ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຂາຍໄຟຟ້າ ຊາວບ້ານຢູ່ກັບຄວາມມືດ
Anonymous

Date:
ລາວຂາຍໄຟຟ້າ ຊາວບ້ານຢູ່ກັບຄວາມມືດ
Permalink   
 


ລາວຂາຍໄຟຟ້າ ຊາວບ້ານຢູ່ກັບຄວາມມືດ

ຊາວລາວ ໃນເຂດ ຊົນນະບົດ ທີ່ຍັງຕ້ອງ ທົນທຸກ ນໍາເຣື່ອງ ບໍ່ມີ ໄຟຟ້າໃຊ້ ໃນບ້ານເຮືອນ ຍ້ອນສາຍໄຟ ຍັງໄປບໍ່ຮອດ. ຊາວລາວຜູ້ນື່ງ ໃນແຂວງ ສວັນນະເຂດ ເວົ້າວ່າ:

"ປະເທດລາວເຮົາ ທຸກຍາກຫລາຍ ຊົນນະບົດ ບ້ານນອກຫັ້ນນະ ບ້ານນອກ ບ້ານນາ ບໍ່ມີ ທຸກຍາກ ໄຟຟ້າ ຍັງບໍ່ທົ່ວເຖິງ ຈັກເທື່ອ ຍັງບໍ່ທົ່ວດອກ ໄຟຂາຍໄປ ປະເທດອື່ນ ແຕ່ວ່າ ປະເທດລາວ ເຮົານີ້ ຊົນນະບົດນີ້ ຫລາຍຍັງບໍ່ມີ ໄຟຟ້າໃຊ້ ຫລາຍ ຫົນທາງ ກໍບໍ່ສະດວກ".

ຊາວລາວຄົນນື່ງ ໃນແຂວງ ຄໍາມ່ວນ ເວົ້າຕື່ມວ່າ ກ່ອນຈະເອົາ ໄຟຟ້າ ເຂົ້າເຮືອນນີ້ ຄ່າໃຊ້ຈ່າຍ ແພງຫລາຍ ເພາະຕ້ອງໄດ້ ເສັຽເງິນຄ່າ ຕັ້ງເສົາ ຄ່າສາຍໄຟຟ້າ ແລະ ຄ່າອຸປກອນອື່ນໆ. ລາວວ່າ ຣັຖບານ ບໍ່ມີ ງົບປະມານພໍ ຈຶ່ງຕ້ອງໃຫ້ ປະຊາຊົນ ເສັຽເອງ ໄປກ່ອນ ຕໍ່ບັນຫາ ທັງໝົດນີ້ ເຈົ້າໜ້າທີ່ ຂັ້ນສູງຂອງລາວ ເຄີຽອະທິບາຍ ວ່າ:

"ອັນນີ້ມັນເປັນ ຈັ່ງຊີ້ ເພາະວ່າການ ພັທນາ ສາຍສົ່ງບໍ່ທັນ ໄປຮອດໄປເຖິງ ດຽວນີ້ພວກເຮົາ ກໍາລັງພັທນາ ໄປຢູ່ ຄາດວ່າ ໃນປີ 2015 ນີ້ ມັນຈະທົ່ວເຖິງ ທຸກບ່ອນ ທຸກບ່ອນຈະມີ ໄຟຟ້າໃຊ້ ໂດຍແມ່ນການ ນໍາໃຊ້ ໄຟຟ້າ ຢູ່ໃນລາວເອງ ຖ້າເຫລືອເຮົາ ກໍຂາຍອອກ".

ລາຍງານ ການພັທນາ ໄຟຟ້າ 20 ປີໃນທົ່ວ ປະເທດວ່າ ສປປລາວ ໄດ້ບັນລຸ ອັດຕຣາ ການເຂົ້າເຖິງ ໄຟຟ້າ ທົ່ວປະເທດ ຈາກ 15% ໃນປີ 1995 ຂື້ນເປັນ 70% ໃນປີ  2010 ຄິດເປັນ 7 ແສນຄົວເຮືອນ ແລະ ຈະຂຍາຍ ເໜັ່ງສາຍສົ່ງ ໄຟຟ້າ ໄປທົ່ວປະເທດ ໃຫ້ປະຊາຊົນ ມີໄຟຟ້າໃຊ້ ໄດ້ເຖີງ 90% ພາຍໃນປີ 2020.



__________________
Anonymous

Date:
Permalink   
 

ເຂື່ອນແຕ່ລະແຫ່ງ ນັກລົງທຶນຕ່າງປະເທດຖືຮຸ້ນ 80% ເພື່ອຂາຍໄຟແຮງສູງໃຫ້ຈີນ ວຽດນາມ ໄທ ແລະຂະເມນ ສ່ວນໄຟແຮງຕໍ່າລາວຕ້ອງຊື້ຈາກເຂົາເຈົ້າຄືນ. ເງິນທີ່ຂະຍາຍ ຕາຂ່າຍໄຟຟ້າເຂົ້າບ້ານຕ່າງໆທີ່ສອກຫຼີກຫ່າງໄກແມ່ນຕ້ອງ ໄດ້ກູ້ຢືມຈາກຕ່າງປະເທດ ກູ້ຢືມຈາກທະນາຄານພັດທະນາ ເອເຊຍ ທະນາຄານກອງທຶນສາກົນ. ເຂົ້າໄປອ່ານເອົາເອງ ຖ້າບໍ່ຢາກເປັນຄົນຕົກຂ່າວ.http://khaofaifa.wordpress.com/ 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard