ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາທິປະໄຕ ໃນລາວ ຂາດສິທປາກເວົ້າ
Anonymous

Date:
ປະຊາທິປະໄຕ ໃນລາວ ຂາດສິທປາກເວົ້າ
Permalink   
 


ປະຊາທິປະໄຕ ໃນລາວ ຂາດສິທປາກເວົ້າ

ປະຊາຊົນລາວ ບໍ່ມີສິທ ເສຣີພາບ ທາງດ້ານ ອອກຄວາມຄິດ ຄວາມເຫັນໃດໆ ທີ່ກ່ຽວກັບ ນະໂຍບາຍ ຂອງຣັຖບາລ ເຖີງແມ່ນວ່າ ນະໂຍບາຍ ຕ່າງໆເຫລົ່ານັ້ນ ຈະບໍ່ກົງກັບ ສະພາບ ຄວາມເປັນຈິງ ທີ່ເກີດຂຶ້ນ ໃນ ສັງຄົມ ຍ້ອນຣະບົບ ກາຣປົກຄອງ ໃນລາວ ບໍ່ມີໃຫ້ ປະຊາຊົນ ແສດງ ຄວາມຄິດເຫັນໃດໆ ເຖີງແມ່ນວ່າ ທາງ ຣັຖບາລ ຈະມີ ໂທຣະສັພ ສາຍດ່ວນ ໃຫ້ ປະຊາຊົນ ໂທເຂົ້າໄປ ຮ້ອງຮຽນ ກໍຕາມ. ດັ່ງຊາວ ນະຄອນ ຫລວງວຽງຈັນ ຜູ້ໜຶ່ງ ເວົ້າວ່າ:

"ຄົນລາວເຮົາກໍ ສ່ວນຫລາຍ ກໍບໍ່ມີສິທ ຫຍັງດອກ ເພາະວ່າຂັ້ນເທິງ ເປັນຜູ້ສັ່ງ ແລ້ວກໍຕ້ອງ ປະຕິບັຕ ກໍມີແຕ່ ວ່າໂທໄປ ສອບຖາມຊື່ໆ ຕົວນີ້ແມ່ນ ໂທໄປໄດ້ ແຕ່ວ່າເຣື່ອງ ກາຣແກ້ໄຂ ຫລືວ່າກາຣ ພິຈາຣະນາ ຄຳເຫັນ ຂອງຂະເຈົ້າ ເຮົາກໍບໍ່ຮູ້ ນຳຂະເຈົ້າຄືກັນ ແຕ່ວ່າຢູ່ລາວ ມັນຍາກ".

ພ້ອມດຽວກັນນັ້ນ ທ່ານກໍວ່າ ສ່ວນຫລາຍແລ້ວ ຈະບໍ່ຄ່ອຍມີຄົນ ໂທຣະສັພ ເຂົ້າໄປສເນີ ຄວາມເຫັນ ພໍເທົ່າໃດ ເພາະຮູ້ ແນ່ນອນ ແລ້ວວ່າ ຄວາມເຫັນ ຂອງພວກຕົນ ຈະບໍ່ໄດ້ຮັບ ກາຣພິຈາຣະນາ ຈາກທາງ ຣັຖບາລ ແລະ ເຖິງຈະມີ ຜູ້ໂທເຂົ້າໄປ ສ່ວນຫລາຍ ຈະເປັນກາຣ ແຈ້ງຄວາມ ສະເພາະເຣື່ອງ ບໍ່ເປັນທັມ ທີ່ເກີດຂຶ້ນ ກັບຕົນເອງ ເທົ່ານັ້ນ.

ສໍາຫລັບ ໂທຣະສັພ ສາຍດ່ວນ ທີ່ທາງ ຣັຖບາລ ໄດ້ຈັດຂຶ້ນ ເພື່ອໃຫ້ ປະຊາຊົນ ໂທເຂົ້າໄປໃຫ້ ຄວາມຄິດເຫັນນັ້ນ ກໍສະເພາະ ແຕ່ຣະຍະ ທີ່ມີກາຣ ປະຊຸມສະພາ ແຫ່ງຊາຕ ເທົ່ານັ້ນ ດັ່ງເຈົ້າໜ້າທີ່ ຈາກ ກົມຄົ້ນຄວ້າ ຄຳຮ້ອງ ຂໍຄວາມເປັນທັມ ສະພາ ແຫ່ງຊາຕ ໄດ້ກ່າວວ່າ:

"ມີແຕ່ສາຍດ່ວນ ຂອງສະພາ ຊ່ວງ ກອງປະຊຸມ ສະພາແຫ່ງຊາຕ ໄດ້ແຕ່ສະເພາະ ກອງປະຊຸມ ຂອງ ສະພາແຫ່ງຊາຕ ຈະມີ 2 ເທື່ອ ເຮົາຈະມີ ສາຍດ່ວນ ແລະ ກໍມີທາງ ອີເມລ ແຟກຊ໌ ສາມາຖສເນີ ໄດ້ທຸກຄວາມເຫັນ ຕົວນີ້".

ເຖີງແມ່ນວ່າ ສປປລາວ ມີກົດໝາຍ ຄຸ້ມຄອງສິທທິ ເສຣີພາບ ຂອງບຸຄຄົນ ກໍຕາມ ແຕ່ຄວາມ ເປັນຈິງແລ້ວ ປະຊາຊົນລາວ ຍັງຖືກ ຄວບຄຸມ ພາຍໃຕ້ ກາຣນຳພາ ຂອງພັກ-ຣັຖ ແລະ ປະຊາຊົນ ຈະຕ້ອງໄດ້ແຕ່ ປະຕິບັຕ ຕາມເທົ່ານັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard