ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການຮັບວ່າມີເຣື່ອງ ຄ້າປະເວນີເດັກນ້ອຍ
Anonymous

Date:
ທາງການຮັບວ່າມີເຣື່ອງ ຄ້າປະເວນີເດັກນ້ອຍ
Permalink   
 


ທາງການຮັບວ່າມີເຣື່ອງ ຄ້າປະເວນີເດັກນ້ອຍ

f-ht-girls

ເຈົ້າໜ້າທີ່ ເວົ້າວ່າບໍ່ສາມາດ ກວດພົບໄດ້ ຍ້ອນບໍ່ຮູ້ ເຄືອຂ່າຍຂະບວນ ການຄ້າປະເວນີ ເດັກນ້ອຍແມ່ຍິງ ແລະມີນາຍໜ້າ ທີ່ລຶກລັບ ຊັບຊ້ອນ ທີ່ຫາເດັກນ້ອຍ ມາປ້ອນຕລາດ ທາງການຈຶ່ງ ບໍ່ສາມາດປາບປາມໄດ້.

ເຈົ້າໜ້າທີ່ ຈາກກົມແຮງງານ ແລະສວັດດີການ ສັງຄົມ ແຂວງຄໍາມ່ວນ ເວົ້າວ່າ:

"ເອີ ກໍຫລາຍໆຢູ່ ໄປຄ້າປະເວນີ ກັນຫລາຍໆບ່ອນຢູ່ ເຮົາກໍບໍ່ຮູ້ວ່າ ມັນມີເຄືອຂ່າຍ ມັນມີນາຍໜ້າຂະເຈົ້າເນ໋າະ ເຣື່ອງແນັດເວີກ ຂະເຈົ້ານ໋າ".

ທ່ານເວົ້າອີກວ່າ ການບຸກເຂົ້າ ກວດຄົ້ນ ຫລືຊອກຫາກຸ່ມ ນາຍໜ້າທີ່ຄ້າ ເດັກນ້ອຍແມ່ຍິງນັ້ນ ສ່ວນໃຫຍ່ກໍເຮັດບໍ່ໄດ້ ຍ້ອນຫຍຸ້ງຍາກ ຫລາຍຢ່າງ ຊຶ່ງຮວມທັງການ ຂາດກໍາລັງ ເຈົ້າໜ້າທີ່ ແລະເດັກນ້ອຍແມ່ຍິງທີ່ເຕັມໃຈໄປ ເປັນໂສເພນີ ກໍບໍ່ຍອມໃຫ້ ຄວາມຮ່ວມມື ໃຫ້ຂໍ້ມູນຫຍັງ ແກ່ເຈົ້າໜ້າທີ່.

ປັດຈຸບັນ ທາງການລາວ ກໍາລັງແກ້ໄຂ ກົດໝາຍ ວ່າດ້ວຍການ ຄ້າປະເວນີ ເດັກນ້ອຍແມ່ຍິງ ເພື່ອໃຫ້ຮັດກຸມ ເຂັ້ມງວດຂຶ້ນ ຍ້ອນວ່າທີ່ຜ່ານມາ ກົດໝາຍ ບໍ່ແຈ່ມແຈ້ງ ບໍ່ມີ ປະສິດທິພາບ ໃນການຈັບກຸມ ລົງໂທດ ຜູ້ກະທໍາຜິດໄດ້ ພຽງພໍ. ນອກຈາກນັ້ນ ທາງການລາວ ກໍກໍາລັງ ຊອກຊ່ອງທາງ ຫລຸດຜ່ອນ ແກ້ໄຂບັນຫາ ດັ່ງກ່າວນີ້ຢູ່ ຊຶ່ງຮວມທັງການ ໃຊ້ແຮງງານ ເດັກນ້ອຍ. ເຈົ້າໜ້າທີ່ ຜູ້ເກົ່າເວົ້າວ່າ:

"ເວົ້າເຣື່ອງການ ຮັບຮອງເດ ການປັບປຸງເຣື່ອງ ສົນທິສັນຍາເດ ການຮັບຮອງໃໝ່ ກໍຄິດວ່າຢາກໃຫ້ມັນລົບລ້າງເລີຍເນ໋າະ ລົບລ້າງ ຢ່າງຊິ້ນເຊີງ ການນໍາໃຊ້ ແຮງງານເດັກ ".

ໃນເວລານີ້ ທາງການລາວ ກໍໄດ້ຮ່ວມມື ກັບແຮງງານສາກົນ ເພື່ອແກ້ໄຂບັນຫາ ການຄ້າປະເວນີ ແລະ ການໃຊ້ແຮງງານ ເດັກນ້ອຍ ຊຶ່ງຄາດວ່າ ຈະສາມາດ ນໍາມາໃຊ້ ເປັນແຜນ ປະຕິບັດງານ ແຫ່ງຊາດໄດ້ ໃນປີ 2012-2016.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard