ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ວຽດນາມຂໍໃຫ້ນາຍົກ ກົດດັນລາວຢຸດສ້າງເຂື່ອນ
Anonymous

Date:
ວຽດນາມຂໍໃຫ້ນາຍົກ ກົດດັນລາວຢຸດສ້າງເຂື່ອນ
Permalink   
 


ວຽດນາມຂໍໃຫ້ນາຍົກ ກົດດັນລາວຢຸດສ້າງເຂື່ອນ

ເມື່ອສັປດາ ທີ່ຜ່ານມາ ນັກວິທຍາສາດ ວຽດນາມ ຫລາຍຄົນ ທີ່ເປັນ ສະມາຊິກ ຂອງເຄືອຂ່າຍ ແມ່ນ້ຳ ວຽດນາມ ໄດ້ຮຽກຮ້ອງ ໃຫ້ທ່ານ ຫງຽນ ຕັ່ນຈຸ່ງ ນາຍົກຣັຖມົນຕຣີ ວຽດນາມ ແລະ ຄນະກັມມະການ ແມ່ນ້ຳຂອງ ແຫ່ງຊາດ ວຽດນາມ ໃຫ້ຄັດຄ້ານ ການສ້າງເຂື່ອນ ໄຊຍະບຸຣີຢູ່ ລາວ ຊຶ່ງຈະເປັນ ເຂື່ອນ ແມ່ນ້ຳຂອງ ແຫ່ງທຳອິດ ໃນພາກລຸ່ມ ແມ່ນ້ຳຂອງ.

ທ່ານ ດ່າວຈ່ອງຕູ່ ທີ່ປຶກສາ ເຄື່ອຂ່າຍ ແມ້ນ້ຳວຽດນາມ ຊຶ່ງເປັນອົງການ ປົກປັກຮັກສາ ແມ່ນ້ຳ ໃນວຽດນາມ ໃຫ້ສຳພາດ ແກ່ໜັງສືພິມ ວຽດນາມວ່າ ນັກຊ່ຽວຊານ ປະຈຳເຄືອຂ່າຍ ໄດ້ສົ່ງຈົດໝາຍ ເຖິງ ນາຍົກ ຣັຖມົນຕຣີ ຫງຽນຕັ່ນຈຸ່ງ ແລະຄນະກັມມະການ ແມ່ນ້ຳຂອງ ວຽດນາມ ໃຫ້ຄັດຄ້ານ ການສ້າງເຂື່ອນ ໄຊຍະບຸຣີ ໄປຍັງ ຣັຖບານ ສປປລາວ.

ໃນຈົດໝາຍນັ້ນ ແຈ້ງວ່າ ການເລິ້ມສ້າງເຂື່ອນ ໄຊຍະບຸຣີ ເປັນສິ່ງທີ່ ບໍ່ສາມາດ ຍອມຮັບໄດ້ ເພາະນັກຊາວຊ່ຽນ ຫລາຍຄົນເຊື່ອວ່າ ການສ້າງເຂື່ອນ ໄຊຍະບຸຣີ ແລະ ເຂື່ອນອື່ນໆ ອີກ 11 ແຫ່ງ ໃນແມ່ນ້ຳຂອງ ຈະທຳຣາຍ ຊີວິດ ການເປັນຢູ່ຂອງ ປະຊາຊົນ ຊາວວຽດນາມ ກວ່າ 20 ລ້ານຄົນ ທີ່ອາສັຍຢູ່ ໃນເຂດສາມຫລ່ຽມ ປາກແມ່ນ້ຳຂອງ ຊຶ່ງເປັນອູ່ເຂົ້າ ອູ່ນໍ້າ ຂອງວຽດນາມ.

ຣັຖບານລາວ ມີແຜນ ຈະສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຢ່າງໜ້ອຍ 10 ແຫ່ງ ແລະ ເມື່ອສອງສາມປີ ທີ່ຜ່ານມາ ຣັຖບານລາວ ຢາກສ້າງເຂື່ອນ ໄຊຍະບຸຣີ ນີ້ກ່ອນ ແຕ່ເມື່ອທ້າຍປີ ກາຍ ສະມາຊິກ ຄນະກັມມາທິການ ແມ່ນ້ຳຂອງ ຊຶ່ງມີລາວ ໄທ ວຽດນາມ ແລະ ກຳພູຊາ ລົງມະຕິ ໃຫ້ສຶກສາ ສຳຣວດເບິ່ງ ການສ້າງເຂື່ອນ ໄຊຍະບູຣີ ນັ້ນໃຫ້ຄັກແນ່ ອີກເທື່ອນຶ່ງ ແຕ່ເມື່ອເດືອນ ທີ່ແລ້ວ ບໍຣິສັດ ຊໍ-ການຊ່າງ ຂອງໄທ ພັດໄດ້ເຊັນ ສັນຍາກັບ ບໍຣິສັດ ພລັງງານ ໄຊຍະບຸຣີ ກ່ຽວກັບ ການສ້າງເຂື່ອນ ດັ່ງກ່າວ ແລະ ການກໍ່ສ້າງ ກໍໄດ້ເລິ້ມ ແດ່ແລ້ວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard