ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອົງການສາກົນຮຽກຮ້ອງ ສໍາຣວດເຂດສ້າງເຂື່ອນ
Anonymous

Date:
ອົງການສາກົນຮຽກຮ້ອງ ສໍາຣວດເຂດສ້າງເຂື່ອນ
Permalink   
 


ອົງການສາກົນຮຽກຮ້ອງ ສໍາຣວດເຂດສ້າງເຂື່ອນ

ທາງກອງທຶນ ອະນຸຮັກ ສັຕປ່າໂລກ ຫລື WWF ໄດ້ຮຽກທວງ ຕໍ່ທາງກາຣ ສປປລາວ ເພື່ອໃຫ້ມີກາຣ ດຳເນີນ ກາຣສຶກສາ ສຳຣວຈ ຕາມເຂຕພື້ນທີ່ ບ່ອນທີ່ວ່າມີ ກຳໜົດ ຈະສ້າງ ເຂື່ອນໃສ່ ແມ່ນໍ້າຂອງ ໃນພື້ນທີ່ ແຂວງ ໄຊຍະບູຣີ ເພື່ອຫລີກເວັ້ນ ຜົລກະທົບ ຕໍ່ ປະຊາຊົນ ແລະ ສະພາບແວດລ້ອມ ທີ່ຈະຕາມມາ ພາຍຫລັງນັ້ນ.

ທາງກາຣ ສປປລາວ ໄດ້ລົງນາມ ໃນຂໍ້ສັນຍາ ຮ່ວມກັບ ບໍຣິສັທ ຊ.ກາຣຊ່າງ ຂອງໄທຽ ໃນຕົ້ນ ສັປດານີ້ ທັ້ງໆທີ່ມີ ຫລາຍໆອົງກາຣ ແລະ ປະຊາຊົນ ທີ່ອາສັຍຢູ່ ຕາມແຄມ ແມ່ນໍ້າຂອງ ໃນຕອນລຸ່ມ ຕ່າງກໍບໍ່ເຫັນ ພ້ອມ ແລະພາກັນ ໂຮມຊຸມນຸມ ປະທ້ວງ ຢູ່ຕໍ່ໜ້າ ບໍຣິສັທ ຊ.ກາຣຊ່າງ ທີ່ບາງກອກ ພ້ອມຍັງໄດ້ ຮຽກຮ້ອງໃຫ້ ທະນາຄາຣ ຂອງໄທຽ ທັງ 4 ແຫ່ງ ໃຫ້ຍົກເລີກ ຂໍ້ສັນຍາ ທີ່ຈະໃຫ້ ທຶນກູ້ຢືມ ສຳຫລັບ ໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ດັ່ງກ່າວ.

ກ່ຽວກັບກາຣ ຂັດແຍ່ງ ໃນໂຄງກາຣ ສ້າງເຂື່ອນ ດັ່ງກ່າວນີ້ ທາງກອງປະຊຸມ ຄນະກັມມາທິກາຣ ແມ່ນໍ້າຂອງ ຫລື MRC ກໍໄດ້ຕົກລົງ ໃຫ້ມີກາຣ ເລື່ອນໂຄງກາຣ ສ້າງເຂື່ອນ ອອກໄປຕື່ມອີກ ເພື່ອໃຫ້ດຳເນີນ ກາຣ ຄົ້ນຄວ້າ ທາງດ້ານ ຜົລກະທົບ ຕໍ່ສິ່ງແວດລ້ອມ ຢ່າງຖີ່ຖ້ວນ ເສັຽກ່ອນ.

ທ່ານ Marc Goichot ຜູ້ອໍານວຍກາຣ ຂອງກອງທຶນ ອະນຸຮັກ ສັຕປ່າໂລກ ຮຽກຮ້ອງໃຫ້ ທາງກາຣ MRC ຈົ່ງໄດ້ຈັດຕັ້ງ ຄນະກັມມະກາຣ ເພື່ອດຳເນີນ ກາຣສຶກສາ ສຳຣວຈ ຕາມເຂຕພື້ນທີ່ ບ່ອນທີ່ຈະມີ ກາຣກໍ່ ສ້າງເຂື່ອນ ແລະຢາກໃຫ້ ທາງກາຣລາວ ໄດ້ເລື່ອນໂຄງກາຣ ສ້າງເຂື່ອນນີ້ ອອກໄປ ເຊັ່ນກັນ.



__________________


Member

Status: Offline
Posts: 6
Date:
Permalink   
 

ຂອຊອບໃຈໃນຂ້ອມຼວດີົ ເດ້ອ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard