ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສານພິດຈາກ ໂຮງໄຟຟ້າ ຖ່ານຫີນຫົງສາ ອາດສົ່ງຜົນ ກະທົບ ຕໍ່ສາຍນໍ້າ ແລະ ສະພາບແວດລ້ອມຂອງລາວ
Anonymous

Date:
ສານພິດຈາກ ໂຮງໄຟຟ້າ ຖ່ານຫີນຫົງສາ ອາດສົ່ງຜົນ ກະທົບ ຕໍ່ສາຍນໍ້າ ແລະ ສະພາບແວດລ້ອມຂອງລາວ
Permalink   
 


ສານພິດຈາກ ໂຮງໄຟຟ້າ ຖ່ານຫີນຫົງສາ ອາດສົ່ງຜົນ ກະທົບ ຕໍ່ສາຍນໍ້າ ແລະ ສະພາບແວດລ້ອມຂອງລາວ




ທ່ານ ມົນຕຣີ ຈັນທະວົງ ນັກວິຊາການ ດ້ານພລັງງານ ແລະນໍ້າ ມູລນິທິ ຟື້ນຟູຊີວິດ ແລະ ທັມມະຊາດ ຂອງໄທ ສະແດງ ຄວາມຄິດເຫັນວ່າ ສານພິດຈາກ ໂຮງໄຟຟ້າ ຫົງສາລິກໄນ ອາດຈະສົ່ງຜົນ ກະທົບ ຕໍ່ສາຍນໍ້າ ແລະ ສະພາບແວດລ້ອມ ໃກ້ກັບ ບໍລິເວນ ໂຮງໄຟຟ້າໄດ້. ທ່ານເວົ້າວ່າ:

"ຫົງສາລິກໄນ ນີ້ ປ່ອຍນໍ້າເປື້ອນ ລົງໃສ່ແມ່ນໍ້າຂອງ ເມື່ອໄຫລລົງ ໃສ່ແມ່ນໍ້າຂອງ ຊຶ່ງເປັນແມ່ນໍ້າ ສາຍໃຫຍ່ ກໍອາດຈະເຈືອຈາງ ລົງໄປໄດ້ບາງ ເລັກນ້ອຍ ແຕ່ວ່າຕາມທາງ ທີ່ຈະໄຫລລົງ ແມ່ນໍ້າຂອງນີ້ ຈະມີອັນຕະລາຍ ຫລາຍ ຄໍາຖາມຄື ເຮົາຍັງບໍ່ເຫັນວ່າ ຜູ້ລົງທຶນ ມີວີ່ແວວວ່າ ຈະເບິ່ງແຍງ ສິ່ງແວດລ້ອມ ແນວໃດ ແລະຈະລົງທຶນ ແກ້ໄຂ ຫລາຍປານໃດ".

ທ່ານເວົ້າ ຕໍ່ໄປວ່າ ຜົນກະທົບ ຂອງໂຮງໄຟຟ້າ ພລັງຖ່ານຫີນ ກໍໄດ້ເຫັນ ຢ່າງແຈ່ມແຈ້ງ ມາແລ້ວ ຈາກໂຮງໄຟຟ້າ ແມ່ເໝາະ ແຂວງລໍາປາງ ປະເທດໄທ ຊຶ່ງໄດ້ເລີ້ມໃຊ້ມາ 10 ປີ ແລະ ໄດ້ປ່ອຍສານພິດ ອອກມາ ເຮັດໃຫ້ມີຜູ້ ເຈັບປ່ວຍແລ້ວ 130 ຄົນ ແລະ ເສັຍຊີວິດໄປຍ້ອນ ແລ້ວ 18 ຄົນ ຈາກຜົນກະທົບ ໂດຍກົງຈາກ ໂຮງໄຟຟ້າ ພລັງຖ່ານຫີນ ແມ່ເໝາະນີ້.

ມົລພິດ ທີ່ເກີດຈາກ ໂຮງໄຟຟ້າ ພລັງຖ່ານຫີນມີ 2 ປະເພດຄື: 1/- ມົລພິດ ທາງອາກາດ ຊຶ່ງໂຮງໄຟຟ້າ ປະເພດນີ້ຈະກໍ່ໃຫ້ ເກີດຝຸ່ນຄວັນ ທີ່ເປັນອັນຕະລາຍ ຕໍ່ຄົນ ຄືສານ sulfur dioxite ທີ່ກໍ່ໃຫ້ເກີດ ພຍາດທາງ ລະບົບຫາຍໃຈ ແລະ 2/- ມົລພິດທາງນໍ້າ ຍ້ອນວ່າ ໂຮງໄຟຟ້າ ພລັງຖ່ານຫີນ ຈະຕ້ອງໃຊ້ນໍ້າ ຫລາຍໃນການຜລິດ ຊຶ່ງແນ່ນອນ ຕ້ອງໄດ້ປ່ອຍນໍ້າ ປົນສານເຄມີເປື້ອນ ລົງສູ່ສາຍນໍ້າ ແລະ ຈະເປັນ ອັນຕະລາຍ ຕໍ່ຜູ້ໃຊ້ນໍ້າ ດັ່ງກ່າວ.

ທ່ານ ມົນຕຣີ ເວົ້າສລຸບວ່າ ລະດັບຜົນກະທົບ ຈະມີໜ້ອຍ ຫລາຍຂຶ້ນຢູ່ກັບ ການລົງທຶນ ເພຶ່ອປົກປ້ອງ ຜົນກະທົບ ຕໍ່ສິ່ງແວດລ້ອມ ຂອງເຈົ້າຂອງ ໂຄງການ ແຕ່ ໂຮງໄຟຟ້າພລັງ ຖ່ານຫີນ ແມ່ເໝາະ ແຂວງລໍາປາງ ປະເທດໄທ ໃຊ້ງົບປະມານ ຫລາຍກວ່າ 1 ຕື້ບາດ ເພື່ອກໍາຈັດ ມົລພິດ ແຕ່ກໍຍັງ ບໍ່ສາມາດ ແກ້ໄຂບັນຫາ ໄດ້.

 Hongsa  construction hell - the coal mine and the Thai coal fired generating project are  under way


Image



Image



Image



__________________
Anonymous

Date:
RE: ສານພິດຈາກ ໂຮງໄຟຟ້າ ຖ່ານຫີນຫົງສາ ອາດສົ່ງຜົນ ກະທົບ ຕໍ່ສາຍນໍ້າ ແລະ ສະພາບແວດລ້ອມຂອງລາວ
Permalink   
 




__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard