ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຕຳຫຼວດ ສປປລາວ ຊີ້ແຈງກ່ຽວກັບການຈັບຕົວ ທ້າວ ໜໍ່ຄຳ
Anonymous

Date:
ຕຳຫຼວດ ສປປລາວ ຊີ້ແຈງກ່ຽວກັບການຈັບຕົວ ທ້າວ ໜໍ່ຄຳ
Permalink   
 


ຕຳຫຼວດ ສປປລາວ ຊີ້ແຈງກ່ຽວກັບການຈັບຕົວ ທ້າວ ໜໍ່ຄຳ

lao10regrelgkr6171435reg;hk14.5.2012htrh.jpg

  ຫົວ­ໜ້າ ​ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແຫ່ງ ສປປ ລາວ ຕາງ­ໜ້າ​ໃຫ້​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແຫ່ງ ສປປ ລາວ ໄດ້​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ຈັບ​ຕົວ​ທ້າວ ໜໍ່​ຄຳ ອາ­ຍຸ 44ປີ ສັນ­ຊາດ​ມຽນ​ມາ ພ້ອມ​ດ້ວຍ​ພັກ​ພວກ​ຄົນ​ລາວ​ອີກ 2ຄົນ ໃນ​ຂໍ້​ຫາ: ລັກ­ລອບ​ຂົນ­ສົ່ງ​ຄ້າ­ຂາຍ​ຢາ​ເສບ​ຕິດ ແລະ ມີ​ອາ­ວຸດ​ເສິກ​ໄວ້​ໃນ​ຄອບ​ຄອງ.

ທ່ານ ພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ ຫົວຫນ້າກົມໃຫຍ່ຕໍາຫລວດ ໄດ້ກ່າວວ່າ: ການ​ຈັບ​ຕົວ​ທ້າວ ໜໍ່​ຄຳ ພ້ອມ​ພັກ​ພວກ​ຄົນ​ລາວ 2ຄົນ ແມ່ນ​ມີ​ຂຶ້ນ​ໃນ​ເວ­ລາ 18ໂມງ​ຂອງ​ວັນ​ທີ 25ເມ­ສາ 2012ຢູ່​ທີ່​ບ້ານ​ມອມ ເມືອງ​ຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ ໃນ​ຂະ­ນະ​ທີ່​ພວກ​ກ່ຽວ​ກຳ­ລັງ​ເຄື່ອນ​ໄຫວ ຂີ່​ເຮືອ​ຂ້າມ​ນ້ຳ­ຂອງ​ມາ​ຝັ່ງ​ລາວ ເພື່ອ​ຕິດ​ຈອດ​ພົວ­ພັນ​ກັບ​ກຸ່ມ​ແກ້ງ​ຄ້າ­ຂາຍ​ຢາ​ເສບ​ຕິດ​ດ້ວຍ​ກັນ ການ​ຈັບ​ຕົວ​ທ້າວ ໜໍ່​ຄຳ ໃນ​ຄັ້ງ​ນີ້ ເປັນ​ການ​ມ້າງ​ຄະ­ດີ​ລາຍ​ໃຫຍ່ ແລະ ສຳ­ຄັນ ຍ້ອນ​ທ້າວ ໜໍ່​ຄຳ ເປັນ​ບຸກ­ຄົນ​ສຳ­ຄັນ ເປັນ​ຫົວ­ໜ້າ​ກຸ່ມ​ແກ້ງ​ເຄຶ່ອນ​ໄຫວ​ກໍ່​ຄວາມ​ບໍ່​ສະ­ຫງົບ​ຕາມ​ຊາຍ​ແດນ ລາວຈີນໄທມຽນ​ມາ ທ້າວ ໜໍ່​ຄຳ ຍັງ​ເປັນ​ຜູ້​ບັນ­ຊາ​ຕິດ­ຕາມ​ໃຫ້​ຄວາມ​ສະ­ດວກ ໃນ​ການ­ເຄື່ອນ­ໄຫວ​ຂົນ­ສົ່ງ​ຂອງ​ກຸ່ມ​ຜະ­ລິດ​ຄ້າ­ຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ທີ່​ມີ​ການ​ເຄຶ່ອນ​ໄຫວ​ໃນ​ເຂດ​ສາມ­ຫຼ່ຽມ​ຄຳ ຜູ້­ກ່ຽວ​ຍັງ​ມີ​ສ່ວນ​ພົວ­ພັນ​ກັບ​ການ​ລັດ​ຍິງ​ເຮືອ​ຂົນ­ສົ່ງ​ສິນ­ຄ້າ​ຂອງ ສປ.ຈີນ ໃນ​ຄັ້ງ​ວັນ​ທີ 5ຕຸ­ລາ 2011ເຊິ່ງ​ເຮັດ​ໃຫ້​ມີ​ຄົນ​ຈີນ​ເສຍ​ຊີ­ວິດ 13ຄົນ.

ການ​ຈັບ​ຕົວ​ທ້າວ ໜໍ່​ຄຳ ໃນ​ຄັ້ງ​ນີ້ ຖື​ວ່າ​ເປັນ​ຜົນ­ສຳ­ເລັດ​ຂອງ​ການ​ຮ່ວມ​ມື ໃນ​ການ​ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ​ເຊິ່ງ​ກັນ ແລະ ກັນ ລະ­ຫວ່າງ​ຕຳ­ຫຼວດ​ລາວທະ­ຫານ​ລາວ ກັບ​ຕຳ­ຫຼວດ​ຈີນ ຕຳ­ຫຼວດ​ມຽນ​ມາ ສິ່ງ​ສຳ­ຄັນ​ຕົ້ນ­ຕໍ​ກໍ​ຍັງ​ແມ່ນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ເຈົ້າ​ໜ້າ­ທີ່​ ຕຳ­ຫຼວດ ສປປ ລາວ ຢ່າງ​ມີ​ໄຫວ​ພິບ​ຄ່ອງ​ແຄ້ວ ສາ­ມາດ​ຈັບ​ຕົວ​ທ້າວ ໜໍ່​ຄຳ ໄດ້​ຕາມ​ເປົ້າ​ໝາຍ ແລະ ຖືກ­ຕ້ອງ​ຕາມ​ແນວ­ທາງ​ຂອງ​ພັກ ກົດ­ໝາຍ​ຂອງ​ລັດ ແຫ່ງ ສປປ ລາວ ເພື່ອ​ປາບ​ປາມ​ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ​ຢູ່​ລາວ​ໃຫ້​ໝົດ​ໄປ.

ການ​ມອບສົ່ງ​ຕົວ​ທ້າວ ໜໍ່​ຄຳ ໃຫ້​ຕຳ­ຫຼວດ ສປ.ຈີນ ສືບ­ຕໍ່​ດຳ­ເນີນ​ຄະ­ດີ ຍ້ອນ​ເຫດ­ຜົນ​ຄື:

1. ຜ່ານ​ມາ​ກະ­ຊວງ​ສັນ­ຕິ​ບານ ສປ.ຈີນ ໄດ້​ມີ​ແຜນ­ການ​ຮ່ວມ​ມື​ກັນ​ກັບ​ຕຳ­ຫຼວດ ສປປ ລາວ ໄດ້ 5ເດືອນ​ກ່ວ​າ ໃນ​ການ​ໄລ່​ຊອກ​ຈັບ​ຕົວ​ທ້າວ ໜໍ່​ຄຳ.

2. ທ້າວ ໜໍ່​ຄຳ ແມ່ນ​ເປັນ​ເປົ້າ​ໝາຍ​ສຳ­ຄັນ​ໃນ​ກຸ່ມ​ຜະ­ລິດ​ຂົນ­ສົ່ງ ຊື້ຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ທີ່​ມີ​ການ­ເຄື່ອນ­ໄຫວ​ຢູ່​ແມ່­ນ້ຳ​ຂອງ​ສອງ​ຝັ່ງ ມຽນ​ມາລາວຈີນ ໄທ ແລະ ມີ​ການ​ພົວ­ພັນ​ກັບ​ເຄືອ​ຂ່າຍ​ທີ່​ເປັນ​ເປົ້າ​ໝາຍ​ຄົນ​ຈີນ.

3. ຕຳ­ຫຼວດ​ຈີນ ໄດ້​ມີ​ຂໍ້​ມູນ​ຫຼັກ​ຖານ​ກ່ຽວ​ກັບ​ທ້າວ ໜໍ່​ຄຳ ໃນ​ການ​ເຂົ້າ​ຮ່ວມ​ປຸ້ນ​ຍິງ​ເຮືອ​ຂອງ​ຈີນ ໃນ​ຄັ້ງ​ວັນ​ທີ 5ຕຸ­ລາ 2011ເຮັດ​ໃຫ້​ຄົນ​ຈີນ 13ຄົນ​ເສຍ​ຊີ­ວິດ ປັດ­ຈຸ­ບັນ​ຕຳ­ຫຼວດ​ຈີນ​ສາ­ມາດ​ຈັບ​ຕົວ​ຜູ້​ຕ້ອງ​ສົງ­ໄສ​ໃນ​ກຸ່ມ​ດັ່ງ­ກ່າວ​ ໄດ້​ຈຳ­ນວນ 2ຄົນ ແລະ ພວກ​ກ່ຽວ​ກໍ​ໄດ້​ລາຍ​ງານ​ຊັກ​ທອດ​ເຖິງ​ທ້າວ ໜໍ່​ຄຳ ເຊິ່ງ​ເປັນ​ຕົວ​ສຳ­ຄັນ​ໃນ​ການ​ຍິງ​ເຮືອ​ໃນ​ຄັ້ງ​ນັ້ນ.

4. ສປ.ຈີນ ໄດ້​ມີ​ໜັງ­ສື​ທາງ​ລັດ​ຖະ​ການ ຮ້ອງ​ຂໍ​ຕໍ່​ທາງ​ການ​ລາວ ເພື່ອ​ຂໍ​ຕົວ​ທ້າວ ໜໍ່​ຄຳ ໄປ​ດຳ­ເນີນ​ຄະ­ດີ ພ້ອມ​ກັບ​ພັກ​ພວກ​ຢູ່ ສປ.ຈີນ ໃນ​ເຫດ­ການ​ປຸ້ນ​ເຮືອ​ຂອງ​ຈີນ ໃນ​ຄັ້ງ​ວັນ​ທີ 5ຕຸ­ລາ 2011.

ສະ­ນັ້ນ ລັດ­ຖະ­ບານ ແຫ່ງ ສປປ ລາວ ຈຶ່ງ​ໄດ້​ຕົກ­ລົງ​ມອບ​ຕົວ ທ້າວ ໜໍ່​ຄຳ ໃຫ້​ແກ່​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈີນ ເພື່ອ​ໄປ​ດຳ­ເນີນ​ຄະ­ດີ​ຜູ້­ກ່ຽວ​ຢູ່ ສປ.ຈີນ.

ໃນ­ຕໍ່­ໜ້າ ຖ້າ​ປະ­ເທດ​ອື່ນໆ​ມີ​ຄວາມ​ສົນ­ໃຈ ຫຼື ຕ້ອງ­ການ​ພົວ­ພັນ​ກ່ຽວ​ກັບ​ຄະ­ດີ​ດັ່ງ­ກ່າວ ແມ່ນ​ໃຫ້​ປະ­ສານ​ງານ ຫຼື ສະ­ເໜີ​ໂດຍ​ກົງ​ກັບ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ສປ.ຈີນ ໃນ​ຂັ້ນ​ຕໍ່​ໄປ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard