ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ເຕັນປິດ ການພນັນ
Anonymous

Date:
ບໍ່ເຕັນປິດ ການພນັນ
Permalink   
 


ບໍ່ເຕັນປິດ ການພນັນ

F-Casino-Boten-closed.jpg

ທາງກາຣ ສປປລາວ ມີຄວາມຕັ້ງໃຈ ໃນເມື່ອກ່ອນວ່າ ເຂຕເສຖກິຈ ພິເສດ ຫລາຍໆແຫ່ງ ທົ່ວເມືອງລາວ ຈະຕ້ອງມີ ໂຮງຫລິ້ນ ກາຣພນັນ ຫລື ຄາສິໂນ ທຸກໆແຫ່ງ ແຕ່ເມື່ອມີ ໂຮງຄາສີໂນ ຢູ່ເຂຕ ເມືອງບໍ່ເຕັນ ຕິດກັບ ຊາຍແດນຈີນ ໃນແຂວງ ຫລວງນໍ້າທາ ພາຍໃຕ້ ໂຄງກາຣ ສັມປະທານ ໃນປີ 2003 ທີ່ຜ່ານມາ ກໍຈະມີ ແຕ່ບັນຫາ ເກີດຂຶ້ນເລື້ອຍໆ ຊຶ່ງກໍຮວມທັງ ອາຊຍາກັມ ປຸ້ນຈີ້ ກາຣລັກພາຕົວ ກາຣຄ້າມະນຸສ ບັນຫາ ຢາເສພຕິດ ແລະອື່ນໆ ໂດຽທີ່ທາງ ເຈົ້າໜ້າທີ່ລາວ ກໍບໍ່ສາມາຖ ເຂົ້າໄປ ກວດກາ ໄດ້ແຕ່ຢ່າງໃດ ຈຶ່ງໄດ້ມີ ກາຣສັ່ງໃຫ້ປິດ ກິຈກາຣ ທຸກຢ່າງ ເປັນກາຣຊົ່ວຄາວ ໃນຣະຫວ່າງ ກວ່າໜຶ່ງປີ ທີ່ຜ່ານມາ.

ເພື່ອແກ້ໄຂ ບັນຫາທັງໝົດ ທາງ ຣັຖບາລລາວ ຈຶ່ງໄດ້ອອກ ດຳຣັຕໃໝ່ ສັ່ງຫ້າມ ບໍ່ໃຫ້ໃຊ້ ເຂຕເສຖກິຈ ພິເສດ ບໍ່ເຕັນ ສຳຫລັບຫລິ້ນ ຄາສິໂນ ແຕ່ຢ່າງໃດ ເພື່ອປ້ອງກັນ ບັນຫາ ໂດຽສະເພາະ ເຣື່ອງ ອາຊຍາກັມ ທີ່ເຄີຍເກີດຂຶ້ນ ຢູ່ເລື້ອຍໆ ໃນແຕ່ກ່ອນ.

ພາຍຫລັງທີ່ ທາງກາຣລາວ ໄດ້ປະກາສ ປິດໂຮງ ຄາສິໂນ ໃນເຂຕ ເສຖກິຈ ພິເສດ ທີ່ເມືອງບໍ່ເຕັນ ໄປແລ້ວນັ້ນ ນັກກາຣພນັນ ສ່ວນຫລາຍ ໄປຈາກ ປະເທສຈີນ ກໍພາກັນໄປ ຫຼີ້ນຢູ່ເມືອງ ຕົ້ນເຜີ້ງ ຊື່ງເຫັນວ່າມີ ຫຼາຍຂື້ນ ໃນຣະຍະ ທີ່ຜ່ານມາ ແລະ ໃນປັຈຈຸບັນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard