ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການເຊັນສັນຍາເງິນກູ້ ສັນຍາຊື້ຂາຍໄຟຟ້າ
Anonymous

Date:
ການເຊັນສັນຍາເງິນກູ້ ສັນຍາຊື້ຂາຍໄຟຟ້າ
Permalink   
 


ການເຊັນສັນຍາເງິນກູ້ ສັນຍາຊື້ຂາຍໄຟຟ້າ

ບໍຣິສັດ ພລັງງານ ໄຊຍະບູຣີ ຊຶ່ງເປັນ ບໍຣິສັດ ຮັບເໝົາ ກໍ່ສ້າງ ເຂື່ອນ ໄຊຍະບູລີ ໃນ ແມ່ນໍ້າຂອງ ພາກເໜືອຂອງລາວ ໄດ້ເຊັນສັນຍາ ກູ້ຢືມເງິນ 85 ພັນລ້ານບາດ ຈາກ 6 ທະນາຄານ ແລະ ພ້ອມດຽວກັນ ກໍມີຂໍ້ ຕົກລົງ ຊື້-ຂາຍ ກະແສໄຟຟ້າ ກັບການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ຫລື EGAT ເປັນ ເວລາ 29 ປີ.

ໃນສັປດາ ຜ່ານມາ ບໍຣິສັດ ຊ.ການຊ່າງ ໄດ້ເປີດເຜີຍ ຕໍ່ຕລາດຄ້າຫຸ້ນ Stock Exchange ແຫ່ງປະເທດໄທ ວ່າ ທາງບໍຣິສັດ ໄດ້ເຊັນສັນຍາ ໃນມູນຄ່າ 51 ພັນ 8 ຮ້ອຍລ້ານ ບາດ ເທົ່າກັບ 711 ລ້ານ ໂດລາ ສະຫະຣັຖ ກັບ ບໍຣິສັດ ພລັງງານ ໄຊຍະບູຣີ ທີ່ຖືຫຸ້ນ 30 ເປີເຊັນ ຂອງ ບໍຣິສັດ ພລັງງານ ໄຊຍະບູຣີ.

ຮ່ວມຖືຫຸ້ນກັບ ບໍຣິສັດ ພລັງງານ ໄຊຍະບູຣີ ກໍຍັງມີ ບໍຣິສັດ Natee Synergy ຖືຫຸ້ນ 25 ເປີເຊັນ ການໄຟຟ້າ ຝ່າຍຜລິດ ຫລື Egco ຖືຫຸ້ນ 12 ເປີເຊັນ ຣັຖບານລາວ 20 ເປີເຊັນ ແລະ ບໍຣິສັດ ອື່ນໆອີກ ຖືຫຸ້ນ ສ່ວນທີ່ເຫລືອ ທັງໝົດ 13 ເປີເຊັນ.

ໂຄງການເຂື່ອນ ໄຊຍະບູຣີ ມີຄວາມແຮງ ຂນາດ 1280 ເມັກກາວັດ ນັ້ນ ຂນະນີ້ ມີຄໍາຮຽກຮ້ອງ ຈາກ ປະຊາຄົມ ຊາວໄທ ແລະສື່ມວລຊົນ ໃຫ້ທາງ ບໍຣິສັດ ສຶກສາເພີ່ມຕື່ມ ກ່ຽວກັບ ຜົນກະທົບ ດ້ານ ສິ່ງແວດລ້ອມ ທີ່ອາດຈະເກີດ ຂຶ້ນໄດ້ ຈາກເຂື່ອນ ໄຊຍະບູຣີ ກ່ອນຈະມີການ ກໍ່ສ້າງຕໍ່ໄປ.

ໂຄງການເຂື່ອນ ນີ້ມີມູລຄ່າ 3 ພັນ 8 ຮ້ອຍລ້ານ ໂດລາ ສະຫະຣັຖ ແລະ ກໍຈະເປັນ ເຂື່ອນ ທີ່ສ້າງໃສ່ ແມ່ນໍ້າຂອງ ແຫ່ງທໍາອິດ ຂອງລາວ ຈະໃຊ້ເວລາ ໃນການກໍ່ສ້າງ 8 ປີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard