ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກັມພູຊາຍື່ນປະທ້ວງ ສປປລາວ
Anonymous

Date:
ກັມພູຊາຍື່ນປະທ້ວງ ສປປລາວ
Permalink   
 


ກັມພູຊາຍື່ນປະທ້ວງ ສປປລາວ

F-Xaya-7by-RFA.jpg

ກັມພູຊາ ຍື່ນໜັງສື ປະທ້ວງ ສປປລາວ ກ່ຽວກັບ ໂຄງການ ເຂື່ອນ ແມ່ນໍ້າຂອງ ໄຊຍະບູຣີ ໂດຍເວົ້າວ່າ ເປັນໂຄງການ ທີ່ທໍາຣາຍ ຄວາມໜ້າເຊື່ອຖື ແລະ ຄວາມ ປຣາຖນາດີ ຂອງບັນດາ ປະເທດ ເຂດອ່າງ ແມ່ນໍ້າ ຂອງ. ຕາມຣາຍງານຂ່າວ Economic Newswire ຂອງຍີ່ປຸ່ນ ໃນວັນທີ 1 ພຶສພາ.

ໜັງສືປະທ້ວງ ສະບັບ ລົງວັນທີ 24 ເມສາ 2012 ລົງນາມ ໂດຍຣັຖມົນຕຣີ ແຫລ່ງ ຊັພຍາກອນ ຂອງ ກັມພູຊາ ທ່ານ Lim Kean Hor ເວົ້າວ່າ ວຽກງານ ກໍ່ສ້າງ ໃນໂຄງການ ເຂື່ອນ ໄຊຍະບູລີ ຄວນລໍຖ້າ ເບິ່ງ ການສຶກສາ ຜົນກະທົບ ດ້ານ ສະພາບແວດລ້ອມ ຕື່ມອີກ ເສັຽກ່ອນ.

ໂຄງການເຂື່ອນ ໄຊຍະບູຣີ ມີເປົ້າໝາຍ ຜລິດໄຟຟ້າ 1260 ແມັກກາວັດ ສົ່ງຂາຍໃຫ້ໄທ ເກືອບທັງໝົດ ກັມພູຊາ ວຽດນາມ ແລະ ກຸ່ມພິທັກ ສິ່ງແວດລ້ອມ ຕ່າງກໍຮຽກຮ້ອງ ໃຫ້ລາວ ເລື່ອນການ ກໍ່ສ້າງ ເຂື່ອນ ເພື່ອໃຫ້ ການສຶກສາ ດ້ານສິ່ງ ແວດລ້ອມ ແລະ ການຄຸ້ມຄອງ ແລະ ພັທນາທີ່ຍືນຍົງ ຂອງ ແມ່ນໍ້າຂອງ ຕໍ່ໄປ.

ກອງທຶນ ອານຸຮັກ ສັດປ່າ WWF ໄດ້ເຕືອນວ່າ ເຂື່ອນ ໄຊຍະບູລີ ຈະກີດກັນ ການໄຫລ ຂອງດິນແຮ່ ທາດປູກຝັງທີ່ ອຸດົມສົມບູນ ຈະເຮັດໃຫ້ ປາບຶກສູນພັນ ຊຶ່ງເປັນ ທີ່ສໍາຄັນ ຍິ່ງໃນການ ຮັກສາຄວາມ ສົມດູນ ໃນ ຣະບົບນິເວດ ແມ່ນໍ້າຂອງ.

ຂ່າວກ່ອນໜ້າ ນີ້ວ່າ ຣັຖບານ ກັມພູຊາ ອອກມາຄັດຄ້ານ ຢ່າງແຮງ ທັງຂູ່ວ່າ ຈະຟ້ອງ ສປປລາວ ຕໍ່ສານໂລກ ຫາກເລືອກ ທີ່ຈະດໍາເນີນ ໂຄງການ ຕໍ່ໄປຕາມ ລໍາພັງ ຝ່າຍດຽວ.



__________________
Anonymous

Date:
Permalink   
 

ເອົາກໍາລັງໃຈຊ່ວຍຊາວຂເມນເດີ້...ຕ້ານມັນໂລດອັນຄໍາວ່າເຂື່ອນນໍ້າລົ້ນ

ຝາຍນໍ້າລົນຂອງບັກຜູ້ນໍາຂີ້ຄຸຍ..ອວດສະລາດ555...ຂໍປະກອບສ່ວນ

ຊ່ວຍຊາວໄທປິດສະພານ...ເຮັດໃຫ້ຊາວລາວເດືອດຮ້ອນ ແລ້ວໃຫ້ພວກເຂົາ ດ່າຜູ້ນໍາຂອງພວກເຂົາ....ພວກຜູ້ນໍາພວກສູບໍ່ຕ້ອງ

ອອກມາເວົ້າດອອກວ່າສູບໍ່ຢ້ານເພາະພວກສູມີເງິນຫຼາຍລ້ານ ແຕ່ປຊຊ

ພວກສູພຸ້ນເຂົາຊິໄດ້ຮັບຜົນກະທົບ...55555 ຜູ້ນໍາຂີ້ຄຸຍ ຜູ້ນໍາຂີ້ໂມ້ເວົ້າໃຫຍ່...ວ່າຊິສ້າງເຂື່ອນໄຊຍະບູຣີຄືບໍ່ສ້າງແດ່ ຫະ ...

ວ່າຊິສ້າງທາງຣົດໄຟຫົວຈະລວດ ຄືບໍ່ສ້າງແດ່ ..ຫະ...ຢູ່ໃສ..ພວກຂີ້ຕົວະປຊຊ ...ສ້າງເຂື່ອນໃຫ້ພວກກູໄວໆແດ່ບໍ່ມີໄຟໃຊ້ແລ້ວ..ໄວໆແດ່ໂຄດແມ່ສູ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard