ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນະຄອນຫລວງວຽງຈັນ ໄຟຟ້າໃຊ້ບໍ່ພຽງພໍ
Anonymous

Date:
ນະຄອນຫລວງວຽງຈັນ ໄຟຟ້າໃຊ້ບໍ່ພຽງພໍ
Permalink   
 


ສປປລາວ ສ້າງເຂື່ອນຂາຍໄຟຟ້າໃຫ້ຕ່າງປະເທດ ແຕ່ປະຊາຊົນໃນປະເທດ ໄຟຟ້າໃຊ້ບໍ່ພຽງພໍ

  ປະ­ຊາ­ຊົນ ​ຈຳ­ນວນ​ບໍ່ຫນ້ອຍ​ຄາ​ໃຈ ທີ່​ປະ­ຈຸ​ບັນ​ໄຟ­ຟ້າຢູ່​ນະ­ຄອນ­ຫລວງ​ວຽງ​ຈັນ​ດັບ ເປັນ​ລາຍ​ວັນສ້າງ​ຄວາມ​ຫຍຸ້ງຍາກ​ໃນ​ການ​ດຳ­ລົງ​ຊີ­ວິດ, ດ້ານເຈົ້າ​ຫນ້າ­ທີ່​ຮັບ­ຜິດ­ຊອບ​ຊີ້​ແຈງເຫດ​ເກີດ​ຈາກ​ການ​ໃຊ້​ໄຟ­ຟ້າເພີ່ມ​ ຂຶ້ນ ເນື່ອງ​ຈາກ​ອາ­ກາດຮ້ອນ​ອົບ­ເອົ້າ ຂະ­ນະ​ທີ່​ ອຸ­ຕຸ​ຄາດອາ­ກາດ​ຮ້ອນ​ຍັງ​ຈະ​ແກ່­ຍາວຮອດ​ກາງ​ເດືອນ​ນີ້.

ເຖິງ ​ແມ່ນ​ວ່າ​ຄົນ​ເຮົາ​ຂາດ ໄຟ­ຟ້າ​ຈະ​ບໍ່​ເຖິງ​ຂັ້ນ​ຮ້າຍ​ແຮງ ຄື​ກັບ​ຂາດ​ນ້ຳ​ກໍ່​ຕາມ ແຕ່​ການ​ບໍ່ ມີ​ໄຟ­ຟ້າ​ໃຊ້​ນັ້ນ​ແມ່ນ​ມີ​ຄວາມ ຫຍຸ້ງ­ຍາກ​ລຳ­ບາກ​ຫລາຍ ໂດຍ ສະ­ເພາະ​ຄົນ​ເມືອງ​ໃຫຍ່​ເພາະ​ໄຟ­ຟ້າ​ໄດ້​ກາຍ­ເປັນ​ສິ່ງ​ຈຳ­ເປັນ​ທີ່​ສຳຄັນ​ ຫນຶ່ງ​ໃນ​ການ​ດຳ­ລົງ​ຊີ­ວິດຂອງ​ຄົນ​ເຫມືອນ​ດັ່ງ​ທີ່​ປະ­ຈຸ​ບັນ ຢູ່​ນະ­ຄອນ­ຫລວງ​ວຽງ​ຈັນ​ໄດ້ເກີດ​ກໍ­ລະ­ນີ​ກະ­ແສ​ໄຟ­ຟ້າ​ດັບ​ນັບເປັນ​ລາຍ​ ວັນ​ເກືອບ​ອາ­ທິດ​ແລ້ວ ທີ່​ສ້າງ​ຄວາມ​ສັບ­ສົນ ພ້ອມ​ມີ​ຄຳຖາມ​ຄາ​ໃຈ​ຫລາຍ​ຢ່າງ​ຈາກ​ປະຊາ​ຊົນ​ໃນ​ວົງ​ກວ້າງ​ທີ່​ໄດ້​ຮັບ​ ຜົນກະ­ທົບ.

 

 ແນວ­ໃດ​ກໍ່​ດີວານ​ນີ້ ທ່ານ ສຸ­ຄົນ ຈັນ­ທອນ ຮອງ​ຫົວ­ຫນ້າຜູ້­ອຳ­ນວຍ­ການ​ໄຟ­ຟ້າ​ນະ­ຄອນຫລວງ​ວຽງ​ຈັນ​ຊີ້​ແຈງ​ຕໍ່​ທີມຂ່າວ ​ເສດ­ຖະ­ກິດ​ວ່າ: ກໍ­ລະ­ນີ​ຢູ່ນະ­ຄອນ­ຫລວງ​ວຽງ​ຈັນ​ທີ່​ເກີດ​ມີໄຟ­ຟ້າ​ດັບ​ເປັນ​ລາຍ​ວັນ​ ສາ­ເຫດ​ຫລັກໆ​ແມ່ນ​ເກີດ​ຈາກ​ການ​ໃຊ້ໄຟ​ເກີນ​ຂະ­ຫນາດ ຍ້ອນ​ປະ­ຈຸ​ບັນ​ອາ­ກາດ​ຮ້ອນ​ອົບ­ເອົ້າ​ຂຶ້ນ​ຫລາຍເຮັດ​ໃຫ້­ການ​ນຳ​ໃຊ້​ໄຟ­ຟ້າ ​ຂອງປະ­ຊາ­ຊົນ​ມີ​ລັກ­ສະ­ນະ​ເພີ່ມ​ຂຶ້ນ ເປັນ­ຕົ້ນ​ແມ່ນ​ການ​ນຳ​ໃຊ້​ແອ ແລະ ພັດ​ລົມ ເພື່ອ​ເປັນ​ການ​ຫລຸດຜ່ອນ​ຄວາມ​ຮ້ອນ​ລວມ​ທັງ​ຫົວຫນ່ວຍ​ທຸ­ລະ​ກິດ ໂດຍ​ສະ­ເພາະໂຮງ­ງານ​ຜະ­ລິດ​ນ້ຳ­ກ້ອນ​ກໍ່​ໄດ້​ມີການ​ໃຊ້ ເພີ່ມ​ຂຶ້ນ​ເຊັ່ນ​ກັນ​ເພາະໄດ້​ຜະ­ລິດ​ສິນ­ຄ້າ​ເພີ່ມ​ຂຶ້ນ​ຍ້ອນໄດ້​ຂາຍ​ດີ.

  ອີງ​ຂໍ້​ມູນ​ຈາກ​ໄຟ­ຟ້າ​ນະ­ຄອນຫລວງ​ວຽງ​ຈັນ​ ໃຫ້​ຮູ້​ອີ​ກວ່າ: ໃນໄລ­ຍະ 3 ເດືອນ​ຕົ້ນ​ຂອງ​ປີ​ນີ້​ຕົວ ເລກ​ການ​ນຳ​ໃຊ້​ໄຟ­ຟ້າ​ຈາກ 9 ສະ­ຖາ­ນີ​ການ​ສົ່ງ​ອອກ​ຂອງ​ນະຄອນ​ຫລວງ​ມີ​ການ​ເພີ່ມ​ຂຶ້້ນ ສົມ­ຄວນສະ­ເພາະ​ໃນ​ເດືອນ​ມັງກອນ​ພຽງ 92.454.249 ກິ​ໂລວັດ​ໂມງ​ມາ​ເປັນ 95.483.031 ກິ​ໂລ​ວັດ​ໂມງ​ໃນ​ເດືອນ​ກຸມ­ພາ ແລະ 108.739.541 ກິ​ໂລ​ວັດໂມງ​ຂອງ​ເດືອນ​ມີ­ນາ ສ່ວນ ເດືອນ​ເມ­ສາ​ຍັງ​ສະ­ຫລຸບ​ບໍ່​ສຳເລັດ​ເທື່ອ​ແຕ່​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນອີກ.



__________________
Anonymous

Date:
Permalink   
 

ປະເທດອື່ນໆ ປະຊາຊົນເຂົາມີຫລາຍກວ່ານັ້ນ ໄຟຟ້າເຂົາຄືບໍ່ດັບ?

ໄຟຟ້າພວກເຈົ້າມືນຶ່ງ ດັບສາມເທື່ອ ມັນກະໂພດ



__________________
Anonymous

Date:
Permalink   
 

384179_105268616254150_100003130359053_29711_1009067326_n.jpg

ຄືບໍ່ໃຫ້ໝໍນີ້ໄປແປງ ໄດ້ຍິນຫ່ວາຮຽນຈົບຈາກ ໂຊວຽດມາ ບໍ່ແມ່ນຫວະ ?



__________________
Anonymous

Date:
Permalink   
 

ບັກ ອະນຸແສງ ວົງແສງແກ້ວ ມັນເຮັດຫຍັງບໍ່ເປັນດອກ ນອກຈາກມັນ ລັກຕັດໄມ້ຂາຍໃຫ້ ວຽດນາມ ລົດມັນຂີ້ຢູ່ນີ້

ກໍແມ່ນເງີນໂກງຊາດ ລັກຕັດໄມ້ຂາຍແຖວ ເຊກອງ ປະຊາຊົນແຖບນັ້ນເຂົາຈະເຜົາລົດແກ່ໄມ້ມັນຢູ່



__________________
Anonymous

Date:
Permalink   
 

ປະເທດໂຕເອງເປັນບອ່ນ ຜະລິດໄຟຟ້າຂາຍແທ້ໆ

ຍັງໃຫ້ປະຊາຊົນໃນປະເທດໃຊ້ບໍ່ພຽງພໍ ໝາຍຄວາມວ່າ

ແນວໃດ?  (((((((ພວກສັດນະຣົດ))))))))



__________________
Anonymous

Date:
Permalink   
 

ບໍ່ສົມກັບຄຳວ່າ ເປັນປະເທດ Battery ທີ່ຂາຍໄຟຟ້າ ອອກນອກຢ່າງມະຫາສານ...ແຕ່ຢ່າງໃດກໍດີ ກາຍ່າໃຫ້ ປຊຊ ລຳບາກນຳການຊົມໃຊ້ໄຟ້າຫຼາຍ....



__________________
Anonymous

Date:
Permalink   
 

Anonymous wrote:

384179_105268616254150_100003130359053_29711_1009067326_n.jpg

ຄືບໍ່ໃຫ້ໝໍນີ້ໄປແປງ ໄດ້ຍິນຫ່ວາຮຽນຈົບຈາກ ໂຊວຽດມາ ບໍ່ແມ່ນຫວະ ?


 ບັກນີ້ມັນຮຽນມາແຕ່ໂຊວຽດ,ເຂົາໃຫ້ມັນລ້າໆມັນເຮັດບໍ່ເປັນດອກ,ເປັນແຕ່ເຫົ່າ



__________________
Anonymous

Date:
Permalink   
 

 

ຄວາມຂີ້ໂມ້ຂີ້ຄຸຍ,ສປປລຈະເປັນຫມໍ້ໄຟໃນອາຊີ,ເສດຖະກິດຂະຫຍາຍຕົວ8ເປີເຊັນແຕ່ວຽງຈັນຂາດເຂີນໄຟຟ້າ

ໃຊ້.ປີ2020ສປປລຈະຮັ່ງມີກອ່ນປະເທດກູເວດ,ດັ່ງສຫ

ບຸນຍັງວໍລະຈິດໄດ້ປະກາດໂຕ.ພັກລັດເຂົາຈະຕົວະຕົນເອງ

ຮອດມື້ຕາຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard