ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຖອນໃບອະນຸຍາດຈາກ ນາຍທຶນບໍ່ໄດ້ຜົນ
Anonymous

Date:
ຖອນໃບອະນຸຍາດຈາກ ນາຍທຶນບໍ່ໄດ້ຜົນ
Permalink   
 


ຖອນໃບອະນຸຍາດຈາກ ນາຍທຶນບໍ່ໄດ້ຜົນ

ການສັ່ງໃຫ້ຢຸດ ຖອນໃບອະນຸຍາດ ຫລື ຍຶດພື້ນທີ່ ທີ່ໄດ້ອະນຸມັດ ໃຫ້ສໍາປະທານ ໃນໂຄງການ ຂຸດຄົ້ນບໍ່ແຮ່ ທີ່ບໍ່ສາມາດ ພັທນາ ຕໍ່ໄປໄດ້ນັ້ນ ຫລາຍກໍຣະນີ ບໍ່ໄດ້ຮັບຄວາມ ສໍາເຣັດ ເພາະມີຂັ້ນຕອນ ແລະ ເງື່ອນ ໄຂ ຫລາຍຢ່າງ. ການທີ່ຈະເອົາ ມາຕການ ດັ່ງທີ່ໄດ້ ກ່າວມານີ້ ກໍຍ້ອນໂຄງການ ທີ່ໄດ້ຮັບ ອະນຸມັດ ສົ່ງຜົນກະທົບ ຮຸນແຮງ ຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງ ປະຊາຊົນ. ແຕ່ການຍຶດ ພື້ນທີ່ຄືນ ເຮັດໄປໄດ້ຍາກ. ດັ່ງເຈົ້າໜ້າທີ່ ຈາກກົ ມບໍ່ແຮ່ໄດ້ ອະທິບາຍ ວ່າ:

"ສ່ວນຫລາຍມັນ ຈະຂຶ້ນຢູ່ກັບເງື່ອນໄຂ ຕໍ່ລອງ ແລະ ເຫດຜົນ ແຕ່ທີ່ຜ່ານມາ ມັນກໍເວົ້າຍາກ ມັນຫລາຍເງື່ອນໄຂ ສະພາບ ທັມມະຊາດ ພາຍຸເຂົ້າ ພັງ ເຂື່ອນພັງ ແລະອື່ນໆ".

ທ່ານເວົ້າຕໍ່ໄປວ່າ ມີໂຄງການ ຂຸດຄົ້ນບໍ່ແຮ່ ຫລາຍໂຄງການ ທີ່ສົ່ງຜົນ ກະທົບທາງລົບ ເຊັ່ນມີສານພິດ ຕົກຄ້າງ ໃນທັມມະຊາດ ກະທົບ ຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງ ປະຊາຊົນ ແຕ່ການທີ່ຈະ ຍຶດພື້ນທີ່ຄືນ ທັນທີທັນໃດ ນັ້ນ ເປັນໄປບໍ່ໄດ້ ຍ້ອນປັດໃຈ ຫລາຍຢ່າງ ຊຶ່ງນັກລົງທຶນ ສ່ວນໃຫຍ່ອ້າງວ່າ ເປັນຍ້ອນພັຍ ທັມມະຊາດ ແລະ ທາງການ ກໍໄດ້ແຕ່ ຕັກເຕືອນ ສັ່ງໃຫ້ ແກ້ໄຂບັນຫາ ທີ່ກະທົບ ກະເທືອນ ຕໍ່ສິ່ງແວດລ້ອມ ຫລືສັ່ງໃຫ້ ຊົດເຊີຍ ຄ່າເສັຍຫາຍ ໃຫ້ປະຊາຊົນ ຊາວບ້ານ ທີ່ປະສົບຄວາມ ເດືອດຮ້ອນ. ເຈົ້າໜ້າທີ່ເວົ້າວ່າ:

"ເບື້ອງຕົ້ນເຮົາ ກໍຈະທໍາການ ສັ່ງສອນ ບົດບັນທຶກ ບັງຄັບ ແລ້ວກໍໃຫ້ ເຂົາຊົດເຊີຍ ບັນຫາຕ່າງໆ ສ້າງຜົນເສັຍຫາຍ ແລະ ກໍທໍາການ ກໍ່ສ້າງຄືນໃໝ".

ເຖິງຢ່າງໃດ ກໍຕາມ ເຖິງປັດຈຸບັນ ມີຫລາຍໂຄງການແລ້ວ ທີ່ທາງການລາວ ໄດ້ສັ່ງຖອນ ໃບອະນຸຍາດ ແລະ ຫ້າມດໍາເນີນ ໂຄງການຕໍ່ໄປ ຍ້ອນເຈົ້າຂອງ ໂຄງການ ບໍ່ເອົາຫົວຊາ ແກ້ໄຂບັນຫາ ທີ່ເກີດຂຶ້ນ ແຕ່ບາງ ໂຄງການ ກໍບໍ່ໄດ້ສັ່ງ ໃຫ້ຢຸດ ເຊັ່ນ ສານພິດໄຊໄນ ທີ່ຮົ່ວໄຫລ ຈາກບໍ່ພູຄໍາ ລະຫວ່າງບ້ານ ນໍ້າໂມແລະ ບ້ານນໍ້າຍອນ ເມືອງໄຊສົມບູນ ແຂວງວຽງຈັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard