ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນກະທົບຈາກ ໂຄງການ ສໍາປະທານ ຂອງນັກລົງທຶນ ຕ່າງຊາດ
Anonymous

Date:
ຜົນກະທົບຈາກ ໂຄງການ ສໍາປະທານ ຂອງນັກລົງທຶນ ຕ່າງຊາດ
Permalink   
 


ຜົນກະທົບຈາກ ໂຄງການ ສໍາປະທານ ຂອງນັກລົງທຶນ ຕ່າງຊາດ

ບໍລິສັດ ທີ່ໄດ້ຮັບ ສໍາປະທານ ພື້ນທີ່ດິນ ບໍ່ຈ່າຍຄ່າ ຊົດເຊີຍ ໃນຣາຄາ ທີ່ເໝາະສົມ ເປັນທັມ ໃຫ້ຊາວບ້ານ ຜູ້ທີ່ຕ້ອງ ໄດ້ໂຍກຍ້າຍ.

ການຈ່າຍຄ່າ ຊົດເຊີຍ ໃຫ້ຊາວບ້ານ ທີ່ໄດ້ຮັບຜົນ ກະທົບຈາກ ໂຄງການ ສໍາປະທານ ຂອງນັກລົງທຶນ ຕ່າງຊາດ ນັ້ນ ໂດຍຕາມ ປົກກະຕິ ແລ້ວ ບໍຣິສັດ ທີ່ເຂົ້າມາພັທນາ ໂຄງການຕ່າງໆ ຕ້ອງໄດ້ຈ່າຍ ຄ່າຊົດເຊີຍ ໃຫ້ຊາວບ້ານ ທີ່ຕ້ອງຖືກ ໂຍກຍ້າຍ ອອກຈາກ ພື້ນທີ່ ບ່ອນອາສັຍ ຂອງຕົນເອງ ແຕ່ທີ່ຜ່ານມາ ຫລາຍບໍຣິສັດ ບໍ່ໄດ້ຈ່າຍ ຄ່າຊົດເຊີຍ ໃນຣາຄາທີ່ ເໝາະສົມ ເປັນທັມ ແຕ່ຢ່າງໃດ ແລະ ພວກຊາວບ້ານ ກໍບໍ່ກ້າ ຫຼື ມີສິດ ທີ່ຈະຮຽກຮ້ອງ ຂໍຄວາມ ເປັນທັມໄດ້. ດັ່ງເຈົ້າໜ້າທີ່ ຜແນກແຜນການ ກະຊວງ ກະສິກັມ ແລະ ປ່າໄມ້ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ລັກສນະ ມະນຸສຊາດ ຫລືຄວາມເປັນທັມ ຂຶ້ນຢູ່ກັບ ເຈົ້າຂອງຜູ້ທີ່ ຈະລົງທຶນໄປ ນັ້ນ ຈະເຫັນໃຈ ປະຊາຊົນ ຈະໃຫ້ເທົ່າໃດ ແຕ່ບາງ ກໍຣະນີ ກໍບໍ່ເຮັດ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ຕາມປົກກະຕິ ແລ້ວ ບໍຣິສັດ ຈະຕ້ອງໄດ້ ປະຕິບັດຕາມ ເງື່ອນໄຂຂອງ ຣັຖບານ ສ່ວນການໂຍກຍ້າຍ ແລະ ການທົດແທນ ຄ່າເສັຍຫາຍ ຕ່າງໆ ເປັນໜ້າທີ່ຂອງ ທາງຣັຖບານ ຈະເຈຣະຈາ ກັບ ປະຊາຊົນ ແລະ ປະສານງານ ກັບບໍຣິສັດ ໃນສິ່ງທີ່ ຊາວບ້ານຕ້ອງການ. ໃນບາງ ກໍຣະນີ ຫາກບໍຣິສັດ ຕ້ອງການ ພື້ນທີ່ດິນ ຢ່າງຮີບດ່ວນ ກໍຈະຈ່າຍໃຫ້ ຜູ້ຕ້ອງໄດ້ ໂຍກຍ້າຍ ເຕັມອັດຕຣາ ແຕ່ໃນຫລາຍ ກໍຣະນີ ກໍຈະຈ່າຍຄ່າ ຊົດເຊີຍ ຕາມຄວາມພໍໃຈ ຂອງບໍຣິສັດ ໂດຍບໍ່ຄໍານຶງ ເຖິງຄວາມເດືອດຮ້ອນ ຂອງ ປະຊາຊົນ ແຕ່ຢ່າງໃດເລີຍ.

ການພັທນາ ໃນໂຄງການຕ່າງໆ ຂອງ ບໍຣິສັດ ຕ່າງຊາດ ໄດ້ເຮັດໃຫ້ ປະຊາຊົນລາວ ຈໍານວນນຶ່ງ ປະສົບກັບບັນຫາ ຄວາມທຸກຍາກ ໃນຊີວິດການ ເປັນຢູ່ຫລາຍຂຶ້ນ ຍ້ອນໄດ້ຖືກ ບັງຄັບໃຫ້ ໂຍກຍ້າຍ ຈາກພື້ນທີ່ ຫາຢູ່ຫາກິນ ດັ້ງເດີມໄປ ຢູ່ບ່ອນໃໝ່ ທີ່ບໍ່ຄຸ້ນເຄີຍ ແລະ ຂາດຄວາມສດວກ ຫລາຍກໍຣະນີ ອາຊີພ ທີ່ເຄີຍເຮັດມາ ກໍບໍ່ສາມາດ ເຮັດໄດ້ອີກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard