ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານ 50 ຄົນປ່ວຍຍ້ອນສານເຄມີຕົກຄ້າງ ​ຈາກບໍ­ລິ­ສັດ​ພູ​ເບ້ຍ ມາຍ​ນິງ


Guru

Status: Offline
Posts: 622
Date:
ຊາວບ້ານ 50 ຄົນປ່ວຍຍ້ອນສານເຄມີຕົກຄ້າງ ​ຈາກບໍ­ລິ­ສັດ​ພູ​ເບ້ຍ ມາຍ​ນິງ
Permalink   
 


ຊາວບ້ານ 50 ຄົນປ່ວຍຍ້ອນສານເຄມີຕົກຄ້າງ ​ຈາກບໍ­ລິ­ສັດ​ພູ​ເບ້ຍ ມາຍ​ນິງ

Untitled_1_11.jpg

  ສານ​ເຄ​ມີ​ຕົກ​ຄ້າງ​ຢູ່​ແຄມທາງ​ບໍ­ລິ­ເວນ​ຫນ້າ​ປ່າ­ຊ້າ​ບ້ານປ່າ​ໄລ່ ເຊິ່ງ​ກົງ­ກັນ­ຂ້າມ​ກັບ​ຕະຫລາດ​ບ້ານ​ປ່າ​ໄລ່ ເມືອງ​ທ່າ​ພະບາດ​ແຂວງ​ບໍ​ລິ​ຄຳ​ໄຊ​ໄດ້​ສົ່ງ​ກິ່ນຂິວ​ໄປ​ທົ່ວ​ບໍ­ລິ­ເວນ​ອ້ອມ ​ຮອບ ເຊິ່ງ​ເຮັດ​ໃຫ້​ປະ­ຊາ­ຊົນ​ທີ່​ອາ­ໄສໃກ້​ບໍ­ລິ­ເວນ​ດັ່ງ­ກ່າວ​ໄດ້​ຮັບ​ຜົນ ກະ­ທົບ (ເຈັບ​ປ່ວຍ) ຫລາຍ​ກ່ວ​າ 50 ຄົນ.

   ທ່ານ ທິດ​ສົມ​ພັນ ນາຍ­ບ້ານໆ ປ່າ​ໄລ່​ເລົ່າ​ສູ້​ຟັງ​ວ່າ: ສານ​ເຄ​ມີຕົກ​ຄ້າງ​ດັ່ງ­ກ່າວ​ໄດ້​ເລີ່ມ​ສົ່ງ​ກິ່ນ ຂິວ​ມາ​ແຕ່​ຕອນ​ເຊົ້າ​ວັນ​ທີ 27 ເມສາ 2012 ຢູ່​ບໍ­ລິ­ເວນ​ແຄມ​ທາງ​ຕໍ່­ຫນ້າ​ປ່າ ຊ້າ​ບ້ານ​ປ່າ​ໄລ່​ເຊິ່ງ​ໄດ້​ສົ່ງ​ຜົນ​ກະທົບ​ໃຫ້​ປະ­ຊາ­ຊົນ​ທີ່​ອາ­ໄສ​ຢູ່​ບໍ ​ລິເວນ​ອ້ອມ​ຂ້າງ​ເປັນ­ຕົ້ນ​ຄອບ­ຄົວຂອງ​ລຸງ​ຄຳ​ມີ ເຊິ່ງ​ເປັນ​ຄອບ­ຄົວ​ທີ່­ຢູ່​ໃກ້​ກັບ​ບໍ­ລິ­ເວນ​ສານ​ຕົກ​ຄ້າງ​ປະ­ມານ 10 ກ່ວ​າ​ແມັດ. ລຸງ​ຄຳ​ມີ​ເລົ່າ​ສູ່​ຟັງ​ວ່າ: ຕົນ​ເອງແມ່ນ​ຄົນ​ທຳ​ອິດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ກິ່ນ​ຂິວ​ດັ່ງ­ກ່າວ.

   ລຸງ​ເວົ້າ​ວ່າ: ຕອນ​ເຊົ້າ​ຂອງ ວັນ​ທີ 27 ຕົນ​ເອງ​ໄດ້​ຮັບ​ກິນ​ຂິວຢ່າງ​ແຮງ ຈິ່ງ​ໄດ້​ຍ່າງ​ນຳ​ກິ່ນ​ຂ້າມ​ທາງ​ໄປ​ຫາ​ໂດຍ​ບໍ່​ຮູ້​ວ່າ​ມີຫຍັງ​ເພື່ອ​ໄປ​ ກວດ­ກາ​ເບິ່ງ​ວ່າ​ກິ່ນດັ່ງ­ກ່າວ​ເກີດ​ມາ​ຈາກ​ໃສ່ ແລະ                            ຂິວ​ຫຍັງ​ຜ່ານ​ການ​ກວດ­ກາ​ລຸງ ເຫັນ​ວ່າ​ບໍ­ລິ­ເວນ​ທີ່​ສົ່ງ​ກິ່ນ​ຂິວແຮງ​ມີ​ລັກ­ສະ­ນະ​ປຽກ​ຊຸ່ມ​ບໍ່ກວ້າງ​ ປານ­ໃດ. ແຕ່​ພາຍ­ຫລັງ​ລຸງ​ກັບ​ມາ​ເຮືອນ​ກໍ່​ຮູ້­ສຶກ​ເມື່ອຍ​ມີ​ອາ­ການ​ໄຂ້​ຈິ່ງ​ໃຫ້​ ລູກ​ພາ​ໄປໂຮງ­ຫມໍ​ເມືອງ​ຕໍ່​ມາ​ກໍ່​ມີ​ອາ­ການໄອ​ແຫ້ງໆ, ແຂນ​ສອງ​ເບື້ອງ ເລີ່ມ​ແດງ, ຄັນ ແລະ ເຈັບ. ຜ່ານການ​ກິນ​ຢາ​ທີ່​ທາງ​ໂຮງ­ຫມໍ​ວາງ ໃຫ້​ເຫັນ​ວ່າ​ອາ­ການ​ດີ​ຂຶ້ນ. ພາຍຫລັງ​ລຸງ​ຄຳ​ມີ ກັບ​ຈາກ​ໂຮງ­ຫມໍ                                                  ຄົນ​ໃນ​ຄອບ­ຄົວ ແລະ ອ້ອມ​ຂ້າງ ກໍ່​ເລີ່ມ​ມີ​ອາ­ການ​ແບບ​ດຽວ​ກັນກັບ​ລຸງ. ໃນ​ຄອບ­ຄົວ​ຂອງ​ລຸງຄຳ​ມີ ມີ​ທັງ​ຫມົດ 8 ຄົນ​ ໃນ​ນັ້ນ 6 ຄົນ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ກິ່ນຂິວ​ດັ່ງ­ກ່າວ.

   ນາງ ນອັດ ອາ­ຍຸ 24 ປີ ລູກສາວ​ຂອງ​ລຸງ​ຄຳ​ມີ​ຂາຍ​ອາ­ຫານຢູ່​ເຮືອນ​ຫລັງ​ດັ່ງ­ກ່າວ​ກໍ່​ມີ​ອາການ​ ເຊັ່ນ​ດຽວ​ກັບ​ພໍ່​ຄື: ເມື່ອຍ, ແສບ​ຕາ, ວິນ​ຫົວ, ໄຂ້, ຮາກ, ມາ​ຮອດ​ປະ­ຈຸ​ບັນ​ອາ­ການ​ດີ ຫລາຍ​ແລ້ວ.

   ນາງ ນ້ອຍ ບ້ານ​ທະ​ວົງ ອາ­ຊີບ​ຂາຍ­ເຄື່ອງ​ຍ່ອຍ​ທີ່​ມີ​ຮ້ານຕັ້ງ​ຢູ່​ຮ່າງ​ຈາກ​ບ່ອນ​ມີ​ສານ​ຕົກຄ້າງ​ ປະ­ມານ 30 ແມັດ​ກໍ່​ມີ​ອາ ການ​ແບບ​ດຽວ​ກັນ.

   ທ່ານ​ນາຍ­ບ້ານ​ປ່າ​ໄລ່​ລາຍງານ​ວ່າ: ຜ່ານ​ການ​ເກັບ​ກຳ​ສະ​ຖິຕິ​ຂອງ​ແຕ່­ລະ­ຄົນ​ທີ່​ໄດ້​ຮັບ​ຜົນ​ກະ ທົບ​ມີ​ທັງ​ຫມົດ 51 ຄົນ, ນອກຈາກ​ນີ້ ຍັງ​ມີ​ອີກ​ຈຳ­ນວນ​ຫນຶ່ງທີ່​ບໍ່​ໄດ້​ລາຍ​ງານ​ເຂົ້າ​ມາ.

ບັນ­ຫາ​ນີ້ ທາງ​ຄະ­ນະ​ປົກຄອງ​ບ້ານ​ປ່າ​ໄລ່​ໄດ້​ນຳ​ສະ­ເຫນີຕໍ່​ເມືອງ, ເມືອງ​ຈິ່ງ​ນຳ​ສະ­ເຫນີຫາ​ບໍ­ລິ­ສັດ​ພູ​ເບ້ຍ ມາຍ​ນິງ ຈຳກັດ​ເພາະ​ເປັນ​ເສັ້ນ­ທາງ​ຜ່ານຂອງ​ບໍ­ລິ­ສັດ, ສ່ວນ​ພາກ­ສ່ວນກ່ຽວ­ຂ້ອງ​ຂອງ​ແຂວງ, ເມືອງ, ຮອດ​ວັນ​ທີ 7 ພຶດ­ສະ­ພາ ຄະ­ນະຮັບ­ຜິດ­ຊອບ ຈິ່ງ​ໄດ້​ລົງ​ກວດ­ກາ ແລະ ບໍ­ລິ­ສັດ​ພູ​ເບ້ຍ​ມາຍ​ນິງ​ກໍ່​ໄດ້ນຳ​ວິ­ຊາ​ການ​ມາ​ແກ້​ໄຂ​ດ້ວຍ​ຮູບການ​ຈະ​ ນຳ​ເອົາ​ດິນ​ຫນ້າ​ທາງ​ບໍ­ລິ­ເວນ​ສານ​ຕົກ​ຄ້າງ​ໄປ​ຖິ້ມ​ຢູ່​ສະຫນາມ​ຂີ້​ ເຫຍື້ອ​ຂອງ​ເມືອງ ແຕ່ຄະ­ນະ​ຮັບ­ຜິດ­ຊອບ​ສະ­ຫນາມຂີ້​ເຫຍື້ອ​ບໍ່​ເຫັນ​ດີ. ຈິ່ງ​ໄດ້​ແກ້​ໄຂຢ່າງ​ຮີບ​ດ່ວນ ໂດຍ​ການ​ຂຸດ​ຂຸມເລິກ​ປະ­ມານ 3 ແມັດ​ຢູ່​ໃກ້​ບໍ​ລິ ເວນ​ດັ່ງ­ກ່າວ​ປູ​ດ້ວຍ​ຢາງ​ກັນ​ຊຶມ ແລ້ວ​ຂູດ​ຫນ້າ­ດິນ​ລົງ​ສູ່​ຂຸມ​ດັ່ງກ່າວ​ແລ້ວ ເອົາ​ຜ້າ​ຢາງ​ປົກ​ຕາມຫລັກ ວິ­ຊາ​ການ​ທີ່​ທາງ​ພະ​ແນກ​ວິທະ​ຍາ​ສາດ ແລະ ສິ່ງ­ແວ­ດລ້ອມແຂວງ​ກຳ­ນົດ​ໃຫ້. ໃນ​ວັນ​ດຽວກັນ​ພະ​ແນກ​ທີ່​ກ່ຽວ­ຂ້ອງ​ກໍ່​ໄດ້ ນຳ​ເອົາ​ຕົວ­ຢ່າງ ຫລື ດິນ​ທີ່​ມີສານ​ຕົກ​ຄ້າງ​ໄປ​ສູນ​ກາງ ເພື່ອສະ­ເຫນີ​ວິ­ໄຈ​ສານ​ເຄ​ມີ​ດັ່ງ­ກ່າວ.

   ທາງ​ກົມ​ຄວບ​ຄຸມ​ມົນ​ລະ​ພິດ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະຊາດ ແລະ ສິ່ງ­ແວ­ດລ້ອມ​ໄດ້ນຳ​ສົ່ງ​ຕົວ­ຢ່າງ​ໄປ​ຍັງ​ສະ​ຖາ​ບັນຄົ້ນ​ຄວ້​າ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຫ່ງ​ຊາດ ແລະ ຫ້ອງ​ວິ­ໄຈ​ຂອງກົມ​ທໍ­ລະ­ນີ​ສາດ ແລະ ແຮ່​ທາດ ເພື່ອ​ວິ­ໄຈ​ສານ​ເຄ​ມີ​ຂອງ​ດິນ ລວມ​ທັງ​ສານ​ເຄ​ມີ​ອາດ​ເປັນ​ພິດ ແລະ ອັນ­ຕະ­ລາຍ​ແຕ່​ຫ້ອງ​ວິ­ໄຈທັງ​ສອງ​ທີ່​ກ່າວ​ມາ​ນັ້ນ ບໍ່​ສາມາດ​ເຮັດ​ການ​ວິ­ໄຈ​ສານ​ເຄ​ມີ​ຊະນິດ​ໂລ­ຫະ​ຫນັກ ແລະ ສານ​ເຄ​ມີ ທີ່​ເປັນ​ພິດ ແລະ ອັນ­ຕະ­ລາຍ. ທາງ​ກົມ​ຄວບ​ຄຸມ​ມົນ​ລະ​ພິດ ຈິ່ງໄດ້​ສົມ­ທົບ​ກັບ​ຄະ­ນະ​ວິ­ທະ­ຍາສາດ​ທຳ​ມະ​ຊາດ (ພາກ​ເຄ​ມີ) ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ​ເພື່ອເບິ່ງ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ວິໄຈ​ຂອງ​ຕົວ­ຢ່າງ​ທີ່​ເກັບ​ມາ.

   ເຖິງ​ຢ່າງ­ໃດ​ກໍ່​ຕາມ ກົມຄວບ​ຄຸມ​ມົນ​ລະ​ພິດ​ກໍ່​ຍັງ​ບໍ່​ສາມາດ​ລະ­ບຸ​ໄດ້​ເທື່ອ​ວ່າ​ ເປັນ­ສານຊະ­ນິດ​ໃດ ເພາະ​ບໍ່​ມີ​ຂໍ້​ມູນ​ທີ່​ຕ້ອງການ​ກ່ຽວ​ກັບ​ລົດ​ບັນ­ທຸກ​ສານເຄ​ມີ​ ເຫລົ່າ­ນັ້ນ​ທີ່​ສົງ­ໄສ​ວ່າ​ເປັນແຫລ່ງ​ທີ່​ມາ​ຂອງ​ບັນ­ຫາ. ທາງກົມ​ຈິ່ງ​ໄດ້​ສະ­ເຫນີ​ວິ­ທີ​ປ້ອງ​ກັນ ແລະ ບັນ­ເທົາ​ສະ­ເພາະ​ຫນ້າ​ເພື່ອ​ໃຫ້​ອຳ­ນາດ​ການ​ປົກ­ຄອງ​ບ້ານ, ເມືອງ ແລະ ພາກ­ສ່ວນ​ທີ່​ກ່ຽວຂ້ອງ​ຮ່ວມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ ພ້ອມ​ທັງ​ແນະ­ນຳ​ໃຫ້​ບ້ານ​ປະສານ​ກັບ​ເມືອງ​ເກັບ​ກຳ​ຂໍ້​ມູນ​ລະອຽດ​ກ່ຽວ​ກັບ​ ຄ່າ​ເສຍ​ຫາຍ​ຈາກຜົນ​ກະ­ທົບ​ຄັ້ງ​ນີ້​ແລ້ວ​ສະ­ເຫນີ​ຫາບໍ­ລິ­ສັດ​ພູ​ເບ້ຍ​ມາຍ​ ນິງ​ຈຳ­ກັດ ເພື່ອ​ຊ່ວຍ­ເຫລືອ​ປິ່ນ­ປົວ​ສຸ​ຂະພາບ​ຂອງ​ປະ­ຊາ­ຊົນ. ສຳ­ລັບແຈ້ງ​ການ​ກ່ຽວ​ກັບ​ຜົນ​ຂອງ​ການສະ­ເຫນີ​ຂໍ້​ວິ­ໄຈ​ດັ່ງ­ກ່າວ​ທາງ​ກົມ ໄດ້​ຈັດ​ສົ່ງ​ຫາ​ເມືອງ ແລະ ບ້ານເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ​ໃນ​ວັນ​ທີ 19 ພຶດ­ສະ­ພາ​ນີ້.



__________________
Anonymous

Date:
RE: ຊາວບ້ານ 50 ຄົນປ່ວຍຍ້ອນສານເຄມີຕົກຄ້າງ ​ຈາກບໍ­ລິ­ສັດ​ພູ​ເບ້ຍ ມາຍ​ນິງ
Permalink   
 


ນີ້ເປັນພຽງແຄ່ຈຸດເລີມຕົ້ນເທົ້ານັ້ນທີ່ປະຊາຊົນໄດ້ຮັບ ຈາກສານເຄມີ ຕົກຄ້າງ??

ອີກສາມສີ່ປີຂ້າງໝ້າ ສານເຄມີພວກນີ້ຈະລະບາດທົ່ວແຜ່ນດິນລາວ ໄຫລ

ລົງນ້ຳຫ້ວຍຄອງບຶງ

ຍ້ອນນ້ຳມືຂອງພວກຜູ້ນຳ ສປປລາວ ຮູ້ເທົ້າບໍ່ເຖີງການ ເຫັນແກ່ໄດ້

ບໍ່ຄຳນືງເຖີງຊິວິດຂອງປະຊາຊົນ

ນີ້ເຂົາເອີນວ່າ ພວກ ສປປລາວ ຂາຍຊາດ



__________________
Anonymous

Date:
Permalink   
 

ບໍລິສັດ ຂຸດຄົ້ນບໍ່ແຮ່ PanAust

f-panaus

ພວກຕ່າງຊາດຂຸດເອົາໄປ ສິ່ງທີ່ພວກສູເຫລືອໄວ້ກໍຄື

ສານພິດເຄມີ  ຜູ້ນຳບ້ານຂອ້ຍ ມັນເປັນຄົນຫລືເປັນ

ສັດ ????



__________________
Anonymous

Date:
Permalink   
 

ຊາວບ້ານລົ້ມປ່ວຍ ບໍ່ຮູ້ສາເຫດ

ທາງຫ້ອງກາຣ ສາທາຣະນະສຸຂ ເມືອງບຸນໃຕ້ ແຂວງຜົ້ງສາລີ ແຈ້ງຕໍ່ ເອເຊັຽເສຣີວ່າ ເຣີ່ມແຕ່ປີຜ່ານມາ ຮອດປັຈຈຸບັນ ມີປະຊາຊົນ ບາງສ່ວນ ທີ່ມີອາຊີພ ຫາເກັບເຄື່ອງປ່າ ຂອງດົງ ຕາມເຂຕພູດອຍ ໄດ້ລົ້ມປ່ວຍ ແບບບໍ່ຮູ້ສາເຫຕ ພາຍຫລັງ ທີ່ພາກັນ ອອກຈາກປ່າ ຊຶ່ງ ທາງເຈົ້າໜ້າທີ່ ກໍບໍ່ສາມາຕ ບອກໄດ້ວ່າ ເກີດຈາກຫຍັງ ກັນແທ້? ພຽງແຕ່ມີ ກາຣສົງສັຍວ່າ ອາຈເປັນ ຜົລກະທົບ ຈາກກາຣໃຊ້ ສາຣເຄມີ ແລະ ຢາຂ້າແມງໄມ້ ໃນກາຣປູກພືຊ ກໍເປັນໄດ້ ເນື່ອງຈາກ ມີກາຣໃຊ້ກັນ ຢ່າງຫລວງຫລາຍ. ດັ່ງເຈົ້າໜ້າທີ່ ຜູ້ໜຶ່ງໄດ້ກ່າວວ່າ:

"ຍາມປີ ກາຍຫັ້ນ ແຕ່ວ່າ ສາເຫຕອັນໃດ ບໍ່ຮູ້ ເພາະວ່າຢູ່ນີ້ ບໍ່ມີບ່ອນປູກເຊື້ອ ມາຈາກກາຣສີດຢາ (ຂ້າ) ຫຍ້າ ຫລືວ່າແມ່ນ ອັນໃດ ກໍບໍ່ຮູ້ນ໋ະ ສາເຫຕມັນ ແຕ່ຂ່າວວ່າ ສີດຢາ".

ພ້ອມດຽວກັນນີ້ ຍານາງກໍວ່າ ພວກທີ່ປ່ວຍ ແລະ ໄປຮັບກາຣປິ່ນປົວ ຢູ່ໂຮງໝໍນັ້ນ ກໍມີອາກາຣ ເບື່ອເມົາ ເປັນວິນ ແລະ ມີຕຸ່ມຕາມຜີວໜັງ ແຕ່ກໍບໍ່ແນ່ວ່າ ເຂົາເຈົ້າໄດ້ກິນ ພືຊຜົລ ທີ່ປົນ ເຈືອກັບ ສາຣເຄມີ ຫລືບໍ ແລະ ຜູ້ປ່ວຍ ກໍບໍ່ມີອາກາຣ ຮ້າຍແຮງ ທີ່ເປັນອັນຕຣາຍ ຕໍ່ຊີວີຕ ແຕ່ປະກາຣໃດ.

ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ເນັ້ນເພີ່ມວ່າ ຊາວກະສິກອນ ໃນເຂຕ ເມືອງບຸນໃຕ້ ກໍເຊັ່ນດຽວ ກັບເຂຕເມືອງອື່ນໆໃນທົ່ວແຂວງ ຜົ້ງສາລີ ມັກຈະສີດຢາ ຂ້າແມງໄມ້ ແລະ ສາຣເຄມີ ໃນກາຣ ປູກພືຊເຊັ່ນ: ຕົ້ນກ້ວຍ ຕົ້ນຢາງພາຣາ ແລະອື່ນໆ ໂດຽທີ່ບໍ່ຄຳນຶງ ເຖີງຜົລກະທົບ ຕໍ່ສີ່ງແວດລ້ອມ ແຕ່ຢ່າງໃດ ແລະ ຫວ່າງມໍ່ໆມານີ້ ທາງແຜນກ ກະສິກັມ ແລະປ່າໄມ້ ເມືອງບຸນໃຕ້ ໄດ້ໃຫ້ຂໍ້ມູລ ວ່າຊາວກິສິກອນ ທີ່ໃຊ້ສາຣເຄມີ ນັ້ນ ສ່ວນໜຶ່ງເປັນ ຊາວຈີນ ທີ່ເຂົ້າເມືອງລາວ ຕາມໂຄງກາຣ "ສອງບວກສາມ" (2 + 3) ຊຶ່ງເຂົາເຈົ້າ ກໍມີກາຣ ນຳເອົາ ສາຣເຄມີ ທີ່ອັນຕຣາຍ ເຂົ້າມານຳດ້ວຍ.



__________________


Guru

Status: Offline
Posts: 622
Date:
Permalink   
 

ອັນຕະລາຍ ຈາກສານ ( Cyanide ) ຂຸດທອງຄຳ

02.jpg01.jpg03.jpgPhou Kham06.jpg



__________________
Anonymous

Date:
Permalink   
 

ສາຣເຄມີຕົກຄ້າງ ເປັນໄພຕໍ່ຊາວບ້ານ

f-sick-mam-chemical

ໃນທ້າຍເດືອນ ເມສາ ຜ່ານມາ ສາຣເຄມີ ທີ່ຕົກຄ້າງ ຕາມແຄມທາງ ຕໍ່ໜ້າປ່າຊ້າ ບ້ານປ່າໄລ່ ເມືອງ ທ່າພະບາດ ແຂວງ ບໍຣິຄໍາໄຊ ໄດ້ສົ່ງກິ່ນເໝັນ ໄປທົ່ວ ບໍຣິເວນ ໝູ່ບ້ານ  ເຮັດໃຫ້ ປະຊາຊົນ ຢູ່ໃນ ທ້ອງຖິ່ນນັ້ນ
ໄດ້ຮັບ ຜົນກະທົບ ກ່ວາ 50 ຄົນ. ຕາມລາຍງານ ຈາກທ້ອງຖິ່ນ ທິດສົມພັນ ພໍ່ບ້ານ ບ້ານປ່າໄລ່ ບອກວ່າ ສາຣເຄມີ ດັ່ງກ່າວ ໄດ້ເລີ້ມ ສົ່ງກິ່ນເໝັນ ມາແຕ່ຕອນເຊົ້າ ຂອງ ວັນທີ່ 27 ເມສາ. ລູງຄໍາມີ ຊື່ງອາໄສຢູ່ ໃນ ບໍຣິເວນ ນັ້ນ ເລົ່າໃຫ້ຟັງວ່າ ເມື່ອລາວ ໄດ້ກິ່ນເໝັນແລ້ວ ລາວກໍຍ່າງໄປເບິ່ງ ສັງເກດເຫັນວ່າ ພື້ນດິນ ມີລັກສນະ ປຽກຊຸ່ມ ບໍ່ກ້ວາງປານໃດ.

ຫລັງຈາກ ກັບຄືນມາ ເຮືອນແລ້ວ ຮູ້ສືກວ່າເມື່ອຍ ມີອາການ ເປັນໄຂ້ ຈື່ງໃຫ້ລູກພາໄປ ໂຮງໝໍເມືອງ ຕໍ່ມາກໍມີ ອາການໄອແຫ້ງໆ ແຂນສອງເບື້ອງ ເລີ້ມແດງຂື້ນ ຄັນແລະເຈັບ ຫລັງຈາກ ກິນຢາ ແລ້ວ ກໍດີຂື້ນ. ຈາກນັ້ນມາ ສະມາຊິກ ໃນຄອບຄົວ ຂອງລາວ 6 ຄົນ ໃນຈໍານວນ ທັງໝົດ 8 ຄົນ ກໍມີອາການ ຄ້າຍຄືກັນ. ນາງລັດ ອາຍຸ 24 ປີ ຜູ້ເປັນລູກສາວ ນາງນ້ອຍ ເຈົ້າຂອງຮ້ານ ຂາຍເຄື່ອງຍ່ອຍ ຫ່າງຈາກ ສະຖານທີ່ ສົ່ງກິ່ນເໝັນ ປະມານ 30 m ກໍມີອາການ ແສບຕາ ວິນຫົວ ໄຂ້ ຮາກ ພໍ່ບ້ານ ທິດສົມພັນ ບອກວ່າ ໃນລະຍະ ເກີດມີປະກົດການ ແບບນີ້ ບໍ່ມີພາກສ່ວນໃດ ເອົາຫົວຊາ ລາວຈື່ງໄດ້ສະເໜີ ໄປຍັງອໍານາດ ການປົກຄອງ ເມືອງທ່າພະບາດ ເພື່ອຊອກຫາ ຕົ້ນຕໍມັ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard