ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລັດ­ຖະ­ບານ​ຍີ່­ປຸ່ນຊ່ວຍເຫລືອລາວ ລົກເມ ຈໍາ­ນວນ 42 ຄັນ
Anonymous

Date:
ລັດ­ຖະ­ບານ​ຍີ່­ປຸ່ນຊ່ວຍເຫລືອລາວ ລົກເມ ຈໍາ­ນວນ 42 ຄັນ
Permalink   
 


ລັດ­ຖະ­ບານ​ຍີ່­ປຸ່ນຊ່ວຍເຫລືອລາວ ລົກເມ ຈໍາ­ນວນ 42 ຄັນ
240420121353135oryng,mlbvqsxcdfkmrl45rg51t25.4.2012.jpg

ທ່ານ ຄໍາ​ພູນ ເຕ​ເມ​ລາດ ອໍາ­ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ລົດ­ເມ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ກ່າວ​ໃຫ້​ຮູ້​ວ່າ: ລົດ­ເມ​ຈໍານວນ​ດັ່ງ­ກ່າວ​ນໍາສົ່ງ​ມາ​ເຖິງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ຂອງ​ພວກ​ເຮົາ ​ໃຫ້​ສຳ­ເລັດ ພາຍ​ໃນ​ເດືອນ​ພຶດ­ສະ­ພາ 2012 ຊຶ່ງ​ຊຸດ​ທີ 2 ຈໍາ­ນວນ 8 ຄັນ ຈະ​ມາ​ເຖິງ​ວັນ​ທີ 26 ເມ­ສາ​ນີ້ ລົດ­ເມ​ທີ່​ນໍາ​ເຂົ້າ​ມາ​ໃໝ່​ນີ້​ແມ່ນ​ເປັນ​ລົດ­ເມ​ຢູ່​ໃນ​ສະ­ພາບ​ໃໝ່​ມີ 45 ບ່ອນ​ນັ່ງ ພ້ອມ​ຕິດ​ແອ​ເຢັນ ຖື​ວ່າ​ເປັນ​ລົດ​ທີ່​ທັນ​ສະ­ໄໝ​ພໍ​ສົມ­ຄວນ ເພື່ອ​ຮັບ­ປະ­ກັນ​ໃຫ້​ແກ່​ການ​ຮັບ​ໃຊ້​ການ​ບໍ­ລິ­ການ​ຂົນ­ສົ່ງ​ມວນ​ຊົນ​ ນະ­ຄອນ­ຫຼວງ​ວຽງ​ຈັນ.

ທ່ານ ຄໍາ​ພູນ ເຕ​ເມ​ລາດ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ເບື້ອງ​ຕົ້ນ​ນີ້ ຝ່າຍ​ລາວ ປະ­ກອບ​ມີ ກົມ​ຂົນ­ສົ່ງ ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ ແລະ ລັດ​ວິ​ສາ​ຫະ​ກິດ​ລົດ­ເມ​ນະ­ຄອນ­ຫຼວງ ຈະ​ໄດ້​ສົມ­ທົບ​ກັບ​ວິ­ຊາ​ການ​ອົງ­ການ​ໄຈ​ກາ ແລະ ວິ­ຊາ​ການ​ບໍ­ລິ­ສັດ​ຜະ­ລິດ​ລົດ​ປະ­ເທດ​ຍີ່­ປຸ່ນ ປຶກ­ສາ​ຫາ­ລື​ການ​ກະ­ກຽມ​ການ​ມອບ-ຮັບ​ລົດ ແລະ ຝຶກ​ອົບ­ຮົມ​ແນະ­ນຳ​ທາງ​ດ້ານ​ເຕັກ­ນິກ ກໍ​ຄື​ການ​ນຳ​ໃຊ້ ແລະ ການ​ບຳ­ລຸງ​ຮັກ­ສາ​ລົດ​ໃຫ້​ແກ່​ພະ­ນັກ­ງານ​ວິ­ຊາ​ການ​ຂອງ​ລາວ ໂດຍ​ສະ­ເພາະ​ຜູ້​ຂັບ​ລົດ​ເພື່ອ​ຮັບ­ປະ­ກັນ​ທາງ​ດ້ານ​ເຕັກ­ນິກ ແລະ ການ​ບໍ­ລິ­ການ​ຜູ້­ໂດຍ­ສານ​ທີ່​ມີ​ຄຸນ​ນະ​ພາບ​ປອດ​ໄພ.

ລົດ­ເມ​ໃໝ່ ຈໍາ­ນວນ 42 ຄັນ ແມ່ນ​ຈະ​ໄດ້​ນຳ​ໃຊ້​ຂົນ­ສົ່ງ​ຜູ້­ໂດຍ­ສານ​ຢູ່​ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ຄື​ພໍ່​ແມ່​ປະ­ຊາ­ຊົນ​ຈົ່ງ​ມີ​ສ່ວນ​ຮ່ວມ​ໃນ​ການ​ມີ​ຄໍາ​ຄິດ​ຄໍາ​ເຫັນ​ວ່າ ຈະ​ຄວນ​ປັບ­ປຸງ​ບັນ­ຫາ​ໃດ ແລະ ສະ­ເໜີ​ໃຫ້​ເສັ້ນ­ທາງ​ໃດ​ຄວນ​ມີ​ລົດ­ເມ​ປະ­ຈໍາ​ທາງ ແລະ ບັນ­ຫາ​ອື່ນໆ ເພື່ອ​ຈະ​ໄດ້​ມາ​ປັບ­ປຸງ​ຖອດ​ຖອນ​ບົດ­ຮຽນ​ໃນ­ຕໍ່­ໜ້າ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard