ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົລະປູກຂອງຊາວບ້ານ ທີ່ຍ້າຍຖິ່ນເສັຽໄປຊື່ໆ
Anonymous

Date:
ຜົລະປູກຂອງຊາວບ້ານ ທີ່ຍ້າຍຖິ່ນເສັຽໄປຊື່ໆ
Permalink   
 


ຜົລະປູກຂອງຊາວບ້ານ ທີ່ຍ້າຍຖິ່ນເສັຽໄປຊື່ໆ

f-luangprabang

ເຈົ້າຫນ້າທີ່ລາວ ທ່ານນື່ງເວົ້າວ່າ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກການໂຍກຍ້າຍ ຍ້ອນໂຄງການ ຂອງຣັຖບານ ຈະໄດ້ຮັບຄ່າ ຊົດເຊີຍ ຄວາມເສັຽຫາຍ ຕໍ່ເຄື່ອງປູກຂອງຝັງ ຫນ້ອຍກວ່າ ທີ່ຄາດໃວ້ ຊື່ງ ຕ້ອງອິງໃສ່ ສະພາບຄວາມ ເປັນຈິງ ຂອງຜົລປູກ ແລະຣາຄາ ໃນທ້ອງຕລາດ. ທ່ານກ່າວວ່າ:

"ຄິດໄລ່ ກໍອິງຕາມ ຄວາມເຫມາະສົມ ຕາມກໍຣະນີ ມັນອາດຈະເປັນ ຊົດເຊີຍ 100% ກໍໄດ້ ຖ້າເຂົາເຮັດ ເປັນເສຖກິດ ເຊັ່ນຕົ້ນຫມາກມ່ວງ ເປັນຟາມເຂົາຜລິດ ເພື່ອເປັນສິນຄ້າ ຈະໄດ້ຊົດເຊີຍ 100%".

ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ການຄິດອັດຕຣາ ຜົລປູກນັ້ນ ຈະຄິດເປັນຟາມ ໂດຍຮວມ ຈະອິງໃສ່ມາຕຖານ ທີ່ວ່າຜົລປູກ ດັ່ງກ່າວ ຈະສາມາດ ອອກຫມາກຜົລ ໄດ້ຫລາຍປານໃດ ໃນແຕ່ລະປີ ແລະຈະຂາຍໄດ້ ໃນ ຣາຄາເທົ່າໃດ. ແຕ່ສຳລັບ ການປູກຕົ້ນໄມ້ ພຽງແຕ່ 4-5 ຕົ້ນຫລື 10 ຕົ້ນ ລົງມານັ້ນ ທາງການ ຈະບໍ່ ຈ່າຍໃຫ້. ສຳລັບເຮືອນຊານ ຂອງພວກຂະເຈົ້ານັ້ນ ຕ້ອງພິຈາຣະນາ ຕາມຣາຄາ ໃນພື້ນທີ່ ແລະອາຍຸ ຂອງອາຄານ. ທ່ານກ່າວເພີ້ມວ່າ:

"ອາຄານນີ້ແມ່ນ 100% ທີ່ຈະຈ່າຍ ໃຫ້ເຂົາ ຫມາຍຄວາມວ່າ ຄິດໄລ່ຕາມມູນ ຄ່າປັດຈຸບັນ ຢ່າງເຊັ່ນ ເຮືອນທີ່ເຮັດດ້ວຍ ໄມ້ມາໄດ້ 10 ກວ່າປີແລ້ວ ມູນຄ່າເບື້ອງຕົ້ນ ໃນການ ປູກສ້າງ ອາດປະມານ 1 ແສນບາດ ແຕ່ດຽວນີ້ ຄິດໄລ່ແລ້ວ ມູນຄ່າອາດ ເຫລືອຢູ່ພຽງ 40 ພັນບາດ".

ນອກຈາກ ຈະມີການ ຊົດເຊີຍເລື້ອງຜົລປູກ ອາຄານ ບ້ານເຮືອນ ແລ້ວ ກໍຍັງຈະໃຫ້ ຄ່າຊົດເຊີຍ ເລື້ອງທີ່ດີນ ນຳອີກ ໂດຍຈະກຳນົດ ເຂດບ່ອນດີນ ຢູ່ແລະຣາຄາ ເທົ່າໃດ ໃນເຂດນັ້ນ ທາງການ ກໍຈະອິງໃສ່ ຣາຄາຕລາດຂອງ ການຊື້ທີ່ດີນ ໂດຍທົ່ວໄປ ໃນເຂດດັ່ງກ່າວ.
ແຕ່ຖ້າ ປະຊາຊົນ ໃຊ້ດິນຂອງຣັຖ ໃນການປູກຝັງ ແລະປຸກສ້າງນັ້ນ ຈະບໍ່ໄດ້ຮັບ ຄ່າຊົດເຊີຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard