ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປຊ ຮຽກຮ້ອງຕໍ່ຕ້ານ ປາບປາມການສໍ້ຣາສ
Anonymous

Date:
ສປຊ ຮຽກຮ້ອງຕໍ່ຕ້ານ ປາບປາມການສໍ້ຣາສ
Permalink   
 


ສປຊ ຮຽກຮ້ອງຕໍ່ຕ້ານ ປາບປາມການສໍ້ຣາສ

ອົງການ ສະຫະປະຊາຊາດ ໄດ້ຮຽກຮ້ອງ ໃຫ້ສາຂາ ທຸຣະກິດ ເອກກະຊົນ ຊ່ວຍປະເທດ ທີ່ກຳລັງພັທນາ ໃນການຕໍ່ຕ້ານ ການສໍ້ຣາສ ບັງຫລວງ ແລະ ຊ່ວຍໃຫ້ ປະເທດ ເຫລົ່ານັ້ນ ມີຄວາມສາມາດ ທີ່ແຂງແກ່ງຂຶ້ນ ເພື່ອຕໍ່ສູ້ກັບ ການສໍ້ຣາສ ບັງຫລວງ ນັ້ນ.

ຜູ້ອໍານວຍການ ຫ້ອງການ ຢາເສພຕິດ ແລະ ອາສຍາກັມ ສະຫະປະຊາຊາດ ຫລື UNODC ທ່ານ Yuri Fedotov ກ່າວວ່າ “ການສໍ້ຣາສ ບັງຫລວງ ໄດ້ສົ່ງ ຜົນກະທົບ ຢ່າງກວ້າງຂວາງ ໃນຊຸມຊົນ ທີ່ທຸກຍາກ ຂາດເຂີນ ແລະ ຕໍ່ຊຸມຊົນ ທົ່ວໄປ ຂອງໂລກ ດັ່ງນັ້ນມັນຈຶ່ງ ຈໍາເປັນທີ່ ຈະຕ້ອງໄດ້ ຊຸກຍູ້ສົ່ງເສີມ ໃຫ້ພາກສ່ວນ ທຸຣະກິດ ເອກກະຊົນ ເຂົ້າມາມີ ສ່ວນຮ່ວມ ໃນການຕໍ່ຕ້ານ ການສໍ້ຣາສ ບັງຫລວງ ແລະ ເອົາມາຕການ ສົ່ງເສີມ ຄວາມຊື່ສັດ ສຸຈຣິດ.

ພາຍໃຕ້ໂຄງການ ຕໍ່ຕ້ານ ການສໍ້ຣາສ ບັງຫລວງ ຂອງ ສະຫະປະຊາຊາດ ທີ່ມີຊື່ຫຍໍ້ ເປັນພາສາ ອັງກິດວ່າ IPO ພາກສ່ວນ ທຸຣະກິດ ເອກກະຊົນ ແລະ ນັກລົງທຶນ ສາມາດ ສົມທົບທຶນ ຊ່ວຍເຫລືອ ການພັທນາ ຕໍ່ຕ້ານ ການສໍ້ຣາສ ບັງຫລວງ ຂັ້ນ ນິຕິບັນຍັດ ແລະ ສະຖາບັນຕ່າງໆ ໃນປະເທດ ທີ່ກຳລັງ ພັທນາ ໄດ້.

ທ່ານ Fedotov ກ່າວອີກວ່າ “ຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງ ພາກສ່ວນ ທຸຣະກິດ ແລະ ນັກລົງທຶນ ເອກກະຊົນ ຈົ່ງໄດ້ພາກັນ ມາຊື້ຮຸ້ນສ່ວນ ເພື່ອສ້າງ ອະນາຄົດ ທີ່ດີຂຶ້ນ ໂດຍການຮ່ວມ ໃນໂຄງການ IPO ຂອງ ສະຫະປະຊາຊາດ ເພື່ອສະແດງ ໃຫ້ເຫັນ ແລະ ຊ່ວຍເຫລືອແກ້ໄຂ ໃຫ້ທຸຣະກິດ ມີຄວາມສເມີພາບ ແລະ ໃຫ້ເປັນພື້ນທີ່ ຊຶ່ງທຸກຄົນ ຈະເຂົ້າມາມີ ຮຸ້ນສ່ວນໄດ້ ຢ່າງສເມີພາບ ກັນ”.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard