ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຮືອນເກືອບ 50 ຫລັງຢູ່ບ້ານຫລັກຄຳໃຫມ່ ຖືກໄຟໄຫມ້ກ້ຽງ, ສັງຄົມຮີບຊ່ວຍດ່ວນ
Anonymous

Date:
ເຮືອນເກືອບ 50 ຫລັງຢູ່ບ້ານຫລັກຄຳໃຫມ່ ຖືກໄຟໄຫມ້ກ້ຽງ, ສັງຄົມຮີບຊ່ວຍດ່ວນ
Permalink   
 


ເຮືອນເກືອບ 50 ຫລັງຢູ່ບ້ານຫລັກຄຳໃຫມ່ ຖືກໄຟໄຫມ້ກ້ຽງ, ສັງຄົມຮີບຊ່ວຍດ່ວນ

  ເວ­ລາ​ປະ­ມານ 14:40 ໂມງ ຂອງ​ວັນ​ທີ 14 ເມ­ສາ​ຜ່ານ ມາ​ໄດ້​ເກີດ​ໄຟ​ໄຫມ້​ເຮືອນ​ຂອງປະ­ຊາ­ຊົນ​ຈຳ­ນວນ 48 ຫລັງ­ຄາຢູ່​ບ້ານ​ຫລັກ​ຄຳ​ໃຫມ່​ເມືອງ ແລະ ແຂວງ​ຫລວງ​ນ້ຳ​ທາ ເຊິ່ງ​ເປັນບ້ານ​ຊົນ­ເຜົ່າ​ອາ​ຄາ ປະ­ຈຸ​ບັນ​ປະຊາ​ຊົນ​ເກືອບ 3 ຮ້ອຍ​ຄົນ​ເດືອດຮ້ອນ​ຫນັກ​ໄຮ້​ທີ່­ຢູ່​ອາ­ໄສ ລວມທັງ​ເຄື່ອງ​ອຸ­ປະ­ໂພກ ແລະ ບໍ​ລິໂພກ.

   ທ່ານ ພິ​ເຈະ ນາຍ­ບ້ານໆ ຫລັກ​ຄໍາ​ໃຫມ່​ໃຫ້​ຮູ້​ວ່າ: ບ້ານຫລັກ​ຄໍາ​ໃຫມ່​່​ຕັ້ງ​ຢູ່​ແຄມ​ເສັ້ນທາງ 17 A ໄປ​ທາງ​ທິດ­ເຫນືອຫ່າງ​ຈາກ​ເທດ­ສະ­ບານ​ແຂວງ 25 ກິ­ໂລ­ແມັດ ໃນ​ເວ­ລາ​ທີ່​ເກີດ ເຫດ​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ສ່ວນໃຫຍ່​ໄປ​ທຳ​ການ​ຜະ­ລິດ ແລະ ຊອກ​ຢູ່​ຫາ​ກິນ​ມີ​ແຕ່​ເດັກ­ນ້ອຍ ແລະ ຄົນ​ເຖົ້າ​ເຝົ້າ​ເຮືອນ​ໂດຍ ອັກ­ຄີ​ໄພ​ຄັ້ງ​ນີ້​ປະ­ຊາ­ຊົນ 275 ບໍ່ເຫລືອ​ຫຍັງ​ຍັງ­ພຽງ​ເຄື່ອງ­ນຸ່ງ ຄາ​ຄີງສ່ວນ​ຊັບ​ສິນ​ເງິນ-ຄຳ, ເຄື່ອງ­ນຸ່ງຫົ່ມ, ເລົ້າ​ເຂົ້າ, ລົດ​ລາງ​ພາ­ຫະນະ ແລະ ສັດ­ລ້ຽງ​ຈຳ­ນວນ​ຫນຶ່ງຖືກ​ໄຟ​ໄຫມ້​ລວມ​ມູນ​ຄ່າ​ເສຍຫາຍ​ຄາດ​ຄະ­ເນ​ໃນ​ ເບື້ອງຕົ້ນປະ­ມານ 2.762.027.700 ກີບ ຂະ­ນະ​ທີ່​ເຫດ­ການ​ຄັ້ງ​ນີ້​ບໍ່​ມີ​ບຸກຄົນ​ໃດ​ເສຍ​ຊີ­ວິດ.

   ສ່ວນ​ທ່ານ ອໍາ​ຄາ ຄໍາປະ­ສິດ ຫົວ­ຫນ້າ​ສັງ­ຄົມ​ສົງ­ເຄາະ​ພ້ອມທັງ​ເປັນ​ຫົວ­ຫນ້າ​ກອງ​ເລ­ຂາ​ຄະນະ​ກໍາ­ມະ­ການ ​ຄຸ້ມ​ຄອງ​ໄພ­ພິ­ບັດພະ​ແນກ​ແຮງ​ງານ ແລະ ສະຫວັດ​ດີ​ການ​ສັງ­ຄົມ​ແຂວງ ຫລວງ​ນໍ້າທາ​ກ່າວ​ວ່າ: ໄຟ​ໄຫມ້ບ້ານ​ຫລັກ​ຄຳ​ໃຫມ່​ມາ​ຮອດ​ປະ­ຈຸ ບັນ​ແມ່ນ​ຍັງ​ບໍ່​ຮູ້​ສາ­ເຫດ ເພື່ອເປັນ​ການ​ຊ່ວຍ­ເຫລືອ​ສຸກ​ເສີນຄະ­ນະ​ການ​ນຳ​ແຂວງ​ໄດ້​ປຸກ​ລະດົມ​ວັດ­ຖຸ​ ປັດ​ໄຈ​ຈາກ​ທຸກ​ພາກ ສ່ວນ​ຕ່າງໆ​ເຂົ້າ​ການ​ຊ່ວຍ­ເຫລືອບັນ­ເທົາ​ທຸກ​ມີ​ເຂົ້າ­ສານ, ອາ­ຫານແຫ້ງ, ນ້ຳ​ດື່ມ, ອຸ­ປະ­ກອນ​ຮັບໃຊ້​ການ​ແຕ່ງ​ກີນ​ລວມ, ອຸ­ປະກອນ​ໄຟ­ຟ້າ​ເພື່ອ​ຕິດ​ຕັ້ງ​ໃສ່​ສະຖານ​ທີ່​ພັກ­ຊົ່ວ­ຄາວ, ເຄື່ອງ­ນຸ່ງ ຫົ່ມ ແລະ ຢາ​ປິ່ນ­ປົວ​ພະ­ຍາດ​ໃນມູນ​ຄ່າ 17.640.000 ກີບ.

   ແນວ­ໃດ​ກໍ່​ດີ ເມື່ອ​ວັນ​ທີ 23 ເມ­ສາ​ຜ່ານ​ມາ​ທ່ານ ເພັດ​ຖາ­ວອນ ພິ­ລາ​ວັນ ກຳ­ມະ­ການ​ປະ­ຈຳ​ພັກ ແຂວງ​ເຈົ້າ­ເມືອງໆ​ຫລວງ​ນ້ຳທາ, ທ່ານ ບູນ​ສີ ແກ້ວ​ມະ­ນີ ຫົວຫນ້າ​ຫ້ອງ­ການ​ກາ­ແດງ​ແຂວງ ພ້ອມ​ດ້ວຍ​ເຈົ້າ​ຫນ້າ­ທີ່​ທີ່​ກ່ຽວຂ້ອງ​ໄດ້​ນຳ​ເອົາ​ເຄື່ອງ​ບັນ­ເທົາທຸກ​ໄປ​ ຊ່ວຍ­ເຫລືອ​ຜູ້​ໄດ້​ຮັບຄວາມ​ເດືອດ­ຮ້ອນ​ປະ­ກອບ​ມີ: ເຂົ້າ­ສານ 5 ໂຕນ, ສາດ 90 ຜືນ, ຜ້າ­ຫົ່ມ 90 ຜືນ, ມຸ້ງ 90 ດາງ, ຫມໍ້​ຕົ້ມ​ນ້ຳ 45 ຫນ່ວຍ, ຫມໍ້​ແກງ 45 ຫນ່ວຍ ແລະ ຜ້າ​ບັດ 35 ຜືນ ມູນ​ຄ່າ 49.775.000 ກີບ ເຄື່ອງ​ບັນເທົາ​ທຸກ​ດັ່ງ­ກ່າວ​ໂດຍການ​ຊ່ວຍ­ເຫລືອ​ລ້າ​ຈາກ​ອົງການ​ກາ­ແດງ​ ປະ­ເທດ​ໂອ​ຕຣິດ.

   ຄຽງ​ຄູ່​ກັນ​ນັ້ນ ວັນ​ທີ 20 ເມສາ​ຜ່ານ​ມາ​ທ່ານ ກວງ​ຢູ່​ມິງ ຫົວ­ຫນ້າ​ບໍ­ລິ­ສັດ​ການ​ລົງ­ທຶນ​ປູກ ຢາງ­ພາ­ລາ ແຂວງ​ຢຸນ​ນາ​ຈຳ­ກັດ ສປ ຈີນ ກໍ່​ໄດ້​ນຳ​ເອົາ​ເຄື່ອງ­ນຸ່ງຫົ່ມ​ເຂົ້າ​ຊ່ວຍ­ເຫລືອ​ມູນ​ຄ່າ 11 ລ້ານ​ກີບ ແລະ ປ່ອຍ​ເງິນ​ສິນ​ເຊື່ອໃຫ້​ປະ­ຊາ­ຊົນ 3 ຫມື່ນ​ຢວນ ໂດຍບໍ່​ມີ​ດອກ​ເບ້ຍ​ຊື້​ອຸ­ປະ­ກອນ​ປາດຢາງ­ພາ­ລາ ຂະ­ນະ​ທີ່​ ທ່ານ ເພັດ ຖາ­ວອນ ພິ­ລາ​ວັນ ເຈົ້າ­ເມືອງໆ ຫລວງ​ນ້ຳ​ທາ ໄດ້​ຮຽກ­ຮ້ອງ​ມາຍັງ​ພາກ​ລັດ ແລະ ເອ­ກະ​ຊົນ​ທົ່ວສັງ­ຄົມ​ເຂົ້າ​ຮ່ວມ​ຊ່ວຍ­ເຫລືອປະ­ຊາ­ຊົນ​ບ້ານ​ດັ່ງ­ກ່າວ ເພື່ອ​ເຮັດໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ເຂົາເຈົ້າ​ກັບ​ຄືນ​ສູ່​ສະ­ພາບ​ ປົກ­ກະ­ຕິໂດຍ​ໄວ.



__________________
Anonymous

Date:
RE: ເຮືອນເກືອບ 50 ຫລັງຢູ່ບ້ານຫລັກຄຳໃຫມ່ ຖືກໄຟໄຫມ້ກ້ຽງ, ສັງຄົມຮີບຊ່ວຍດ່ວນ
Permalink   
 


ໄຟໃໜ້ສາຍໄຟຟ້າ ກາງກຸງວຽງຈັນ

522160_2895586869513_1255568761_32001339_1358498559_n.jpg

ໃກ້ກັບໂຮງແຮມວຽງຈັນພລາຊາ

ເຫດການຄ້າຍກັບໄຟໃໜ້ໃກ້ໆຮ້ານຂອບໃຈເດີ້ ປີກາຍນີ້ເລຍ



__________________
Anonymous

Date:
Permalink   
 

Laos PDR electricity layout systems in Laos is still using

last 60 years system. There are thousand and thousand

power and phone lines are tinkled up on overhead power lines

and some power and phone lines was layout the first day that

Vientiane had electric and telephone to use,  that's why??????????



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard