ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ຄໍາບ້ານຫ້ວຍຊາຍ ເລີ້ມຖືກຂຸດແລ້ວ
Anonymous

Date:
ບໍ່ຄໍາບ້ານຫ້ວຍຊາຍ ເລີ້ມຖືກຂຸດແລ້ວ
Permalink   
 


ບໍ່ຄໍາບ້ານຫ້ວຍຊາຍ ເລີ້ມຖືກຂຸດແລ້ວ

ບໍລິສັດ ຂຸດຄົ້ນບໍ່ແຮ່ PanAust ເລີ້ມຂຸດຄົ້ນ ແຮ່ຄໍາ ຢູ່ເຂດບ້ານ ຫ້ວຍຊາຍ.

f-panaus

australian.web

ໂຮງງານ ຫຼໍ່ທອງແດງ ທີ່ບ້ານພູຄໍາ ໂດຍບໍຣິສັດ PanAus

ບໍຣິສັດ ຂຸດຄົ້ນບໍ່ແຮ່ PanAust ທີ່ໄດ້ຮັບ ສໍາປະທານ ຂຸດຄົ້ນບໍ່ແຮ່ ຢູ່ພູຄໍາ ໄດ້ເລີ້ມຂຸດຄົ້ນ ແຮ່ຄໍາແລ້ວ ໃນເຂດໃໝ່ ບ້ານຫ້ວຍຊາຍ ແຂວງວຽງຈັນ ຍ້ອນວ່າບ່ອນເກົ່າ ຂຸດຄົ້ນ ໄດ້ໜ້ອຍລົງ. ເຈົ້າໜ້າທີ່ ຫ້ອງການ ກົມບໍ່ແຮ່ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ເໝືອງພູຄໍາ ເຂົາຜລິດໜ້ອຍລົງ ເຂົາຈະໄປ ເປີດຫ້ວຍຊາຍ ເຂົາເປີດແລ້ວ ຫ້ວຍຊາຍ ທີ່ເດີມເຂົາ ກໍທອງຍັງມີ ທອງແດງຢູ່ ແຕ່ທອງຄໍາ ເຂົາຈະມີໜ້ອຍລົງ.

ທ່ານເວົ້າຕໍ່ ໄປວ່າ ບໍ່ພູຄໍາ ກໍຍັງຈະຂຸດ ຄົ້ນຕໍ່ໄປອີກຢູ່ ຍ້ອນວ່າຍັງມີ ແຮ່ທອງ ແລະອື່ນໆ ແຕ່ສໍາລັບ ຢູ່ບ້ານຫ້ວຍຊາຍ ຈະຂຸດຄົ້ນ ແຮ່ຄໍາ ທັນທີ ຊຶ່ງຕັ້ງຢູ່ ໄກຈາກບ່ອນເກົ່າ ປະມານ 25 ກິໂລແມັດ. ເຂດ ສໍາປະທານ ໃໝ່ນີ້ ໄດ້ເລີ້ມ ຂຸດຄົ້ນແລ້ວ ຊຶ່ງຄາດວ່າ ຈະຜລິດຄໍາ ໄດ້ຮອດ 1 ແສນ ອອນຊິສ ຫລື 2,800 ກິໂລກຣັມ ເພີ້ມຂຶ້ນ ຈາກລະຫວ່າງ 60 ຫາ 65 ພັນ ອອນຊິສ ຕໍ່ປີ ໃນປັດຈຸບັນ.

ເຖິງຢ່າງໃດ ກໍຕາມ ການຂຸດຄົ້ນ ແຮ່ທາດທອງ ແລະຄໍາ ໃນເວລາທີ່ ຣາຄາຄໍາ ໃນຕລາດໂລກ ພຸ້ງສູງຂຶ້ນ ສ້າງຜົນປໂຍດ ໂດຍຮວມໃຫ້ ເສຖກິດລາວ ຊຶ່ງທາງຣັຖບານ ຈະມີລາຍຮັບ ຈາກຫູ້ນສ່ວນ ແລະການ ເກັບພາສີ ລາຍໄດ້. ນອກຈາກນັ້ນ ບໍຣິສັດ ລົງທຶນເອງ ກໍໄດ້ສເນີ ຊ່ວຍເຫລືອ ຍົກລະດັບ ຄຸນນະພາບ ຊີວິດ ຊາວບ້ານ ໃນເຂດທ້ອງຖິ່ນ.

ໃນສັນຍາ ກັບທາງ ຣັຖບານ ທາງບໍຣິສັດ ຈະໃຊ້ ງົບປະມານ 12 ລ້ານ ໂດລາສ້ອມແປງ ຖນົນຫົນທາງ ຕິດຕໍ່ຫາ ຣະຫວ່າງບ້ານ ແລະ 21 ລ້ານ ໂດລາ ເພື່ອຂຍາຍ ຣະບົບໄຟຟ້າ ໃຫ້ຊາວບ້ານ ໃນແຖບນັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard