຍປະໂຫຍດແລ້ວອົງການແມ່ນ້ຳຂອງເຂົາຈະເອົາອັນນີ້ຫຼືມາຕັດສິນໃຈ

ອົາຜົນປະໂຫຍດຂອງຄົນບໍ່ເທົາໃດຄົນນີ້ຫວະມາຕັດສິນ ຜົນປະໂຫຍດຂອງຄົນລາວທົ່ວປະເທດ

ບ້າແລ້ວພວກຫ່ານີ້

ຖ້າບໍ່ໄດ້ຂາຍໃຫ້ໄທ ກໍ່ຂາຍໃຫ້ຈີນ ໃຫ້ຫວຽດນາມ ກຳປູເຈຍ ບໍ່ເຫັນຈະງໍ້


 



__________________
Anonymous

Date:
Permalink   
 

ເຈົ້າຂອງເວບນ່າຈະປັບປຸງ ຊື່ເວບໄດ້ແລ້ວ

ນ່າຈະໃສ່ວ່າ ໂຮມກັນເຮັດໂຮມກັນສ້າງ ເພື່ອບ້ານເມືອງລາວຈະເລີນຮຸ່ງເຮືອງ

ຄືຈະມີຄົນເຂົ້າມາຫຼາຍກວ່ານີ້ ຕົວຢ່າງຄືເວບພາສາລາວ

ດ້ວຍຄວາມຫວັງດີນະ



__________________
Anonymous

Date:
Permalink   
 

ເຈົ້າຂອງເວບເສັຍເສັ້ນ



__________________
Anonymous

Date:
Permalink   
 

ເວບນີ້ຂ້ອຍມັກຫລາຍ ດ້າບັກຈູມມະລີ/ທອງສິງ ສະໃຈ

ດີ ແລະເຈົ້າຂອງເວບ ກໍບໍ່ລືບອີກ ບໍ່ຄືເວບພາສາລາວ

ດ່າພັກລັດບໍ່ໄດ້ ລືບຂອງເຮົາຖີ່ມໝົດ



__________________
Anonymous

Date:
Permalink   
 

Anonymous wrote:

ເວບນີ້ຂ້ອຍມັກຫລາຍ ດ້າບັກຈູມມະລີ/ທອງສິງ ສະໃຈ

ດີ ແລະເຈົ້າຂອງເວບ ກໍບໍ່ລືບອີກ ບໍ່ຄືເວບພາສາລາວ

ດ່າພັກລັດບໍ່ໄດ້ ລືບຂອງເຮົາຖີ່ມໝົດ


 ບໍ່ລຶບແທ້ບໍ? ຂ້ອຍມັກຫຼາຍເວບບໍ່ລຶບຂໍ້ຄວາມນີ້. ແລະກໍ່ບໍ່ແບນໄອພີກັນບໍ?

ເພາະວ່າຈະໄດ້ສູ້ກັນທາງຄວາມຄິດ ດີກວ່າຈັບປືນໄລ່ຂ້າໄລ່ຍິງກັນ. ເລື່ອງຂ້າແກງກັນນັ້ນປອ່ຍໃຫ້ເປັນໜ້າທີ່ຂອງທຳມະຊາດ ຖ້າບໍ່ຕາຍຕອນຍັງໜຸ່ມ ເຖົ້າມາກໍ່ຕາຍເອງ

ແມ່ນບໍ



__________________
Anonymous

Date:
Permalink   
 

ຖ້າອົງການແມ່ນ້ຳຂອງເຂົາອະນຸຍາດໃຫ້ສ້າງແລ້ວ

ແຕ່ມອ໌ບພວກເຈົ້າບໍ່ໃຫ້ສ້າງ ສະແດງວ່າຕ້ອງຍຸບຖິ້ມສາ ອົງການແມ່ນ້ຳຂອງນັ້ນແມ່ນບໍ ມັນບໍ່ມີປະໂຫຍດ ຖືເອົາຄຳເຫັນຂອງມອ໌ບພວກຫ່ານີ້ສຳຄັນກວ່າ ຈະເຮັດຫຍັງໃນແມ່ນ້ຳຂອງກໍ່ຕ້ອງໄດ້ຄຳເຫັນດີຂອງມອ໌ບບ້ານີ້ຕະຫຼອດໄປ ເອົາເລີຍເຮັດເລີຍກົດໝູ່ຢູ່ເໜືອກົດໝາຍ

ແຕ່ກ່ອນຈະຍຸບພວກເຈົ້າກໍ່ຕ້ອງໄປແຫກປາກຮອ້ງໃຫ້ຈີນມ້າງເຂື່ອນທີ່ເຂົາສ້າງແລ້ວ

ໃຫ້ມັນຈາວກັນໄປໝົດ ໄດ້ບໍ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard