ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວຢືນຢັນ ເຂື່ອນບໍ່ມີຜົນກະທົບ
Anonymous

Date:
ທາງການລາວຢືນຢັນ ເຂື່ອນບໍ່ມີຜົນກະທົບ
Permalink   
 


ທາງການລາວຢືນຢັນ ເຂື່ອນບໍ່ມີຜົນກະທົບ

snapshot_001.jpg

ທ່ານ ວີຣະພົນ ວີຣະວົງ ຣັຖມົນຕຣີ ຊ່ອຍ ກະຊວງພລັງງານ ແລະບໍ່ແຮ່ ສປປລາວ ກ່າວຕໍ່ ສື່ມວນຊົນໄທ ໃນກອງປະຊຸມ ແມ່ຂອງ ຣິໂອ ທີ່ພູເກັດ ຣະຫວ່າງ ວັນທີ 13 ພຶສພາວ່າ ເຂື່ອນ ໄຊຍະບູຣີ ຜ່ານຂັ້ນຕອນ ການປຶກສາຫາລື ລ່ວງຫນ້າ ກັບປະເທດ ສະມາຊິກ ແລະ ກໍໄດ້ເຮັດ ລາຍງານ ກ່ຽວກັບ ຜົລກະທົບ ຕໍ່ສິ່ງແວດລ້ອມ ຕາມເງຶ່ອນໄຂ ໄປແລ້ວ ແລະ ຫມັ້ນໃຈວ່າ ຈະບໍ່ສົ່ງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ຕາມລຳ ແມ່ນ້ຳຂອງ ແຕ່ຢ່າງໃດ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ຖືວ່າຫລັງຈາກ 6 ເດືອນ ແລ້ວນີ້ກໍບໍ່ຈຳເປັນ ຕ້ອງຕົກລົງ ສັນຍາ ເພາະເຮົາຖືວ່າ ໂຄງການແບບນີ້ ມັນບໍ່ມີ ຜົລຮ້າຍຢູ່ແລ້ວ ຖ້າວ່າເປັນ ໂຄງການທີ່ມີ ຜົລກະທົບ ຮ້າຍແຮງ ເປັນຕົ້ນການ ອ່ວຍນ້ຳ ຈາກແມ່ນ້ຳຂອງ ໄປອ່າງອື່ນ ຫລືວ່າ ໃສ່ຣະດູແລ້ງ ເຂົາຮ້ອງວ່າມັນ ຕ້ອງເປັນ agreement ຕ້ອງມີການ ຕົກລົງ ເປັນ specific agreement".

ທ່ານ ວິຣະພົນ ກ່າວຕໍ່ໄປວ່າ ເຂື່ອນໄຟຟ້າ ມີຄວາມສຳຄັນ ຕໍ່ການພັທນາ ປະເທດລາວ ຢ່າງໃຫຍ່ຫລວງ ແລະ ການທີ່ຈະສ້າງ ເຂື່ອນ ໄຊຍະບູຣີ ນັ້ນບໍ່ຖືວ່າ ເປັນການ ລ່ວງລະເມີດ ມັດຕິ ອົງການ MRC. ຣັຖບານ ລາວ ກໍຈະໃຊ້ ເຂື່ອນ ໄຊຍະບູຣີ ເປັນຕົ້ນແບບ ໃນການສ້າງເຂື່ອນ ອື່ນໆ ຕາມລຳ ແມ່ນ້ຳຂອງ ໃນລາວ. ນອກຈາກນັ້ນ ທາງການລາວ ຍັງຈະເພີ້ມທືນ ໃນການດັດແປງ ການອອກແບບ ເຂື່ອນ ເພື່ອບໍ່ໃຫ້ສົ່ງ ຜົລ ກະທົບ ຕໍ່ສິ່ງແວດລ້ອມ ຝຸງປາ ຣະດັບນ້ຳ ສີ່ງທີ່ຕົກຄ້າງ ແລະ ການເດີນເຮືອ ຕາມລຳ ແມ່ນ້ຳຂອງ ນຳອີກ.

ທ່ານວ່າ ເຂື່ອນ ໄຊຍະບູຣີ ຈະອອກແບບ ເປັນເຂື່ອນລັກສນະ ຝາຍນ້ຳລົ້ນ ບໍ່ແມ່ນເຂື່ອນ ກັ້ນນ້ຳຂອງ ທີ່ ປະຊາຊົນ ທົ່ວໄປເຂົ້າໃຈ ເຂື່ອນນ້ຳລົ້ນ ຈະບໍ່ສົ່ງ ຜົລກະທົບ ຕໍ່ສິ່ງແວດລ້ອມ ຫລາຍເທົ່າກັບ ການສ້າງ ເຂື່ອນ ໂດຍທົ່ວໄປ.



-- Edited by buckhumnoy on Monday 14th of May 2012 08:24:27 PM



-- Edited by buckhumnoy on Monday 14th of May 2012 09:10:08 PM

__________________
Anonymous

Date:
Permalink   
 

ທາງການກັບຊາວບ້ານ ເວົ້າບໍ່ຄືກັນ

ທ່ານ ວີຣະພົນ ວີຣະວົງ ຣັຖມົນຕຣີ ຊ່ອຍກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ກ່າວໃນຊ່ວງທີ່ ທ່ານ ໄປປະຊຸມ ທີ່ພູເກັດ ປະເທດໄທ ໃນຕົ້ນເດືອນ ພຶສພາ 2012 ນີ້ວ່າ:  ປະຊາຊົນລາວ ສນັບສນູນ ການສ້າງ ເຂື່ອນ ໄຊຍະບູຣີ ບໍ່ມີຜູ້ໃດ ຄັດຄ້ານ ຍ້ອນວ່າ ເຂື່ອນໄຟຟ້າ ຈະຊ່ອຍຫລຸດຜ່ອນ ຄວາມທຸກຈົນ ຂອງພວກ ຂະເຈົ້າໄດ້. ທ່ານກ່າວວ່າ:

"ອັນນີ້ເປັນ ໂອກາດທີ່ ຂະເຈົ້າ ຈະໄດ້ພັທນາ ມີໂຮງຮຽນ ໂຮງຫມໍ ໄດ້ຢູ່ດີ ກິນດີຂື້ນ ປະຊາຊົນ ສນັບສນູນ ຕຣອດເວົ້າສະເພາະ ປະຊາຊົນ ລາວ ທີ່ຢູ່ຕາມ ແມ່ນ້ຳຂອງ 100 ເປີເຊັນ ບໍ່ມີຜູ້ໃດ ຄັດຄ້ານ ມີແຕ່ຢາກ ໃຫ້ສ້າງໄວໆ ຍາມໃດໄປ ເຂົາຖາມວ່າ ຍາມໃດ ຊີ່ກໍ່ສ້າງ ເພາະຂະເຈົ້າ ຢາກອອກຈາກ ຄວາມທຸກຍາກ".

ທ່ານແຈ້ງວ່າ ຊາວບ້ານ ໃນເຂດພື້ນທີ່ ຈະສ້າງເຂື່ອນ ໄຊຍະບູຣີ ຕ້ອງຢູ່ກັບ ຄວາມທຸກຍາກ ມາຕລອດ ການສ້າງເຂື່ອນ ຈະຊ່ອຍໃຫ້ ຂະເຈົ້າ ຫລຸດພົ້ນຈາກ ຄວາມທຸກຍາກໄດ້. ໃນຊ່ວງເວລາ ດຽວກັນນີ້ ວິທຍຸ ເອເຊັຽເສຣີ ກໍໄດ້ ໂທຣະຊັບ ໄປຖາມ ຊາວບ້ານ ໃນທ້ອງຖີ່ນ ບ່ອນທີ່ຈະສ້າງ ເຂຶ່ອນ ໄຊຍະບູຣີ ກໍໄດ້ຮັບ ຄຳຕອບວ່າ:

"ຄົນລາວຜູ້ ທີ່ອາສັຍຢູ່ ແຖວນັ້ນ ຜູ້ທີ່ເຫັນດີ ກໍມີ ຜູ້ທີ່ບໍ່ເຫັນດີ ກໍມີເນາະ ແທ້ຈິງແລ້ວ ຂະເຈົ້າບໍ່ ເຫັນດີ ຂ້າເຈົ້າ ກໍເກັບໃວ້ ບໍ່ສາມາດ ເອົາເລື້ອງດັ່ງກ່າວ ຂື້ນມາສົນທະນາ ໃນເວທີ ສັງຄົມໄດ້".

ຄົນລາວ ຄົນນັ້ນ ກ່າວຕໍ່ໄປວ່າ ດ້ວຍຣະບົບ ການປົກຄອງ ຂອງ ສປປລາວ ທີ່ປະຊາຊົນ ບໍ່ສາມາດ ອອກສຽງໄດ້ ເຖິງແມ່ນວ່າ ຈະບໍ່ພໍໃຈ ຫລືບໍ່ ເຫັນພ້ອມກັບ ຣັຖບານ ໃນໂຄງການຕ່າງໆ ກໍບໍ່ກ້າອອກມາ ຄັດຄ້ານ ຫລືຮຽກຮ້ອງ ສິດທິ ຂອງຕົນ ຈາກຣັຖບານ ໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard