ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຂດເສຖກິດພິເສດ ຂົວມິຕພາບລາວໄທ
Anonymous

Date:
ເຂດເສຖກິດພິເສດ ຂົວມິຕພາບລາວໄທ
Permalink   
 


ເຂດເສຖກິດພິເສດ ຂົວມິຕພາບລາວໄທແຫ່ງທີ່ 3

F-Nam-v.jpg

RFA

ດຣ. ນາມ ວິຍະເກດ, ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າ

ຣັຖບານລາວ ໄດ້ອະນຸມັດ ການສ້າງຕັ້ງ ເຂດເສຖກິດ ພິເສດ ໃກ້ກັບ ບໍຣິເວນ ສົ້ນຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ທີ່ແຂວງຄຳມ່ວນ ໃຫ້ເປັນເຂດ ເສຖກິດພິເສດ ທ່າແຂກ ເພື່ອດຶງດູດ ນັກລົງທືນ ຕ່າງປະເທດ ແລະ ເພື່ອຍົກຣະດັບ ເສຖກິດ ທ້ອງຖິ່ນ.

ຕາມຂໍ້ຕົກລົງ ທີ່ໄດ້ລົງນາມ ກັນຣະຫວ່າງ ຣັຖບານ ກັບກຸ່ມຜູ້ ບໍຣິຫານ ເຂດເສຖກິດ ພິເສດ ທີ່ນະຄອນຫລວງ ວຽງຈັນ ໃນມື້ວັນສຸກ ບໍຣິສັດ ເອກຊົນ ຈະລົງທືນ ຢ່າງໜ້ອຍ 80 ລ້ານໂດລ້າ ເພື່ອພັທນາ ເຂດເສຖກິດ ພິເສດ ຂນາດ 1.035 ເຮັກຕາ ດ່ັງກ່າວ.

ສັນຍາດັ່ງກ່າວ ໄດ້ລົງນາມ ກັນຣະຫວ່າງ ກະຊວງ ອຸດສາຫະກັມ ແລະ ການຄ້າ ແລະ ຮອງປະທານ ຄນະກັມມະທິການ ເຂດເສຖກິດ ພິເສດ ແຫ່ງຊາດລາວ ດຣ. ນາມ ວິຍາເກດ ກັບຮອງຫົວຫນ້າ ຫ້ອງການ ວາງແຜນ ແລະ ການລົງທຶນ ແຂວງ ຄຳມ່ວນ ພ້ອມທັງເປັນ ປະທານ ຜູ້ບໍຣິຫານ ເຂດເສຖກິດ ພິເສດ ແຂວງຄຳມ່ວນ ທ່ານ ດາວໄລ ແກ້ວດວງດີ.

ເຈົ້າແຂວງໆ ຄຳມ່ວນ ທ່ານ ຄຳໃບ ດຳລັດ ປະທານ ບໍຣິສັດ ນຳເຂົ້າ-ສົ່ງອອກ sk ຍານາງ ໂກສີ ພົມສວັນ ແລະ ປະທານ ບໍຣິສັດ ກໍ່ສ້າງ ແລະ ເຄຫາສຖານ ທ່ານ ພົງສວັນ ໄຊຍະແສງ ກໍໄດ້ລົງນາມ ເປັນສັກຂີ ພະຍານ ໃນຂໍ້ຕົກລົງ.

ຕາມແຜນການ ເຂດເສຖກິດ ພິເສດ ທ່າແຂກ ຈະປະກອບດ້ວຍ ຫ້ອງການ ຫ້ອງດູແລ ດ້ານ ສາທາຣະນະສຸຂ ສູນຊັພສິນຄ້າ ໂຮງແຮມ ຫໍປະຊຸມ ບ້ານຈັດສັນ ແລະ ສູນກາງກົນໄກ ການ ບໍຣິຫານງານ ໃນເຂດ ດັ່ງກ່າວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard