ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ​ຍັງ​ບໍ່​ທັນ​ໄດ້​ໃຊ້​ງານ​ແຕ່​ສັງ­ເກດ​ເຫັນ​ວ່າ​ບາງ​ບ່ອນ​ມີ​ຮອຍ​ແຕກ​ແຫງ​ແລ້ວ


Guru

Status: Offline
Posts: 622
Date:
​ຍັງ​ບໍ່​ທັນ​ໄດ້​ໃຊ້​ງານ​ແຕ່​ສັງ­ເກດ​ເຫັນ​ວ່າ​ບາງ​ບ່ອນ​ມີ​ຮອຍ​ແຕກ​ແຫງ​ແລ້ວ
Permalink   
 


​ຍັງ​ບໍ່​ທັນ​ໄດ້​ໃຊ້​ງານ​ແຕ່​ສັງ­ເກດ​ເຫັນ​ວ່າ​ບາງ​ບ່ອນ​ມີ​ຮອຍ​ແຕກ​ແຫງ​ແລ້ວ

016.jpg

  ໂຄງ­ການ​ກໍ່­ສ້າງ​ເສັ້ນ ທາງ​ແຕ່​ກຳ­ແພງ​ຫລັກ 6 ຫາ​ບ້ານ​ຊ້າງ​ຄູ​ທີ່​ເລີ່ມ​ລົງ­ມື​ມາ​ແຕ່​ຕົ້ນ​ປີ, ອີງ​ຕາມ​ການ​ໃຫ້​ຂໍ້​ມູນ​ຂອງ​ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ກ່າວ​ວ່າ: ຕາມ​ແຜນ­ການ​ຄາດ​ວ່າ ການ​ກໍ່­ສ້າງ​ຈະ​ໃຫ້​ສຳ­ເລັດ​ໃນ​ທ້າຍ​ປີ​ນີ້, ແຕ່​ປະ­ຊາ­ຊົນ​ເຂດ​ບ້ານ​ດັ່ງ­ກ່າວ​ຮຽກ­ຮ້ອງ​ຂໍ​ໃຫ້​ຜູ້​ຮັບ­ຜິດ­ຊອບ​ເລ່ງ​ ດຳ­ເນີນ​ການ​ເພາະ​ທຽວ​ຍາກ​ກ້າວ​ເຂົ້າ​ສູ່​ຫນ້າ​ຝົນ​ຍິ່ງ​ເປັນ​ຫ່ວງ.

   ເມື່ອ​ບໍ່​ດົນ​ມາ​ນີ້ ຫນັງ­ສື­ພິມ​ເສດ­ຖະ­ກິດສັງ­ຄົມ​ໄດ້​ຮັບ​ໂທລະ­ສັບ​ຈາກ​ປະ­ຊາ­ຊົນ​ເຂດ​ບ້ານ​ ສີ­ວິ­ໄລພະ​ຂາວ​ຮຽກ­ຮ້ອງ​ໃຫ້​ທີມ​ຂ່າວ​ຊ່ວຍ​ສ່ອງ​ແສງ​ເຖິງ​ພາກ­ສ່ວນ​ທີ່​ ກ່ຽວ­ຂ້ອງ ເຊິ່ງ​ຜູ້​ໂທ​ມາແຈ້ງ­ວ່າ: ການ​ກໍ່­ສ້າງ​ເສັ້ນ­ທາງ​ດັ່ງ­ກ່າວ​ນີ້ ໄດ້​ລົງ­ມື​ປະ­ຕິ­ບັດ​ມາ​ແຕ່​ຕົ້ນ​ປີ, ໂດຍ​ສະ­ເພາະ​ຍ່ານ​ທາງ​ຜ່ານ​ລະ­ຫວ່າງ​ບ້ານ​ສີ­ວິ­ໄລ​ຫາ​ບ້ານ​ພະ​ຂາວ​ສອງ​ຟາກ​ ທາງ​ທີ່​ຖືກ​ຂຸດ​ເຈາະ ເພື່ອ​ສ້າງ​ເປັນ​ຮ່ອງ​ລະ­ບາຍ​ນ້ຳ​ສົ່ງ​ຜົນ​ໃຫ້​ທາງ​ເຂົ້າ​ບ້ານ​ຂອງ​ ປະ­ຊາ­ຊົນ​ຖືກ​ຕັດ­ຂາດ, ຮອດ​ປະ­ຈຸ​ບັນ​ເກືອບ​ສອງ​ເດືອນ​ແລ້ວ​ເຮັດ​ໃຫ້​ຜູ້​ໃຊ້​ລົດ­ຈັກ, ລົດ​ໃຫຍ່​ຕ້ອງ​ລຳ­ບາກ​ໃນ​ການ​ຂ້າມ​ໄຕ່​ໄປມາ, ນອກ­ຈາກ​ນັ້ນ ທໍ່​ນ້ຳ​ປະ­ປາ​ຂອງ​ແຕ່​ລະ​ເຮືອນ​ກໍ່​ຖືກ​ຕັດ­ຂາດ​ເຮັດ​ໃຫ້​ບາງ​ເຮືອນ​ບໍ່​ມີ ​ນ້ຳ​ໃຊ້​ເກືອບ​ຫນຶ່ງ​ອາ­ທິດ, ອີກ​ທັງ​ເວ­ລາ​ຝົນ­ຕົກ​ເຮັດ​ໃຫ້­ການ​ທຽວ​ທາງ​ພົບ​ຄວາມ​ລຳ­ບາກ, ລົດ​ບາງ​ຄັນ​ກໍ່​ຫລົ່ມ ແລະ   ຫມື່ນ​ຕົກ​ຮ່ອງ ຂະ­ນະ​ທີ່​ໄລ­ຍະ​ນີ້​ຫາ­ກໍ່​ເປັນ​ພຽງ​ໄລ­ຍະ​ຕົ້ນ​ຂອງ​ລະ­ດູ­ຝົນບວກ​ກັບ​ ເສັ້ນ­ທາງ​ທີ່​ຂ້ອນ​ຂ້າງແຄບ​ຈິ່ງ​ຍິ່ງ​ເພີ່ມ​ຄວາມ​ຫຍຸ້ງ­ຍາກແກ່​ການ​ ເດີນ­ທາງ​ຂອງ​ຜູ້​ໃຊ້​ລົດ, ໃຊ້​ຖະ­ຫນົນ.

   ປະ­ຊາ­ຊົນ​ທີ່​ໂທ​ເຂົ້າ​ມາ​ບອກວ່າ ບັນ­ຫາ​ຫນຶ່ງ​ທີ່​ສຳ­ຄັນ​ກ່ຽວກັບ​ເຕັກ­ນິກ​ການ​ກໍ່­ສ້າງ​ຮ່ອງ​ລະບາຍ​ນ້ຳ, ແມ່ນ​ມີ​ຄວາມ​ເປັນ​ຫ່ວງຕໍ່​ການ​ໃຊ້​ງານ​ໃນ​ອະ­ນາ­ຄົດ​ເພາະ​ສ່ວນ​ພື້ນ​ຂອງ​ ຮ່ອງ​ເທ​ດ້ວຍ​ຊີ­ມັງ ແຕ່​ບໍ່​ມີ​ຕາ​ນ່າງ​ເຫລັກ​ຊ່ວຍ​ຄ້ຳແຮງ ເພາະ​ປະ­ຈຸ​ບັນ​ຍັງ​ບໍ່​ທັນ​ໄດ້​ໃຊ້​ງານ​ແຕ່​ສັງ­ເກດ​ເຫັນ​ວ່າ​ບາງ​ບ່ອນ​ມີ​ ຮອຍ​ແຕກ​ແຫງ​ແລ້ວ.

   ຕໍ່​ບັນ­ຫາ​ນີ້ ປະ­ຊາ­ຊົນ​ຫລາຍຄົນ​ກໍ່​ສະ­ແດງ​ຄວາມ​ຫ່ວງ​ດ້ວຍ​ສຽງ​ດຽວ​ກັນ, ເພາະ​ອະ­ນາ­ຄົດຈະ​ຕ້ອງ​ມີ​ລົດ​ໃຫຍ່​ທຽວ​ເຂົ້າອອກ​ເປັນ​ປະ­ຈຳ​ທຸກ​ວັນ​ຕໍ່​ ກັບບັນ­ຫາ​ນີ້​ໄລ­ຍະ​ຜ່ານ​ມາ ເຄີຍ​ສົ່ງ ຂ່າວ​ໄປ​ຍັງ​ພະ­ນັກ­ງານ​ຄົນ​ຫນຶ່ງ ເພື່ອ​ສານ​ຕໍ່​ເຖິງ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ໃຫ້​ລົງ​ມາ​ກວດ­ກາ ແຕ່​ຈົນມາ​ເຖິງ​ປະ­ຈຸ​ບັນ​ກໍ່​ຍັງ​ບໍ່​ເຫັນ​ມີພາກ­ສ່ວນ​ໃດ​ລົງ​ມາ​ຕິດ­ຕາມ​ ທ່ານທີ່​ໂທລະ­ສັບ​ມາ​ກ່າວ​ຢ້ຳ.

   ຕໍ່​ກັບ​ປະ­ເດັນ​ດັ່ງ­ກ່າວ​ນີ້ ທີມຂ່າວ​ຫນັງ­ສື­ພິມ​ເສດ­ຖະ­ກິດ-ສັງຄົມ​ໄດ້​ລົງ​ໄປ​ເບິ່ງ ແລະ ນຳ​ສະ­ເຫນີ​ຂ່າວ​ຕາມ​ການ​ຮຽກ­ຮ້ອງຂອງ​ປະ­ຊາ­ຊົນ ແຕ່​ບໍ່​ໄດ້​ມີ​ເຈດຕະ​ນາ​ແຕະ­ຕ້ອງ​ພາກ­ສ່ວນ​ໃດ​ພຽງ​ແຕ່​ເປັນ​ສື່​ກາງ​ໃຫ້​ ແກ່​ສັງຄົມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard