ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນເສັຽຫາຍຈາກການ ສ້າງເຂື່ອນໄຊຍະບູຣີ
Anonymous

Date:
ຜົນເສັຽຫາຍຈາກການ ສ້າງເຂື່ອນໄຊຍະບູຣີ
Permalink   
 


ຜົນເສັຽຫາຍຈາກການ ສ້າງເຂື່ອນໄຊຍະບູຣີ

F-Montri.jpg

ໃນມື້ວັນທີ 26 ເມສາ 2012 ຢູ່ເມືອງ ນະຄອນພະນົມ ແຂວງ ນະຄອນພະນົມ ປະເທດໄທ ຝ່າຍ ນັກວິຊາການ ໄດ້ຄາດຄະເນ ວ່າ ຫາກສ້າງເຂື່ອນ ໄຊຍະບຸຣີ ມັນຈະສົ່ງ ຜົນກະທົບ ຢ່າງໃຫຍ່ຫລວງ ຕໍ່ ອຸດສາຫະກັມ ການປະມົງ ແລະ ການກະສິກັມ ຕາມແຄມຝັ່ງ ແມ່ນໍ້າຂອງ. ທ່ານ ມົນຕີ ຈັນທະວົງ ນັກວິຊາການ ຈາກ ມູລນິທິ ຟື້ນຟູຊີວິດ ແລະ ທັມມະຊາດ ຜູ້ເຂົ້າຮ່ວມ ກອງປະຊຸມ ເວົ້າວ່າ:

"ຖ້າຫາກສ້າງ ເຂື່ອນ ໄຊຍະບຸຣີ ແລ້ວ ການປະມົງ ຈະໃຊ້ເຄື່ອງມື ການປະມົງ ບໍ່ໄດ້ ແລະ ຂໍ້ທີ 2 ຈະມີບັນຫາ ຫລາຍຕໍ່ການ ກະເສຖ ຕາມແຄມຝັ່ງ ແມ່ນໍ້າຂອງ ນີ້ບໍ່ໄດ້ ໝາຍຄວາມວ່າ ການກະເສຖ ຍາມແລ້ງ ແຕ່ເປັນ ການກະເສຖ ປົກກະຕິ ທົ່ວໄປ ນາປີ ໄຮ່ມັນ ສວນຢາງພາຣາ ກໍຈະໄດ້ຮັບ ຜົນກະທົບ ຈາກນໍ້າຖ້ວມ".

ທ່ານ ເວົ້າຕໍ່ໄປວ່າ ປັດຈຸບັນ ຜົນກະທົບ ຈາກການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໃນຈີນ ໄດ້ສະແດງ ໃຫ້ເຫັນຢ່າງ ແຈ່ມແຈ້ງແລ້ວ ເຖິງການຂຶ້ນລົງ ທີ່ບໍ່ເປັນ ປົກກະຕິ ຂອງ ຣະດັບນໍ້າ ໃນ ແມ່ນໍ້າຂອງ ຈົນບໍ່ສາມາດ ກະຕວງໄດ້ ເພາະຂຶ້ນຢູ່ ກັບການ ໄຂແລະອັດ ເຂື່ອນໃນຈີນ ແລະ ຫາກສ້າງເຂື່ອນ ໄຊຍະບຸຣີ ໃສ່ແມ່ນໍ້າຂອງ ກໍຍິ່ງຈະສົ່ງ ຜົນກະທົບ ຕໍ່ຣະດັບນໍ້າ ໃນແມ່ນໍ້າຂອງ ເພີ້ມຂຶ້ນ.

ການອັດແລະໄຂ ປະຕູເຂື່ອນ ຈະປ່ຽນແປງ ຣະດັບນໍ້າ ໃນແມ່ນໍ້າຂອງ ແບບກະທັນຫັນ ຊຶ່ງ ຈະກະທົບ ກະເທືອນ ຕໍ່ການຂຍາຍ ພັນຂອງໝູ່ປາ ແລະ ໃນທີ່ສຸດ ຈະເຮັດໃຫ້ ຝຸງປາ ຫລາຍຊນິດ ສູນພັນ ໃນເວລາ ດຽວກັນ ການປູກຝັງ ກໍຈະບໍ່ສາມາດ ກະຕວງ ຄວບຄຸມ ຣະດັບນໍ້າໄດ້ ຍ້ອນວ່າເຂື່ອນ ຈະເປັນຜູ້ ຕັດສິນວ່າ ນໍ້າຈະແຫ້ງ ຫຼືນໍ້າຈະຖ້ວມ.

ທ່ານ ມົນຕີ ເວົ້າສລຸບວ່າ ການອ້າງວ່າ ຫລັງຈາກ ສ້າງເຂື່ອນ ແລະ ຈະສາມາດ ຄວບຄຸມ ລະດັບນໍ້າ ໄດ້ນັ້ນ ເປັນໄປບໍ່ໄດ້ ຫາກ ເບິ່ງຕົວຢ່າງ ກ່ຽວກັບ ຜົນກະທົບ ຈາກເຂື່ອນ ໃນຈີນ ທີ່ມີຕໍ່ ແມ່ນໍ້າຂອງ ໃນ ປັດຈຸບັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard