ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນການ ຮັບສິນບົນ ຈາກການໃຫ້ ສໍາປະທານ ທີ່ດິນ.
Anonymous

Date:
ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນການ ຮັບສິນບົນ ຈາກການໃຫ້ ສໍາປະທານ ທີ່ດິນ.
Permalink   
 


 

ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນການ ຮັບສິນບົນ ຈາກການໃຫ້ ສໍາປະທານ ທີ່ດິນ.

f-boten-casino

RFA

ພາຍຫຼັງການ ສັມປະທານ ເຂດເສຖກິຈ ພິເສດ ບໍ່ເຕັນ ຂ.ຫຼວງນໍ້າທາ ກໍມີການ ໂຍກຍ້າຍ ຊາວບ້ານ ຢ່າງຫຼວງຫຼາຍ ແລະບັນຫາ ໃນສັງຄົມ ກໍຕິດຕາມມາ ຈົນໄດ້ປິດ ບ່ອນການພະນັນ

ການລົງທຶນ ໂດຍຕຣົງ ຂອງນັກລົງທຶນ ຕ່າງຊາດ ໃນລາວ ມີບັນຫາ ຕິດຕາມມາ ຫລາຍຢ່າງ ທີ່ບໍ່ສາມາດ ແກ້ໄຂໄດ້ ໂດຍສະເພາະ ບັນຫາຂັດແຍ່ງ ຣະຫວ່າງ ບໍລິສັດ ຜູ້ໄດ້ຮັບ ສໍາປະທານ ແລະ ຊາວບ້ານທີ່ ຖືກບັງຄັບ ໃຫ້ໂຍກຍ້າຍ ບ່ອນຢູ່ອາສັຍ ໃນເວລາດຽວກັນ ການລົງທຶນ ຣະດັບໃຫຍ່ ກໍມັກມີ ການໃຫ້ສິນບົນ ຊື້ຈ້າງ ໃຫ້ເຈົ້າໜ້າທີ່ ຂອງພາກຣັຖ ຈົນສ້າງຄວາມ ເດືອດຮ້ອນ ໃຫ້ແກ່ຊາວບ້ານ. ດັ່ງເຈົ້າໜ້າທີ່ ກະຊວງ ກະສິກັມ ແລະປ່າໄມ້ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ມັນເວົ້າເຣື່ອງ ບາງທີເຂົ້າຂ່າຍ ເຣື່ອງຄໍຣັບຊັ້ນ ນັກລົງທຶນ ສ່ວນຫລາຍ ຈະເອົາເງິນຊື້ຈ້າງ ພວກ ພະນັກງານຣັຖ ຫລືອົງການ ກ່ຽວຂ້ອງ ສ່ວນຫລາຍ ເປັນ FDI ກໍຈະຕົກຢູ່ ກໍຣະນີ ທີ່ວ່າມັນມີ ການຄໍຣັບຊັ້ນ ມີບັນຫາ ກັນຫລາຍ ແກ້ໄຂຍາກ".

ເຈົ້າໜ້າທີ່ ເວົ້າຕໍ່ໄປ ອີກວ່າ ທຸກມື້ນີ້ ການແກ້ໄຂ ບັນຫາ ດັ່ງກ່າວ ກໍເຮັດບໍ່ໄດ້ ຍ້ອນວ່າພື້ນທີ່ດິນ ຊຶ່ງທາງ ບໍຣິສັດ ໄດ້ຮັບ ສໍາປະທານ ໄປກວມເອົາ ໄຮ່ນາຮົ້ວສວນ ຂອງຊາວບ້ານ ແລະນັກລົງທຶນ ກໍບໍ່ສົນໃຈ ກ່ຽວກັບ ການຈ່າຍຄ່າ ຊົດເຊີຍ ໃຫ້ຜູ້ທີ່ຕ້ອງ ໄດ້ໂຍກຍ້າຍ ໂດຍອ້າງວ່າ ໄດ້ຮັບອະນຸມັດ ສໍາປະທານ ຈາກທາງການແລ້ວ ແລະໃຫ້ຜູ້ທີ່ໄດ້ ຮັບຄວາມເດືອດຮ້ອນ ໄປຮຽກຮ້ອງ ກັບທາງ ພາກຣັຖເອງ. ສໍາລັບ ຣັຖບານ ກໍພຍາຍາມ ໄກ່ເກັ່ຍ ແກ້ໄຂບັນຫາ ແຕ່ກໍບໍ່ສາມາດ ເຮັດໄດ້ ມີແຕ່ແນະນໍາ ໃຫ້ສາມຝ່າຍ ຣັຖບານ ຊາວບ້ານ ແລະ ບໍຣິສັດ ມາປຶກສາ ຫາລືກັນ ແຕ່ທີ່ຜ່ານມາ ກໍບໍ່ໄດ້ມີຫຍັງ ເກີດຂຶ້ນເລີຍ. ດັ່ງເຈົ້າໜ້າທີ່ ໄດ້ເວົ້າວ່າ:

"ຊ່ວຍໄກ່ເກັ່ຍ ມັນກໍຍືດ ເວລາຕລອດ ນັກລົງທຶນ ບໍ່ຊົດເຊີຍ ໃຫ້ປະຊາຊົນ ສ່ວນຫລາຍ ທີ່ລົງທຶນປູກ ຢາງພາຣາ ປູກມັນຕົ້ນ ແຕ່ວ່ານັກ ລົງທຶນ ມັນກໍເຮັດຕາມ ໃຈມັນເລີຍ ປະຊາຊົນ ເສັຍປຽບ".

ເຈົ້າໜ້າທີ່ ເວົ້າສລຸບວ່າ ສໍາລັບ ປະຊາຊົນ ທີ່ໄດ້ຮັບ ຄວາມເດືອດຮ້ອນ ເຊັ່ນບໍ່ໄດ້ຮັບ ຄ່າຊົດເຊີຍ ເມື່ອໄປຟ້ອງຮ້ອງ ຂຶ້ນສານ ແລະ ບໍ່ຊນະຄະດີ ທາງພາກຣັຖ ກໍພຽງແຕ່ ອະທິບາຍວ່າ ຊາວບ້ານຕ້ອງໄດ້ ເສັຍສະລະ ເພື່ອການພັທນາ ປະເທດຊາດ ບ້ານເມືອງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard