ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວ ເສຖກິຈເຕີບໃຫຍ່ ແຕ່ປະເທດຍັງດ້ອຍພັທນາ
Anonymous

Date:
ສປປລາວ ເສຖກິຈເຕີບໃຫຍ່ ແຕ່ປະເທດຍັງດ້ອຍພັທນາ
Permalink   
 


ສປປລາວ ເສຖກິຈເຕີບໃຫຍ່ ແຕ່ປະເທດຍັງດ້ອຍພັທນາ

Image

.... and to the Senior class.

Not a teacher in site.
The students were diligently copying work some-one had left on the chalk board for them.

Image

ລາຍງານ ຂອງທະນາຄານ ໂລກວ່າ ດຽວນີ້ ສປປລາວ ເປັນປະເທດ ທີ່ມີລາຍໄດ້ ພໍປານກາງ ຣະດັບຕໍ່າ.

ສປປລາວ ຢາກເຮັດໃຫ້ ປະເທດຫລຸດພົ້ນ ຈາກຖານະເປັນ ປະເທດທີ່ພັທນາ ໜ້ອຍທີ່ສຸດ ພາຍໃນປີ 2020 ແລະ ຈະມີຖານະ ຢູ່ໃນຈໍານວນ ປະເທດທີ່ມີ ລາຍໄດ້ ພໍປານກາງ. ສປປລາວ ມີຜົນຄືບໜ້າ ຫຼາຍທີ່ສຸດ ໃນການຫລຸດຜ່ອນ ຄວາມທຸກຍາກ ໃນລະຍະ 2 ທົສວັດ ມານີ້. ເຖິງແມ່ນວ່າ ມີຜົນຄືບໜ້າແຕ່ ສປປລາວ ຍັງເປັນປະເທດ ທີ່ທຸກຍາກທີ່ສຸດ ຢູ່ໃນ ພູມີພາກ. ເຂດທີ່ທຸກຍາກ ທີ່ສຸດແມ່ນ ເຂດສອກຫລີກ ຫ່າງໄກ.

ພູມີປະເທດ ແລະ ຄວາມຫ່າງໄກ ເປັນສິ່ງທ້າທາຍ ຕໍ່ການຫລຸດຜ່ອນ ຄວາມທຸກຍາກ ບັນຫາທ້າທາຍ ຕໍ່ໂຄງການ ຫລຸດຜ່ອນ ຄວາມທຸກຍາກ ຮວມທັງການ ເຂົ້າໄປເຖິງບ້ານ ໃນເຂດ ສອກຫລີກຫ່າງໄກ ເພື່ອແກ້ໄຂ ຄວາມຕ້ອງການ ດ້ານໂຄງຮ່າງ ພື້ນຖານ ເຊັ່ນຖນົນຫົນທາງ ໂຮງຮຽນ ສຸຂສາລາ ແລະ ຣະບົບນໍ້າ ສະອາດ.

ບັນຫາ ທ້າທາຍອື່ນໆ ຮ່ວມທັງ ຄຸນນະພາບ ໃນການຮັປກັນ ທາງດ້ານເທັກນິກ ປັບປຸງການ ປະຕິບັດງານ ແລະ ການສ້ອມແປງ ໂຄງການ ແລະ ການປັບປຸງ ພະນັກງານ ໂຄງການຫລຸດຜ່ອນ ຄວາມທຸກຍາກ ໃນທ້ອງຖິ່ນ.

ຊົນເຜົ່າກຸ່ມນ້ອຍ ຢູ່ໃນເຂດ ສອກຫລີກຫ່າງໄກ ສ່ວນຫລາຍເວົ້າ ພາສາລາວ ບໍ່ໄດ້ ອັນນີ້ ເປັນການເພີ້ມ ບັນຫາ ທ້າທາຍ ອີກຢ່າງນື່ງ.



-- Edited by buckhumnoy on Thursday 10th of May 2012 08:48:11 PM

__________________
Anonymous

Date:
RE: ສປປລາວ ເສຖກິຈເຕີບໃຫຍ່ ແຕ່ປະເທດຍັງດ້ອຍພັທນາ
Permalink   
 


ເສດຖະກິດເຕີບໃຫຍ່ຂະຫຍາຍຕົວຮູຂີ້...ເບີ່ງໂຮງຮຽນ

ພໍປານລົກໄກ່..ບໍ່ໜ້າອາຍປະເທດໄທແດ່ບໍ້ເນາະ...

ຊັ້ນປໍ1 ເຂົາມີ computer ໃຊ້ກັນເກືອບທຸກຄົນ,ບາດ

ໂຮງຮຽນພັກລັດ...ລົກໄກ່ເຂົາຍັງແອ້ມດີກວ່ານີ້ອີກ,

ເວລາປຊຊວິພາກວິຈານ ຊໍ້າພັດຄຽດ ເປັນຟືນເປັນໄຟ ,ຄືຫຼາຍເພີ່ນເວົ້າວ່າຄ່ອຍເປັນຄ່ອຍໄປ...

ສູຊິຄ່ອຍໄປຄືເຕົ່າຫັ້ນຫວະ ,ໂລກເຂົາແຂ່ງຂັນກັນທຸກມື້ນີ້ແມ່ນແຂ່ງຂັນກັນເລື້ອງຄວາມໄວ

ກິລາໂອລິມປິກ ເຂົາມອບຫຼຽນໃຫ້ຄົນແລ່ນໄວ ບໍ່ແມ່ນມອບໃຫ້ຄົນແລ່ນຊ້າ..ໂຄດແມ່ສູບໍ່ເຂົ້າໃຈເບາະ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard