ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກຸ່ມລູກນໍ້າຂອງຊາວໄທ ເຕືອນຈະປິດຂົວມິຕພາບລາວໄທຍ
Anonymous

Date:
ກຸ່ມລູກນໍ້າຂອງຊາວໄທ ເຕືອນຈະປິດຂົວມິຕພາບລາວໄທຍ
Permalink   
 


ກຸ່ມລູກນໍ້າຂອງຊາວໄທ ເຕືອນຈະປິດຂົວມິຕພາບລາວໄທຍ

F-Neewat-Roykeo.jpg

ທ່ານ ນິວັດ ຣ້ອຍແກ້ວ ແກ່ນນຳ ເຄືອຂ່າຍ ປະຊາຊົນ ຈາກ 8 ແຂວງ ລຸ່ມ ແມ່ນ້ຳຂອງ ຂອງໄທ ແລະ ບັນດາ ອ້າຍນ້ອງ ຈາກ ສປປລາວ ເປີດເຜີຍ ຫລັງຈາກ ໄດ້ເດີນທາງໄປ ຍື່ນຫນັງສື ຕໍ່ກອງປະຊຸມ ແມ່ນ້ຳຂອງ ທີ່ພູເກັດ ປະເທດໄທ ເມື່ອວັນທີ 1 ພືສພາ ວ່າ ຖ້າຫາກ ຄຳຮ້ອງຂໍ ຂອງພວກຂະເຈົ້າ ບໍ່ຖືກ ແກ້ໄຂ ຂະເຈົ້າ ຈຳເປັນຕ້ອງໄດ້ ພາກັນ ໄປຊຸມນຸ່ມ ປິດຂົວ ມິຕພາບ ລາວ-ໄທ ແຫ່ງທີ 1 ແຂວງ ຫນອງຄາຍ ເພື່ອຕໍ່ ລອງ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ຕໍ່ຈາກນີ້ ເຮົາຄົງໄດ້ ຕິດຕາມຫນັງສື ທີ່ພວກເຮົາໄດ້ ສເນີໃຫ້ ກັບ CEO MRC ວ່າ ສີ່ງທີ່ພວກເຮົາ ຕ້ອງການ ໃຫ້ເກີດນັ້ນ ຂະເຈົ້າ ປະຕິບັດ ຫລືບໍ ຖ້າຫາກການຍື່ນ ຫນັງສື ບໍ່ເປັນຜົລ ສຸດທ້າຍ ພວກເຮົາຄິດວ່າ ອາດຈະປິດ ຂົວມິຕພາບ ລາວ-ໄທ".

ທ່ານ ຣ້ອຍແກ້ວ ກ່າວຕໍ່ໄປວ່າ ຂໍ້ຮຽກຮ້ອງ ຂອງ ປະຊາຊົນ ລຸ່ມ ແມ່ນ້ຳຂອງ ພຽງແຕ່ຢາກໃຫ້ ໂຄງການ ກໍ່ສ້າງເຂື່ອນ ໄຊຍະບູຣີ ໂຈະການ ກໍ່ສ້າງ ຊົ່ວຄາວ ແລະ ລໍຟັງ ການສຶກສາ ກ່ຽວກັບ ຜົລກະທົບ ຕໍ່ສີ່ງ ແວດລ້ອມ ກ່ອນຮ່ວມທັງ ຕ້ອງການຢາກໃຫ້ ອົງການ MRC ດູແລກ່ຽວກັບ ຂໍ້ຕົກລົງ ຕ່າງໆ ຢ່າງຈິງຈັງ ເພາະທີ່ຜ່ານມາ ໂຄງການກໍ່ສ້າງ ໃນລາວ ໄດ້ຣະເມີດ ມະຕິ ຂອງ ກອງປະມຊຸມ ມາຕຣອດ.

ໃນທີ່ສຸດ ທ່ານວ່າ ເຄືອຂ່າຍ ປະຊາຊົນ ແມ່ນ້ຳຂອງ ຈະຕິດຕາມ ໂຄງການນີ້ ຢ່າງໃກ້ຊິດ ແລະ ຈະບໍ່ຍອມ ປ່ອຍໃຫ້ ເຂື່ອນ ໄຊຍະບູຣີ ດຳເນີນການ ກໍ່ສ້າງຕໍ່ໄປ ໂດຍປາສຈາກ ຄວາມເຫັນພ້ອມ ຂອງ ປະຊາຊົນ ຜູ້ທີ່ຈະໄດ້ຮັບ ຜົລກະທົບ ຈາກສອງຝັ່ງ. ທີ່ຜ່ານມາ ປະຊາຊົນ ລຸ່ມ ແມ່ນ້ຳຂອງ ກໍໄດ້ຮັບ ຜົລກະທົບ ຫລາຍແລ້ວ ຈາກເຂື່ອນ ຂອງຈີນ.




__________________
Anonymous

Date:
RE: ກຸ່ມລູກນໍ້າຂອງຊາວໄທ ເຕືອນຈະປິດຂົວມິຕພາບລາວໄທຍ
Permalink   
 


ບໍລິສັດກໍ່ສ້າງກໍຂອງໄທ, ເງິນນາມາສ້າງກໍຂອງໄທ, ຜູ້ຈະຊື້ໄຟຟ້າກໍແມ່ນໄທ....



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard