ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເມືອງສາຣະວັນຮ້ອນອົບເອົ້າ ຍ້ອນການທຳລາຍປ່າໄມ້
Anonymous

Date:
ເມືອງສາຣະວັນຮ້ອນອົບເອົ້າ ຍ້ອນການທຳລາຍປ່າໄມ້
Permalink   
 


ເມືອງສາຣະວັນຮ້ອນອົບເອົ້າ ຍ້ອນການທຳລາຍປ່າໄມ້

Image
Image

ຊາວລາວເມືອງ ສາຣະວັນ ຫລາຍຄົນ ເປີດເຜີຍວ່າ ການລັກຕັດໄມ້ ທຳລາຍປ່າ ຍັງສືບຕໍ່ ຢ່າງຫລວງຫລາຍ ໃນແຂວງ ຈື່ງເຮັດໃຫ້ ເກີດອາກາດ ຮ້ອນອົບເອົ້າ ຜິດປົກກະຕິ ໃນປີນີ້. ກຸ່ມທີ່ຕັດໄມ້ ຈະເປັນຄົນລາວ ຮ່ວມກັບຄົນ ວຽດນາມ ຈາກການສຳປະທານ ຫລື ບໍ່ສຳປະທານ ຈົນປ່າໄມ້ ໃນແຂວງເກືອບ ຈະຫມົດແລ້ວ ດັ່ງທ່ານເວົ້າວ່າ:

"ມັນຮ້ອນແຮງ ອີ່ຫລີຈົນ ປະມານ 39-40 ອົງສາ ແຕ່ລະມື້ ກ່ຽວຂ້ອງກັບ ຕັດໄມ້ເອົາໄປ ຂາຍນີ້ແຫລະ ພວກນັກ ທຸຣະກິດ ພຸ້ນນະ ບໍ່ແມ່ນ ພວກຣັດດອກ ມັນບໍ່ຜິດມັນມີ ໂກຄາ ຄົນລາວເຮົາ ເປັນຜູ້ແລ່ນໃຫ້ ແລ້ວ ບາດນີ້ ມັນເປັນຜູ້ຕັດ".

ຄົນລາວ ຄົນນັ້ນ ກ່າວຕໍ່ໄປວ່າ ການຕັດໄມ້ ໃນແຂວງສາຣະວັນ ໄດ້ດຳເນີນ ກັນມາ ເປັນເວລາກວ່າ 10 ປີ ແລ້ວເທົ່າເຖິງ ປັດຈຸບັນ ຍັງບໍ່ສີ້ນສຸດເທື່ອ ນອກຈາກການ ລັກຕັດຫລືໄດ້ ໂຄຕາຕັດແລ້ວ ຍັງມີໂຄງການ ປູກຢາງພາລາ ແລະ ໂຄງການ ພັທນາອື່ນໆ ຂອງຣັຖບານ ນຳອີກ ທີ່ຕ້ອງມີການ ຕັດໄມ້ ອອກຈາກພື້ນທີ່ ເຫມືອນກັນ ຈົນປ່າໄມ້ ເກືອບຈະຫມົດແລ້ວ ໃນແຂວງ ສາຣະວັນ.

ທ່ານວ່າ ການຕັດໄມ້ ນອກຈາກຈະສ້າງ ຄວາມເຊື່ອມເສັຽ ຕໍ່ສະພາບແວດລ້ອມ ແມ່ນ້ຳລຳທານ ແລະ ຊິວິດການເປັນຢູ່ ຂອງ ປະຊາຊົນ ທ້ອງຖີ່ນແລ້ວ ຍັງເຮັດໃຫ້ ສະພາບອາກາດ ອົບເອົ້າ ແລະ ພັຍແຫ້ງແລ້ງ ເກີດຂື້ນນຳອີກ. ລາວວ່າ ນອກຈາກ ແຂວງສາຣະວັນແລ້ວ ໃນແຂວງອື່ນໆ ທົ່ວປະເທດ ກໍມີການ ຕັດໄມ້ຫລາຍ ເຫມືອນກັນ ບາງແຂວງ ພູຫມົດຫນ່ວຍ ກໍຈະກາຍເປັນ ພູຫົວໂຫລ້ນ ໄປແລ້ວ ຖ້າບໍ່ມີການ ປູກຕົ້ນໄມ້ ແທນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard