ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວໄທຽຕຣຽມຟ້ອງ ຣັຖບາລເຣື່ອງເຂື່ອນ
Anonymous

Date:
ຊາວໄທຽຕຣຽມຟ້ອງ ຣັຖບາລເຣື່ອງເຂື່ອນ
Permalink   
 


ຊາວໄທຽຕຣຽມຟ້ອງ ຣັຖບາລເຣື່ອງເຂື່ອນ

F-thai-villagers-meeting.jpg

ເຖີງແມ່ນ ບໍຣິສັທ ຊ.ກາຣຊ່າງ ຜູ້ໄດ້ຮັບ ສັມປະທານ ໃນໂຄງກາຣ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ໄດ້ເຊັນສັນຍາ ກັບທາງກາຣ ສປປລາວ ໄປແລ້ວກໍຕາມ ແຕ່ປະຊາຊົນ ຊາວໄທຽ ຈາກເຂຕ ແຂວງແຄມ ແມ່ນໍ້າຂອງ ຍັງຈະສືບຕໍ່ ເຄື່ອນໄຫວຕໍ່ຕ້ານ ໂຄງກາຣສ້າງ ເຂື່ອນດັ່ງກ່າວນີ້ ຕໍ່ໄປ ຊຶ່ງປັຈຈຸບັນ ກໍກໍາລັງຮວບຮວມ ຣາຍຊື່ ເພື່ອຍື່ນຟ້ອງ ຕໍ່ຣັຖບາລໄທຽ ທີ່ບໍ່ເປີດເຜີຍຂໍ້ມູລ ກາຣເຊັນສັນຍາ ຊື້-ຂາຍ ໄຟຟ້າ ກັບຣັຖບາລ ຢ່າງ ໂປ່ງໃສ ແຕ່ຢ່າງໃດ. ດັ່ງທ່ານ ທີຣະພົງ ໂພມັ່ນ ຕົວແທນ ໂຄງກາຣ ແມ່ນໍ້າ ເພື່ອຊີວີຕ ໄດ້ກ່າວວ່າ:

"ຜູ້ຕາງໜ້າ ຊາວບ້ານ ຈະຟ້ອງຮ້ອງ ກາຣໄຟຟ້າ ຝ່າຍຜລິຕແຫ່ງ ປະເທສໄທຽ ກະຊວງພລັງງານ ກະຊວງ ຊັພຍາກອນ ທັມຊາຕ ແລະສິ່ງແວດລ້ອມ ແລະ ອົງກາຣ ກ່ຽວຂ້ອງອື່ນໆ ທີ່ໄປເຊັນ ສັນຍາ ແລ້ວບໍ່ມີ ກາຣເປີດເຜີຍ ຂໍ້ມູລກ່ຽວກັບ ຜົລກະທົບ ແຕ່ຢ່າງໃດ ແລະ ໃນຂນະດຽວກັນນີ້ ທາງເຄືອຂ່າຍ ຊາວບ້ານໃນໄທຽ ກໍໄດ້ປະກາສ ໄປແລ້ວວ່າ ຖ້າບໍ່ມີຄວາມ ຄືບໜ້າ ທີ່ດີຂຶ້ນ ແຕ່ຢ່າງໃດນັ້ນ ກໍຈະໄປ ໂຮມຊຸມນຸມ ປິດ ຂົວມິຕພາບ ລາວ-ໄທຽ ໃນຂັ້ນຕໍ່ໄປ ຢ່າງແນ່ນອນ ເພື່ອປ້ອງກັນ ບໍ່ໃຫ້ມີ ກາຣຂົນສົ່ງ ອຸປກອນ ແລະເຄື່ອງມືຕ່າງໆ ສຳຫລັບ ກາຣກໍ່ສ້າງ ເຂື່ອນໄຊຍະບູຣີ ຕໍ່ໄປໄດ້ ແຕ່ຢ່າງໃດ".

ພ້ອມດຽວກັນນີ້ ທ່ານກໍວ່າ ນອກຈາກບໍ່ມີ ກາຣເປີດເຜີຍ ຂໍ້ມູລ ດ້ານຜົລກະທົບ ແລ້ວນັ້ນ ທາງ ຣັຖບາລໄທຽ ຍັງບໍ່ສົນໃຈ ຮັບຟັງ ຄວາມຄິດເຫັນ ແລະ ຂໍ້ຮຽກຮ້ອງ ຂອງປະຊາຊົນ ແຕ່ຢ່າງໃດ ຈຶ່ງໄດ້ມີ ກາຣປຶກສາ ຫາຣື ກັບທາງ ທະນາຍຄວາມ ເພື່ອຍື່ນກ້ານຟ້ອງ ພາຍໃນ 1-2 ເດືອນ ຂ້າງໜ້ານີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard