ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວຄຣີສຈຽນບໍ່ມີ ບັດປະຈໍາຕົວ
Anonymous

Date:
ຊາວລາວຄຣີສຈຽນບໍ່ມີ ບັດປະຈໍາຕົວ
Permalink   
 


ຊາວລາວຄຣີສຈຽນບໍ່ມີ ບັດປະຈໍາຕົວ

ຊາວຄຣິສຈຽນລາວ ຜູ້ນຶ່ງ ທີ່ແຂວງ ສວັນນະເຂດ ເວົ້າວ່າ ເຖິງແມ່ນວ່າ ໃນປັດຈຸບັນ ທີ່ສປປລາວ ຈະມີກົດຫມາຍ ວ່າດ້ວຍສິດທິ ການນັບຖື ສາສນາ ແຕ່ໃນພາກ ປະຕິບັດ ໂຕຈີງນັ້ນ ເຈົ້າຫນ້າທີ່ ທ້ອງຖີ່ນ ຍັງ ກີດກັ້ນ ບໍ່ໃຫ້ ຜູ້ນັບຖື ພຣະເຈົ້າ ເດີນທາງໄປມາ ໄດ້ຢ່າງສະດວກ ສະບາຍ ດ້ວຍວິທີ ບໍ່ອອກ ບັດປະຈໍາໂຕ ໜັງສືຜ່ານແດນ ຫລື ເອກສານ ຕິດໂຕ ປະເພດຕ່າງໆ ເພາະຢ້ານໄປ ລວມກຸ່ມກັນ ເພື່ອ ນະມັສການ ພຣະເຈົ້າ. ທ່ານເວົ້າວ່າ:

"ແບບວ່າຢາກ ເຮັດ PASSPORT ຢາກໄປ ຕ່າງປະເທດ ໄປໄທໄປຫຍັງ ບໍ່ໃຫ້ເຮັດ ບໍ່ເຊັນໃຫ້ ເບີ່ງເຫມືອນວ່າ ເຂົາບໍ່ຢາກ ໃຫ້ເຊື່ອຖື ສາສນາຄຣີສ ແລະ ກໍຢາກເຮັດບັດ ຢາກເຮັດຫຍັງ ກໍບໍ່ເຮັດໃຫ້ ແບບວ່າ ສະກັດກັ້ນ ໄປຫມົດ ບີບຮັດ".

ທ່ານກ່າວວ່າ ທຸກມື້ນີ້ ທ່ານເອງ ກໍບໍ່ສາມາດ ເຮັດຫນັງສື ເດີນທາງ ໄປໃສໄດ້ ແຕ່ຍັງບໍ່ເຄີຍ ໄປລອງເຮັດ ທີ່ ນະຄອນຫລວງ ວຽງຈັນ ເພາະຢ້ານວ່າ ຂະເຈົ້າຈະສົ່ງ ກັບຄືນ ໃຫ້ໄປເຮັດ ທີ່ບ້ານເດີມ ເພາະວ່າມີປວັດ ທຸກຢ່າງຢູ່ແລ້ວ ຫຼືມີທາງດຽວ ທີ່ອຳນາດ ການປົກຄອງ ທ້ອງຖີ່ນ ຈະອອກໃບ ຜ່ານແດນໃຫ້ ກໍຄືລາອອກ ຈາກການນັບຖື ພຣະເຈົ້າ. ນອກຈາກນັ້ນ ອຳນາດ ການປົກຄອງ ທ້ອງຖີ່ນ ຍັງກີດກັ້ນ ຊາວຄຣິສຈຽນ ເຣື່ອງ ເຮັດ ທຸຣະກິດ ນຳອີກ ທ່ານກ່າວ ເພີ້ມອີກວ່າ:

"ມີຄົນຈີນ ເຂົ້າມາຄ້າຂາຍ ຢູ່ ປະເທດລາວ ແລະ ເຂົາຢາກເຊົ່າ ຮ້ານຂາຍເຄື່ອງ ຄົນຄຣິສຕຽນ ອຳນາດ ການ ປົກຄອງບ້ານ ບໍ່ໃຫ້ເຊົ່າ".

ຣັຖບານລາວ ມີກົດຫມາຍ ວ່າດ້ວຍສິດທິ ການນັບຖື ສາສນາອື່ນໆ ນອກຈາກ ສາສນາພຸດ ແຕ່ສະພາບ ຄວາມເປັນຈິງນັ້ນ ກຸ່ມທີ່ນັບຖື ສາສນາອື່ນໆ ໃນລາວ ຍັງຖືນາບຂູ່ ແລະ ກີດກັ້ນ ຫລາຍຢູ່.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard