ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຮຽນຈົບແລ້ວຢາກເຮັດຫຍັງ ກໍປ່ອນເງິນກັນໄດ້
Anonymous

Date:
ຮຽນຈົບແລ້ວຢາກເຮັດຫຍັງ ກໍປ່ອນເງິນກັນໄດ້
Permalink   
 


ຮຽນຈົບແລ້ວຢາກເຮັດຫຍັງ ກໍປ່ອນເງິນກັນໄດ້

ປັດຈຸບັນ ຢູ່ລາວ ນັກສຶກສາ ທີ່ຮຽນຈົບໃໝ່ໆ ໂດຍສະເພາະ ບັນດາ ລູກເຈົ້າ ຫລານນາຍ ມັກຈ້າງ ເຂົ້າເຮັດການ ໃນກະຊວງ ກົມກອງຕ່າງໆ ແຕ່ບັນຫາ ມີຢູ່ວ່າ ລູກເຈົ້າ ຫລານນາຍ ເຫລົ່ານັ້ນ ບໍ່ມີຄວາມຮູ້ ຄວາມ ສາມາດ ແລະ ຄວາມຊຳນິ ຊຳນານ ໃນວຽກງານ ນັ້ນເລີຍ. ດັ່ງຄົນລາວ ຜູ້ນຶ່ງ ທີ່ ນະຄອນຫລວງ ວຽງຈັນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

“ລູກຫລານ ຜູ້ໃຫຍ່ ຣະດັບ ຣັຖມົນຕຣີບໍ່ ຫລືວ່າ ຫົວໜ້າ ຫ້ອງວ່າການ ຫົວໜ້າກົມ ຂະເຈົ້າ ກໍເອົາໄປຝາກ ຄັ່ນໄປເສັງ ກໍສ່ວນນ້ອຍ ບາງເຂດ ວຽກກໍບໍ່ ກ່ຽວກັນ ສົມມຸດວ່າ ຮຽນກວດທາງ ແຕ່ວ່າມາ ເຮັດກ່ຽວກັບ IT ແລະ ກໍການເຮັດວຽກ ພົບຄວາມຫຍຸ້ງຍາກ”.

ບໍ່ເທົ່ານັ້ນ ຄົນລາວຜູ້ນີ້ ເວົ້າອີກວ່າ ລູກຫລານເຈົ້ານາຍ ເຫລົ່ານີ້ ຂີ້ຄ້ານ ມັກງ່າຍ ບໍ່ຕັ້ງໃຈ ເຮັດວຽກ ແຕ່ຜູ້ເປັນນາຍ ກໍບໍ່ສາມາດ ຕັກເຕືອນ ພວກເຂົາເຈົ້າໄດ້ ເພາະພວກເຂົາ ເປັນລູກເຈົ້າ ຫລານນາຍ ແລະ ຜູ້ເຕືອນ ກໍຢ້ານຕົນ ຈະໄດ້ຮັບ ຜົນກະທົບ ກະເທືອນ ຍ້ອນ.

ການຊື້ຈ້າງ ເຂົ້າເຮັດການ ແລະ ຊື້ຈ້າງເຂົ້າ ໂຮງງານ ມີຫລາຍຢູ່ ປະເທດລາວ ໂດຍສະເພາະ ໃນຣະຍະ ສິບກວ່າປີ ທີ່ຜ່ານມາ. ສະມາຊິກ ພັກຜູ້ນຶ່ງ ເວົ້າວ່າ ປັດຈຸບັນ ແມ້ແຕ່ ຕຳແໜ່ງ ຣັຖມົນຕຣີ ກໍສາມາດ ຊື້ໄດ້. ນັກຮຽນ ຫາກໍຮຽນຈົບ ມັທຍົມຕອນປາຍ ນາງນຶ່ງ ເວົ້າເມື່ອປີກາຍ ວ່າ ນາງຕ້ອງການ ເງິນເຖິງ 3 ໝື່ນ ບາດຫລື 1,000 ດອນລ່າ ສະຫະຣັຖ ເພື່ອຈ້າງເຂົ້າ ມໍຊໍ ຫລື ມະຫາວິທະຍາໄລ ແຫ່ງຊາດລາວ. ຫລັງຈາກ ຮຽນຈົບມໍຊໍ ອີກສີ່ຫ້າປີ ຂ້າງໜ້າ ແນ່ນອນວ່າ ນັກຮຽນຜູ້ນີ້ ກໍຕ້ອງ ໃຊ້ເງິນອີກ ເພື່ອຈ້າງເຂົ້າ ເຮັດການ ການຊື້ຈ້າງ ແບບນີ້ ກໍແມ່ນການ ສໍ້ຣາສ ບັງຫລວງ ຢ່າງນຶ່ງ.

ເມື່ອເວົ້າເຖິງ ການສໍ້ຣາສ ບັງຫລວງ ອົງການ ຄວາມໂປ່ງໃສ ສາກົນ ຊຶ່ງມີ ສຳນັກງານໃຫຍ່ ຢູ່ປະເທດ ເຍັຽຣະມັນ ຣາຍງານວ່າ ສປປລາວ ເປັນປະເທດ ນຶ່ງທີ່ມີ ການສໍ້ຣາສ ບັງຫລວງ ຫລາຍທີ່ສຸດ ໃນໂລກ. ປະເທດລາວ ມີການ ສໍ້ຣາສ ບັງຫລວງ ຫລາຍ ກໍເພາະວ່າ ເຈົ້າໜ້າທີ່ ພັກແລະຣັດ ມີເງິນເດືອນຕ່ຳ ແຕ່ມີສິດ ມີອຳນາດ ຫລາຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard