ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນ ລາວ ສ່ວນຫລາຍ ກໍຢາກໃຫ້ມີ ປະຊາທິປະໄຕ ຢ່າງແທ້ຈິງ
Anonymous

Date:
ປະຊາຊົນ ລາວ ສ່ວນຫລາຍ ກໍຢາກໃຫ້ມີ ປະຊາທິປະໄຕ ຢ່າງແທ້ຈິງ
Permalink   
 


ປະຊາຊົນ ລາວ ສ່ວນຫລາຍ ກໍຢາກໃຫ້ມີ ປະຊາທິປະໄຕ ຢ່າງແທ້ຈິງ

F-Thongsing2.jpg

ສໍາລັບ ຄນະຜູ້ນໍາລາວ ເພີ່ນເອິ້ນວ່າ ຣະບອບ ການປົກຄອງ ຢູ່ລາວ ປັດຈຸບັນ ກໍແມ່ນ ຣະບອບ ປະຊາທິປະໄຕ ແຕ່ຄົນລາວ ຜູ້ນີ້ເວົ້າວ່າ ປະຊາທິປະໄຕ ຢູ່ລາວ ມີແຕ່ ຄນະຜູ້ນຳ ມີ ປະຊາທິປະໄຕ ແຕ່ ປະຊາຊົນ ບໍ່ມີສິດມີສຽງ ແນວໃດເລີຍ. ຄົນລາວຜູ້ນັ້ນ ເວົ້າວ່າ:

“ສ່ວນຫລາຍ ກໍຢາກໃຫ້ ປະຊາທິປະໄຕ ຄືກັນ ອັນນີ້ກໍ ຣະບອບ ປະຊາທິປະໄຕ ຄືກັນ ແຕ່ວ່າຊົນຊັ້ນ ທີ່ມີອຳນາດ ຂະເຈົ້າຄຸ້ມຄອງ ກໍເພື່ອຜົນປໂຍດ ຂອງຊົນຊັ້ນ ຂອງຂະເຈົ້າເອງ ປະຊາທິປະໄຕ ໃນສຳຣັບ ຂະເຈົ້າ ໃນກຸ່ມຄົນ ທີ່ວ່າເປັນຜູ້ ນຳພາ ເພາະວ່າ ປະຊາຊົນ ສ່ວນຫລາຍ ກໍບໍ່ມີສິດ ມີສຽງ ຖ້າຂັ້ນເທິງ ສັ່ງແລ້ວກໍຕ້ອງ ໄດ້ປະຕິບັດ ບໍ່ກ້າຂັດ ຄືເກົ່າ”.

ຄົນລາວຜູ້ນີ້ ເວົ້າອີກວ່າ ເຂົາຢາກໃຫ້ ຄນະຜູ້ນຳ ລາວ ໃນປັດຈຸບັນ ປະຕິຮູບ ຣະບອບການເມືອງ ເປີດໃຫ້ ປະຊາຊົນ ມີສິດມີສຽງ ຫລາຍຂື້ນ ແຕ່ຄົນລາວ ອີກຜູ້ນຶ່ງພັດ ເວົ້າວ່າ ນາງບໍ່ ຢາກໃຫ້ມີ ການປ່ຽນແປງ ແນວໃດ ເພາະວ່າ ຜູ້ນຳ ປັດຈຸບັນ ເປັນຜູ້ນຳ ທີ່ດີແລ້ວ ແລະກົດໝາຍ ທີ່ມີຢູ່ ໃນດຽວນີ້ ກໍເປັນກົດໝາຍ ທີ່ດີແລ້ວ.

ປະເທດ ສ່ວນຫລາຍ ໃນໂລກ ປົກຄອງດ້ວຍ ຣະບອບ ປະຊາທິປະໄຕ ແປວ່າ ປະຊາຊົນ ມີສິດ ມີອຳນາດ ແລະ ມີສ່ວນໃນການ ເລືອກຜູ້ນຳ ຕົວຢ່າງໃນ ເວລາມີການ ເລືອກຕັ້ງຢູ່ ອິນໂດນີເຊັຍ ຫລື ຟີລິປປິນ ຖ້າ ປະຊາຊົນ ໃນປະເທດ ເຫລົ່ານັ້ນ ສ່ວນຫລາຍ ປ່ອນບັດ ເອົາຜູ້ສມັກເປັນ ປະທານາທິບໍດີ ຫາກຜູ້ໃດ ຊນະການເລືອກຕັ້ງ ກໍຈະໄດ້ເປັນ ປະທານາທິບໍດີ ເປັນຜູ້ນຳ ຂອງປະເທດ ສ່ວນຢູ່ ສປປລາວ ບໍ່ແມ່ນ ແນວນັ້ນ ປະຊາຊົນ ປ່ອນບັດເອົາ ສະມາຊິກ ສະພາ ແຫ່ງຊາດ ແຕ່ບໍ່ມີສິດ ບໍ່ມີສ່ວນ ໃນການປ່ອນບັດ ເລືອກເອົາ ປະທານປະເທດ ຫລື ນາຍົກ ຣັຖມົນຕຣີ ໂດຍຕຣົງເລີຍ.



__________________
Anonymous

Date:
RE: ປະຊາຊົນ ລາວ ສ່ວນຫລາຍ ກໍຢາກໃຫ້ມີ ປະຊາທິປະໄຕ ຢ່າງແທ້ຈິງ
Permalink   
 


ເຖິງແມ່ນຈະມີ ການເຄື່ອນໄຫວ ຕໍ່ສູ້ຂອງ ນັກຮຽນຮູ້ ປັນຍາຊົນ ແລະ ປະຊາຊົນ ລາວ ທັງຢູ່ພາຍໃນ ແລະ ນອກປະເທດ ໃຫ້ຜູ້ນໍາລາວ ມີການປຽ່ນແປງ ຣະບອບ ການປົກຄອງ ຈາກ ສັງຄົມນິຍົມ ຜະເດັດການ ໄປສູ່ ປະຊາທິປະໄຕ ນັ້ນກໍດີ ແຕ່ນັກ ປັນຍາຊົນ ໃນໄທ ກໍຍັງເຫັນວ່າ ການປ່ຽນແປງ ຮູບແບບ ການປົກຄອງ ຢູ່ປະເທດລາວ ນັ້ນຍັງເປັນໄປ ໄດ້ຍາກ ຍ້ອນວ່າ ກຸ່ມຜູ້ ບໍຣິຫານ ທີ່ມີຫົວ ອະນຸຮັກ ນິຍົມ ຫລື ຄອງເດີມ ຍັງເຂັ້ມແຂງຢູ່. ດັ່ງທ່ານ ດຸນລະຍະ ພາກປີຊາຣັດ ອາຈານ ປະຈໍາສາຂາ ເອເຊັຍຕາເວັນອອກ ສ່ຽງໃຕ້ ມະຫາວິທຍາໄລ ທັມມະສາຕ ຂອງໄທເວົ້າວ່າ:

"ທ່ານວ່າ ລາວຍັງເປັນ ຣັດຄອມມິວນິສ ທີ່ໜຽວແໜ້ນ ຢູ່ເອເຊັຍ ຕາເວັນອອກ ສ່ຽງໃຕ້ ກະແສການ ຫັນເປັນ ປະຊາທິປະໄຕ ເກີດຂຶ້ນມາໜ້ອຽ ບໍ່ສາມາດ ໂຄ່ນລົ້ມອໍານາດ ຂອງຣັຖບານ ທີ່ເປັນ ຄອມມິວນິສ ໄດ້ ແຕ່ກໍມີ ການກໍ່ຕົວ ຂອງຄຣູອາຈານ ມະຫາວິທຍາໄລ ນັກສຶກສາ ປະຊາຊົນ ຜູ້ລີ້ໄພ ຢູ່ຕ່າງປະເທດ ຢູ່ສະຫະຣັດ ອະເມຣິກາ ພາກັນເຄື່ອນໄຫວ ເພື່ອ ປະຊາທິປະໄຕ ແຕ່ກໍຍັງ ບໍ່ທັນເປັນຜົນ ເພາະວ່າກຸ່ມ ອະນຸຮັກ ນິຍົມ ຍັງຄອງອໍານາດ ໃນລາວຢູ່".

ທ່ານ ດຸນລະຍະ ໄດ້ເວົ້າເຖິງ ພາບລວມ ຂອງ ປະເທດລາວ ໃນຣາຍການ ອາຊຽນ ວິກກລີ ຂອງໄທວ່າ ແຜນການ ບໍຣິຫານ ການກໍານົດ ນະໂຍບາຍ ການປົກຄອງ ໃນລາວ ທັງໝົດຍັງມາ ຈາກພັກການເມືອງ ພຽງພັກດຽວ ຄື ພັກປະຊາຊົນ ປະຕິວັດລາວ. ຫາກກຸ່ມຜູ້ມີ ອໍານາດເຫລົ່ານີ້ ຍັງມີຄວາມ ເຂັ້ມແຂງ ກໍຍາກທີ່ ຈະມີການ ປ່ຽນແປງ ໄປສູ່ ປະຊາທິປະໄຕ ໄດ້.

ສາສດາຈານ Martin Start-Fox ຜູ້ຊ່ຽວຊານ ອະເມຣິກັນ ທີ່ສຶກສາ ບັນຫາຂອງລາວ ກໍມີຄວາມຄິດເຫັນ ໃນລັກສນະ ດຽວກັນວ່າ ເຖິງແມ່ນ ປະຊາຊົນ ຮຽກຮ້ອງ ໃຫ້ມີການ ປ່ຽນແປງກໍຕາມ ແຕ່ການປ່ຽນແປງ ການປົກຄອງ ຄົງເກີດຂຶ້ນ ໄດ້ຍາກ ຫາກກຸ່ມ ທະຫານ ຣະດັບສູງ ຊຶ່ງເປັນຜູ້ ບໍຣິຫານ ປະເທດ ຍັງຍຶດແນວທາງ ການປົກຄອງ ແບບເກົ່າຢູ່.



__________________
Anonymous

Date:
Permalink   
 

ບັກຫ້າທອງສິງ ຕອນມັນຂື້ນເປັນນາຍຍົກໃໝ່ໆ,

ປະກາດວ່າຈະປາບປາມ ການສໍ່ໂກງ ແຕ່ມັນເອງກັບ

ໄປແດກຫ້ານຳເຂົາຊ້ຳ!!!!!!!



__________________
Anonymous

Date:
Permalink   
 

ຜູ້ໃຫ່ຍກໍ່ຄວນເປັນຕົວຢ່າງໃຫ້ແກ່ລູກຫຼານທີ່ເກີດໃໝ່ໃຫຍ່ລຸນ ປະເທດຊາດຊິຈະເລີນກ້າວໜ້າ ແນວໃດຊິທັນກັບຊາດອື່ນກໍ່ຄວນເຮັດໄດ້ແລ້ວ ຄວນປະຕິຮູບໄດ້ແລ້ວ! ອັນນີ້ຂ້ອຍບໍ່ເວົ້າໃຫ້ຝ່າຍໃດຝ່າຍໜຶ່ງເດີ ຂ້ອຍເວົ້າໃຫ້ ນັບຕັ້ງແຕ່ກະສັດລາວທີ່ໂຕນໜີອອກນອກປະເທດ ຈົນຮອດການນຳຂອງພັກລັດພຸ້ນລະ ປານນັ້ນເວົ້າວ່າຮັກປະເທດຊາດບ້ານເມືອງ! ແຕ່ບໍ່ເຫັນວ່າຊິມີໃຜ ຊິເປັນຜູ້ລິເລີ່ມລົງມືເຮັດ  no



__________________
Anonymous

Date:
Permalink   
 

Anonymous wrote:

ຜູ້ໃຫ່ຍກໍ່ຄວນເປັນຕົວຢ່າງໃຫ້ແກ່ລູກຫຼານທີ່ເກີດໃໝ່ໃຫຍ່ລຸນ ປະເທດຊາດຊິຈະເລີນກ້າວໜ້າ ແນວໃດຊິທັນກັບຊາດອື່ນກໍ່ຄວນເຮັດໄດ້ແລ້ວ ຄວນປະຕິຮູບໄດ້ແລ້ວ! ອັນນີ້ຂ້ອຍບໍ່ເວົ້າໃຫ້ຝ່າຍໃດຝ່າຍໜຶ່ງເດີ ຂ້ອຍເວົ້າໃຫ້ ນັບຕັ້ງແຕ່ກະສັດລາວທີ່ໂຕນໜີອອກນອກປະເທດ ຈົນຮອດການນຳຂອງພັກລັດພຸ້ນລະ ປານນັ້ນເວົ້າວ່າຮັກປະເທດຊາດບ້ານເມືອງ! ແຕ່ບໍ່ເຫັນວ່າຊິມີໃຜ ຊິເປັນຜູ້ລິເລີ່ມລົງມືເຮັດ  no


 ດຣ ຄຳເຜີຍ ປານມະໄລທອງ ເລີ່ນຕົ້ນເຄື່ອນໄຫວ ເພື່ອປາທິປະໄຕແລ້ວ ໃຈເຢັນໆ.



__________________
ຄົນລາວ100%

Date:
Permalink   
 

ຜູ້ໃດຊິເຫົາຊິຫອນແນວໃດກະເຫົາກະ ຫອນສາ ໃຫ້ພວກເຈົ້າຮັບໃຊຄົນຕາງ ຊາດດີໆເດີຈັກຫນອຍເຂົາໄລຫນີລະມັນ  ຊີບໍ່ມີບອນຢູ່ອິກໃດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard