ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການສ້າງເຂື່ອນໃສ່ແມ່ນໍ້າ ມັນລ້າສມັຍແລ້ວ
Anonymous

Date:
ການສ້າງເຂື່ອນໃສ່ແມ່ນໍ້າ ມັນລ້າສມັຍແລ້ວ
Permalink   
 


ການສ້າງເຂື່ອນໃສ່ແມ່ນໍ້າ ມັນລ້າສມັຍແລ້ວ

ຕາມຄໍາເວົ້າ ຂອງທ່ານ ສີສຸວັນ ຄວນຂະຈອນ ຜູ້ອໍານວຍການ ໂຄງການຟື້ນຟູ ຣະບົບນິເວດ ໃນພູມີພາກ ລຸ່ມນໍ້າຂອງ ຕໍ່ RFA ໃນຣະຫວ່າງ ກອງປະຊຸມ ກ່ຽວກັບ ເຂື່ອນ ແມ່ນໍ້າຂອງ ແລະ ການປ່ຽນແປງ ສະພາບ ພູມີອາກາດ ທີ່ແຂວງ ນະຄອນພະນົມ ເມື່ອວັນທີ 27 ເມສາ ຜ່ານມານີ້:

"ທ່ານກ່າວວ່າ ເຂື່ອນ ຂນາດໃຫຍ່ ເປັນເທັກໂນໂລຈີ ໃນການຜລິດ ໄຟຟ້າ ທີ່ລ້າສມັຍ ໄປແລ້ວ ເປັນເທັກໂນໂລຈີ ທີ່ຖືກ ປະຕິເສດ ຫລາຍຂຶ້ນເລື້ອຍໆ ເລີ່ມມີການ ມ້າງເຂື່ອນຖີ້ມ ໃນສະຫະຣັຖ ອະເມຣິກາ. ອຸດສາຫະກັມ ເຂື່ອນ ຂຍາຍຕົວບໍ່ໄດ້ ແລ້ວ ໃນຢູໂຣບ ເພາະປະເທດ ເຫລົ່ານັ້ນ ຮູ້ດີວ່າ ເທັກໂນໂລຈີ ຊນິດນີ້ ຈະກໍ່ໃຫ້ເກີດ ຜົນກະທົບ ຮ້າຍແຮງ ຕໍ່ຣະບົບ ນິເວດ ທັມມະຊາດ".

ເມື່ອເປັນທາງ ເລືອກ ທີ່ສົ່ງ ຜົນກະທົບ ຮ້າຍແຮງ ຕໍ່ທັມມະຊາດ ແລະ ການເປັນຢູ່ ຂອງ ປະຊາຊົນ ຮວມເຖິງ ງົບປະມານ ໃນການ ກໍ່ສ້າງສູງ ຈຶ່ງຄວນຫາ ທາງເລືອກອື່ນ ໃນການ ຜລິດໄຟຟ້າ ແທນເຂື່ອນ ທີ່ສົ່ງ ຜົນກະທົບ ໜ້ອຍ ຕໍ່ຊີວິດ ການເປັນຢູ່ຂອງ ປະຊາຊົນ ແລະ ບຽດບຽນ ທັມມະຊາດ ໜ້ອຍກວ່າ ເຂື່ອນ ເຊັ່ນກັງຫັນລົມ ປັ່ນໄຟ ຫລືພລັງງານ ແສງອາທິດ ເປັນຕົ້ນ. ພ້ອມດຽວກັນ ທ່ານກໍຢາກ ໃຫ້ຣັຖບານລາວ ແລະ ຣັຖບານໄທ ຮວມທັງ ບໍຣິສັດ ທີ່ກ່ຽວຂ້ອງ ຄໍານຶງເຖິງ ຜົນກະທົບ ທີ່ຈະຕາມມາ ໃຫ້ຫລາຍກວ່າ ຜົນກໍາໄຣ ທີ່ຈະໄດ້ຮັບ:

"ທ່ານວ່າ ຢາກຂໍເວົ້າວ່າ ຜົນກະທົບ ຂ້າມຊາຍແດນ ຈົ່ງຢ່າໄດ້ ປະເມີນ ຕໍ່າເພາະ ເປັນເຣື່ອງທີ່ ຈະກໍ່ໃຫ້ເກີດ ການກະທົບ ກະເທືອນ ຕໍ່ໄປໃນ ຣະຍະຍາວ. ທ່ານຄິດວ່າ ຄວາມສັມພັນ ຣະຫວ່າງ ປະເທດ ໃນຂອບ ອາຊຽນ ບໍ່ຄວນຈໍາກັດ ສະເພາະ ໃນພາກ ທຸຣະກິດ ເອກກະຊົນ.

ທ່ານ ສີສຸວັນ ຄວນຂະຈອນ ກ່າວສລຸບວ່າ ຜູ້ມີສ່ວນ ກ່ຽວຂ້ອງ ຄວນຈະ ພິຈາຣະນາ ເຖິງຜົນກະທົບ ຂ້າມຊາຍແດນ ແລະ ຜົນກະທົບ ຕໍ່ທັມມະຊາດ ເປັນສໍາຄັນ ກ່ອນຈະຕັດ ສິນໃຈ ວ່າຈະດໍາເນີນ ການກໍ່ສ້າງ ເຂື່ອນ ຕໍ່ຫລືບໍ່.



__________________
Anonymous

Date:
Permalink   
 

  ແມ່ນຄວາມທ່ານ  ປະເທດທີ່ພັທະນາເຂົາໃຊ້ກັນແບບນີ້ໝົດແລ້ວ

36 300x214 Advantages & Disadvantages of Wind Energy

Wind Energy



__________________
Anonymous

Date:
Permalink   
 

ຂ້ອຍມີໝູ່ຄົນໜຶ່ງ ເປັນຄົນຕ່າງຊາດ ມັນມັກທ່ຽວເປັນຊີວິດຈິດໃຈ ມັນມາລາວຫລາຍເທື່ອ ເວລາພັກແຮມຄືນ ມັນຕ້ອງການນອນຫ້ອງທີ່ສະອາດ ແຕ່ເວລາຕື່ນມາມັນຢາກພົບທຳມະຊາດ ເໝືອນກັບໜັງເລື່ອງ....ຄົນປ່າ ຂ້ອຍບອກມັນວ່າ ມັນບໍ່ຄວນເກີດມາເລີຍ ເພາະທັງສອງຢ່າງນັ້ນ ມັນນອນໃນຍຸກສະໄໝ ທີ່ແຕກຕ່າງກັນ...



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard