ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະລັດອາເມລິກາເນັ້ນການສົ່ງເສີມໂຄງການໂພຊະນາການ ແລະ ອາຫານເສີມໃນ ສປປ ລາວ
Anonymous

Date:
ສະຫະລັດອາເມລິກາເນັ້ນການສົ່ງເສີມໂຄງການໂພຊະນາການ ແລະ ອາຫານເສີມໃນ ສປປ ລາວ
Permalink   
 


ສະຫະລັດອາເມລິກາເນັ້ນການສົ່ງເສີມໂຄງການໂພຊະນາການ ແລະ ອາຫານເສີມໃນ ສປປ ລາວ
WFO2012-04-30.JPG
ນະຄອນຫລວງວຽງຈັນຄະນະຢ້ຽມຢາມຂອງສະຖານທູດອາເມລິກາ, ກະຊວງສຶກສາທິການ ແລະ ກິລາ, ແລະ ອົງການສະຫະປະຊາຊາດອາຫານໂລກ ສຳເລັດການຢ້ຽມຢາມແຂວງສາລະວັນ ເພື່ອສຳຫລວດເບິ່ງກິດຈະກຳ ຂອງໂຄງການອາຫານເສີມ ຂອງອົງການອາຫານໂລກ.
 
ການລົງຢ້ຽມຢາມໃນຄັ້ງນີ້ແມ່ນສືບເນື່ອງມາຈາກ ການໃຫ້ການຊ່ວຍເຫລືອເຖິງ 10ລ້ານ ໂດລາສະຫະລັດ ໂດຍລັດຖະບານ ສະຫະລັດອາເມລິກາ ໃຫ້ແກ່ໂຄງການອາຫານເສີມຂອງອົງການອາຫານໂລກ, ເຊິ່ງຊ່ວຍສະຫນອງອາຫານຫວ່າງພາກເຊົ້າ ໃນແຕ່ລະມື້ ໃຫ້ແກ່ເດັກນັກຮຽນ 150,000 ຄົນໃນ ຫົກແຂວງ ຢູ່ ສປປ ລາວ.
 
ອາຫານເສີມໃນໂຮງຮຽນເປັນວິທີ ທີ່ມີປະສິດທິພາບ ໃນການສົ່ງເສີມເຮັດໃຫ້ພໍ່ແມ່ຜູ້ປົກຄອງເດັກ ສົ່ງລູກຫລານຂອງພວກເຂົາ ໂດຍສະເພາະເດັກຍິງ ໃຫ້ໄປໂຮງຮຽນ, ກ່າວໂດຍ ທ່ານນາງຄູໂດະ. ການສຶກສາແມ່ນມີຄວາມສຳຄັນໃນການທຳລາຍວົງໂຄຈອນຂອງການຂາດສານອາຫານ: ເດັກທີ່ໄດ້ຮັບການສຶກສາຈະເຕີບໃຫຍ່ຂຶ້ນ ເປັນຜູ້ທີ່ສາມາດເຮັດການຜະລິດ ແລະ ສ້າງລາຍຮັບໄດ້ຫລາຍຂຶ້ນ, ແລະ ມີຄວາມເປັນໄປໄດ້ທີ່ຈະສາມາດສະຫນອງອາຫານທີ່ເຫມາະສົມໃຫ້ແກ່ລູກຫລານຂອງພວກເຂົາໄດ້ຢ່າງພຽງພໍ.
 
ໃນການເດີນທາງລົງຢ້ຽມຢາມຄັ້ງນີ້, ທ່ານ ເອກອັກຄະລັດຖະທູດສະຫະລັດອາເມລິກາ, ທ່ານນາງ ຄາເລັນ ບີ. ສະຈວດ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ລີຕູ້ ບົວປາວ, ແລະ ຕົວແທນຕາງຫນ້າອົງການອາຫານໂລກ ປະຈຳ ສປປ ລາວ, ທ່ານນາງ ເອຣີ ຄູໂດ, ພ້ອມຄະນະ ໄດ້ຢ້ຽມຢາມບ້ານນາບອນ, ເມືອງລາວງາມ ແລະ ບ້ານນາ, ເມືອງຕຸ້ມລານ ເພື່ອເຂົ້າຮ່ວມການກະກຽມ ແລະ ການແຈກຢາຍອາຫານໃຫ້ເດັກນັກຮຽນ ແລະ ເພື່ອຮຽນຮູ້ຜົນຕອບຮັບທີ່ດີຂອງໂຄງການ.
 
ການຢ້ຽມຢາມໃນຄັ້ງນີ້ ແມ່ນເປັນສ່ວນຫນຶ່ງຂອງການຮ່ວມມືຂອງສະຖານທູດອາເມລິກາ ແລະ ອົງການອາຫານໂລກ ໃນການສ້າງຄວາມຮັບຮູ້ກ່ຽວກັບບັນຫາການຂາດໂພຊະນາການໃນ ສປປ ລາວ. ການຂາດໂພຊະນາການເປັນປັດໄຈທີ່ສຳຄັນຫນຶ່ງທີ່ສົ່ງຜົນເຖິງການເສຍຊີວິດຂອງເດັກນ້ອຍພາຍໃນປະເທດ ແລະຍັງສົ່ງຜົນກະທົບໄລຍະຍາວເຖິງການມີບັນຫາທາງດ້ານຮ່າງກາຍ ແລະ ແນວຄວາມຄິດ ຕັ້ງແຕ່ຕອນຍັງນ້ອຍ. ອົງການອາຫານໂລກ ແລະ ສະຖານທູດອາເມລິກາຍັງມີຄວາມຕັ້ງໃຈທີ່ຈະປະຕິບັດວຽກງານຮ່ວມກັນກັບຄູ່ຮ່ວມງານອື່ນໆ ໃນການໄຈ້ແຍກ ແລະ ຊອກຫາແນວທາງທີ່ມີປະສິດທິພາບ ໃນການແກ້ໄຂບັນຫາການຂາດໂພຊະນາການ.
 
ໃນປີຜ່ານມາ, ໂຄງການອາຫານເສີມຂອງອົງການອາຫານໂລກໄດ້ຢືນຢັນໃຫ້ເຫັນວ່າ ໂຄງການອາຫານເສີມເປັນວິທີການທີ່ມີປະສິດທິພາບໃນການປັບປຸງຄວາມສຳເລັດທາງດ້ານການສຶກສາ ແລະ ໂພຊະນາການ ໃນເດັກນ້ອຍລາວ. ພະແນກກະສິກຳຂອງສະຫະລັດອາເມລິກາ, ໂດຍຜ່ານ ທຶນສົ່ງເສີມອາຫານຕ່າງປະເທດ ໃຫ້ແກ່ການສຶກສາ ແລະ ໂພຊະນາການເດັກແມັກກາເວີນ-ໂດ (McGovern-Dole International Food for Education and Child Nutrition),ເປັນຜູ້ໃຫ້ທຶນທີ່ໃຫຍ່ທີ່ສຸດໃນໂຄງການນີ້.
 
ໃນນາມປະຊາຊົນຊາວອາເມລິກາ, ຂ້າພະເຈົ້າດີໃຈຫລາຍທີ່ການຊ່ວຍເຫລືອໃນຄັ້ງນີ້ ມີສ່ວນຊ່ວຍເດັກນ້ອຍລາວຫລາຍພັນຄົນ ໃຫ້ໄດ້ຮັບສານອາຫານທີ່ຈຳເປັນ ເພື່ອໃຫ້ພວກເຂົາສືບຕໍ່ການຮໍ່າຮຽນ ແລະ ຍາດໄດ້ການພັດທະນາຢ່າງເຕັມສ່ວນ,” ກ່າວໂດຍ ທ່ານ ເອກອັກຄະລັດຖະທູດສະຫະລັດອາເມລິກາ ສະຈວດ.
 
ການຊ່ວຍເຫລືອ 10ລ້ານ ໂດລາສະຫະລັດແມ່ນສາມາດເຫັນໄດ້ໃນຮູບແບບເຂົ້າຈຳນວນ 1,600 ໂຕນ, ວິຕາມິນ ແລະ ແຮ່ທາດປຸງແຕ່ງ Supercerealຈຳນວນ 556 ໂຕນ, ແລະ ນໍ້າມັນພືດ ຈຳນວນ 110 ໂຕນ. ນໍ້າມັນ ແລະ ແຮ່ທາດປຸງແຕ່ງ Supercereal ຈະຖືກນຳໃຊ້ໂດຍ ແມ່ຄົວປະຈຳຫມູ່ບ້ານ ໃນການກະກຽມອາຫານຫວ່າງພາກເຊົ້າ, ເພື່ອບໍ່ໃຫ້ເດັກນັກຮຽນຫິວ. ເຂົ້າຈະຖືກມອບໃຫ້ນັກຮຽນ ຜູ້ທີ່ອາໄສຢູ່ຫ່າງໄກຈາກໂຮງຮຽນເອົາກັບບ້ານ, ເຊິ່ງເປັນສິ່ງຈູງໃຈຫນຶ່ງໃຫ້ແກ່ຄອບຄົວເດັກນັກຮຽນ ເພື່ອໃຫ້ແນ່ໃຈວ່າເດັກຈະເຂົ້າມາຮໍ່າຮຽນເປັນປົກກະຕິ.
 
ທຶນຈຳນວນ 1ລ້ານ ໂດລາສະຫະລັດຂອງການຊ່ວຍເຫລືອຈາກ ປະເທດສະຫະລັດອາເມລິກາ ຈະໄດ້ຖືກນໍາໃຊ້ເຂົ້າໃນການເຝິກອົບຮົມ ແລະ ສະຫນັບສະຫນູນ ແກ່ ກະຊວງສຶກສາທິການ ແລະ ກິລາ ຂອງປະເທດລາວ ເຊິ່ງເປັນສ່ວນຫນຶ່ງຂອງການມອບໂອນພາຍໃຕ້ແຜນງານສະຫນອງອາຫານໃນໂຮງຮຽນ.
 


__________________
Anonymous

Date:
RE: ສະຫະລັດອາເມລິກາເນັ້ນການສົ່ງເສີມໂຄງການໂພຊະນາການ ແລະ ອາຫານເສີມໃນ ສປປ ລາວ
Permalink   
 


ຂໍຊົມເຊີຍ ສະຫະລັດອາເມລິກາ ທີ່ໃຫ້ການຊ່ວຍເຫລືອ

ລູກຫລານລາວ



__________________


Guru

Status: Offline
Posts: 622
Date:
Permalink   
 

554000007889902.JPEG

ຖ້າຫາກ ລໍການຊ່ວຍເຫລືອຈາກຜູ້ນຳລາວ ລູກຫລານລາວ

ຄົງເປັນໄປແບບນີ້ຕະລອດການ

IMG_1585.jpg155e.jpg




__________________
Anonymous

Date:
Permalink   
 

ການຊ່ວຍເຫລືອນີ້ມັນກໍດີຢູ່ດອກ ແຕ່ຖ້າຫາກຢາກໃຫ້ມັນດີແທ້ ເກນຄົນອາເມລິກາມາເກັບລະເບີດກັບໄປຖິ້ມໄວ້ບ້ານຕົນເອງແດ່ ມັນກິນບໍ່ໄດ້ຄືເຂົ້າປາອາຫານ ເພາະ ຄວາມທຸກຍາກຂາດເຂີນຂອງຄົນລາວແມ່ນໜຶ່ງທີ່ມີສາເຫດມາຈາກອາເມລິການັ້ນລະ...



__________________
Anonymous

Date:
Permalink   
 

Anonymous wrote:

ການຊ່ວຍເຫລືອນີ້ມັນກໍດີຢູ່ດອກ ແຕ່ຖ້າຫາກຢາກໃຫ້ມັນດີແທ້ ເກນຄົນອາເມລິກາມາເກັບລະເບີດກັບໄປຖິ້ມໄວ້ບ້ານຕົນເອງແດ່ ມັນກິນບໍ່ໄດ້ຄືເຂົ້າປາອາຫານ ເພາະ ຄວາມທຸກຍາກຂາດເຂີນຂອງຄົນລາວແມ່ນໜຶ່ງທີ່ມີສາເຫດມາຈາກອາເມລິການັ້ນລະ...


 ຄືບໍ່ໄປຂໍ ອີ່ພໍ່ເຈົ້າພຸ້ນເຂົ້າມາເຮັດສົງຄາມໃນລາວ

555000005642901.JPEG
นาที สำคัญที่กองกำลังฝ่ายเวียดนามเหนือเข้าโจมตีและขับไล่ทหารอเมริกันกับ เวียดนามใต้ออกจากฐานทัพส่วนหน้าที่เดิ่วเหมิ่ว (Đầu Mầu) ในเดือน มี.ค.2515 ซึ่งฝ่ายสหรัฐฯ-รัฐบาลไซ่ง่อนกำลังเปิดการรุกรบครั้งใหญ่หวังตัดเส้นทาง ลำเลียงโฮจิมินห์ของฝ่ายเวียดนามเหนือ การสู้รบในช่วงนี้ขยายวงเข้าไปในดินแดนลาว ซึ่งทหารเวียดนามใต้พ่ายยับเยินในยุทธการลามเซิน (Lam Sơn) แขวงสะหวันนะเขต แต่ฝ่ายเวียดนามเหนือก็สูญเสียหนักไม่แพ้กัน ไม่ต่างกับอีกยุทธภูมิหนึ่งบนทางหลวงเลข 9 ใน จ.บี่งจิเทียน (Bình Trị Thiên) ซึ่งก็คือ จ.กว๋างจิ (Quảng Trị) ในปัจจุบัน.--- ภาพ: Tuoi Tre/Đoàn Công Tính.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard