ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍິງລາວເຫຍື່ອຄ້າມະນຸສ ໃນມາເລເຊັຽ
Anonymous

Date:
ຍິງລາວເຫຍື່ອຄ້າມະນຸສ ໃນມາເລເຊັຽ
Permalink   
 


ຍິງລາວເຫຍື່ອຄ້າມະນຸສ ໃນມາເລເຊັຽ

f-bar-girls

AFP filed photo

ຜູ້ຍິງສາວ ທີ່ເຮັດວຽກ ຢູ່ຕາມ ສະຖານທີ່ ບັນເທີງ ໃນໄທ ທັງຖືກຕ້ອງ ແລະບໍ່ຖືກຕ້ອງ ຕາມກົດໝາຍ ມັກຈະເປັນ ພວກທີ່ສ່ຽງຕໍ່ ການຖືກຫຼອກ ໄປຄ້າປະເວນີ

ເຈົ້າຫນ້າທີ່ລາວ ຍອມຮັບວ່າ ການທີ່ ຜູ້ຍິງລາວ ຖືກຕົວະຍົວະ ຈາກໄທໄປ ມາເລເຊັຽ ເພື່ອໄປຄ້າ ປະເວນີ ອີກຕໍ່ນື່ງນັ້ນ ຖືວ່າເປັນ ບັນຫາໃຫມ່ ສຳລັບ ເຈົ້າຫນ້າທີ່ ໃນການປາບປາມ ແລະ ໃນເວລາ ດຽວກັນ ກໍເປັນຫົນທາງ ໃຫມ່ສຳລັບ ກຸ່ມຄ້າ ມະນຸດ ຂ້າມຊາດ ຈາກລາວ. ດັ່ງທ່ານກ່າວວ່າ:

"ໂຕນີ້ເປັນ ເຣື້ອງໃຫມ່ ຜ່ານມານີ້ ກໍມີ 2-3 ຄະດີ ເປັນຄະດີ ຄ້າມະນຸສ ບັງຄັບແຮງງານບໍ ຫລືວ່າຂູດຮີດ ທາງເພດນີ້ນະ ກໍມີການ ຮ່ວມມືຣະຫວ່າງ ຕຳຣວດລາວ ຕຳຣວດ ມາເລເຊັຽ ໂດຍຜ່ານ ຕຳຣວດໄທ ສ່ວນນື່ງ".

ເຈົ້າຫນ້າທີ່ ຕຳຣວດລາວ ທ່ານນັ້ນ ກ່າວຕໍ່ໄປວ່າ ສຳລັບ ພວກຜູ້ຍີງລາວ ຜູ້ທີ່ຖືກ ຕົວະຍົວະໄປຄ້າ ປະເວນີ ທີ່ປະເທດ ມາເລເຊັຽນັ້ນ ທາງຫນ່ວຍງານ ຕ້ານການຄ້າ ມະນຸດຍັງບໍ່ມີ ລາຍຣະອຽດ ວ່າມີເທົ່າໃດ ແຕ່ທີ່ຜ່ານມາ ກໍມີການ ຮ້ອງຮຽນ ມາຈາກຫລາຍ ຄອບຄົວວ່າ ລູກສາວ ຂອງຕົນໄດ້ ຫາຍໄປໃນ ຕ່າງປະເທດ ຢາກໃຫ້ທາງການ ກວດສອບ ແລະ ຕິດຕາມໃຫ້ເພາະ ອາດຖືກຫລອກ ໄປມາເລເຊັຽ.

ສ່ວນຈຳນວນ ແມ່ຍີງລາວ ທີ່ໄປເຮັດວຽກ ຢູ່ແຂວງສົງຂາ ຂອງໄທ ຊື່ງເປັນກຸ່ມ ທີ່ສ່ຽງຕໍ່ການ ຖືກຫລອກໄປ ມາເລເຊັຽ ນັ້ນທາງການ ຍັງບໍ່ມີລາຍ ລະອຽດເທື່ອ ແລະ ຄວາມຮ່ວມມື ຣະຫວ່າງລາວ ກັບມາເລເຊັຽ ກໍບໍ່ມີຫລາຍ ກ່ຽວກັບ ເລື້ອງນີ້.

ອິງຕາມສະຖິຕິ ຕຳຣວດຄົນ ເຂົ້າເມືອງທີ່ ແຂວງ ສົງຂາ ຂອງໄທ ທີ່ຕິດກັບ ຊາຍແດນ ມາເລເຊັຽ ຣະບຸວ່າ ໃນປີ 2011 ຊາວລາວ ເດີນທາງເຂົ້າໄປ ມາເລເຊັຽ ເຖິງ 48 ພັນ ກວ່າຄົນ ແລະ ໄດ້ກັບອອກມາ ພຽງແຕ່ 46 ພັນ ກວ່າຄົນ ສ່ວນເຫລືອບໍ່ເຫັນ ກັບອອກມາ ອາດຖືກກຸ່ມ ຄ້າມະນຸດ ໃນມາເລເຊັຽ ກັດໄວ້ ກໍເປັນໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard