ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອົງການສະຫະປະຊາຊາດ ຄາດປີ2018 ລາວຈະຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ


Guru

Status: Offline
Posts: 622
Date:
ອົງການສະຫະປະຊາຊາດ ຄາດປີ2018 ລາວຈະຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ
Permalink   
 


ອົງການສະຫະປະຊາຊາດ ຄາດປີ2018 ລາວຈະຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ

17.5.2012ergerngyner40r601.1gtrgargiqg[rtho-.JPG

 ການ​ປະຊຸມ​ປຶກສາ​ຫາລື ​ການພັດທະນາ​ຍຸດ​ທະ​ສາດ​ການ​ຫລຸ​ດພົ້ນ​ອອກ​ຈາກສະຖານະ​ພາບ​ປະ​ເທດ​ດ້ອຍ​ພັດທະນາ ທີ່​ຈັດ​ຂຶ້ນ​ເປັນ​ເວລາ2​ວັນທີ່​ນະຄອນຫລວງວຽງຈັນ ນັບ​ເປັນ​ເວທີ​ອັນ​ສໍາຄັນ​ ເພື່ອສ້າງ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງແກ່​ພະນັກງານ​ຂອງ​ລາວ​​. ທີ່​ປະຊຸມໄດ້​ມີ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ3​ມາດຕະຖານ​ ຂອງ​ການ​ຫລຸດ​ພົ້ນອອກ​ຈາກສະຖານະ​ພາບ​ປະ​ເທດ​ດ້ອຍ​ພັດທະນາ ​ແລະ​ ການ​ກະກຽມ​ນະ​ໂຍບາຍ, ແຜນ​ງານ​ທີ່​ຈໍາ​ເປັນ​ຫລັງ​ຈາກ​ການ​ຫລຸດ​ພົ້ນ; ດ້ານ​ອົງການ​ສະຫະ​ປະຊາ​ຊາດ ​ຄາດອີກ6​ປີ​ລາວ​ອາດ​ພົ້ນ​ອອກ ຈາກ​ປະ​ເທດ​ດ້ອຍ​ພັດທະນາ.



__________________
Anonymous

Date:
RE: ອົງການສະຫະປະຊາຊາດ ຄາດປີ2018 ລາວຈະຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ
Permalink   
 


ເອົາຫຍັງມາວັດກັນອີກແລ້ວ ປະຊາຊົນ ຢູ່ແຖວບ້ານຂ້ອຍເຮືອນສິຢູ່ ເຂົ້າສິມ່າແລງກະຍັງຍາກ ຮັ່ງມີກະຄົນຢູ່ໃນເມືອງບາງກຸ່ມ ແລະມີໂອກາດກອບໂກຍຊື່ໆດອກ ລອງໄປເບີ່ງແຖວນອກ ອ້ອມແອ້ມນະຄອນຫຼວງນີ້ກະໄດ້ນ໋າ ຢັງທຸກຢາກຫຼາຍຢູ່ UN ເອີຍ



__________________
Anonymous

Date:
Permalink   
 

ຄວາມຈິງແລ້ວ ສະຫະປະຊາຊາດກໍ່ບໍ່ມີເວດມົນກົນຄາຖາວິເສດວິໂສຫຍັງດອກທີ່ຈະມາເສກໃຫ້ ສປປລ ຫລຸດພົ້ນອອກຈາກບັນຊີລາຍຊື່ຂອງປະເທດທີ່ດ້ອຍການພັດທະນາ ແຕ່ເມື່ອລັດຖະບານລາວບອກວ່າເປົ້າໝາຍສະຫັດສະວັດຂອງເພິ່ນແມ່ນຕ້ອງການໃຫ້ເດັກນ້ອຍຮຽນຈົບແຕ່ຊັ້ນປະຖົມເທົ່ານັ້ນ  UN ເຂົາຊ່ອຍໄດ້ ບໍ່ມີບັນຫາ, ຖ້າຢາກໃຫ້ຂ້ອຍຊ່ອຍສ້າງໂຮງຮຽນຢູ່ບ້ານໃດ ຢາກໄດ້ອຸບປະກອນການຮຽນຫຍັງກໍ່ບອກມາ ແຕ່ເງິນເດືອນຄູຫັ້ນເຈົ້າຮັບຜິດຊອບເອງ, ລັດຖະບານລາວກໍ່ຕົກລົງ.

ເວົ້າເລື້ອງອັດຕາການຕາຍຂອງແມ່ແລະເດັກ, ທ່ານມິງຟາມກໍ່ວ່າບໍ່ຍາກດອກ ຖ້າແພດພະດຸງຄັນລາວບໍ່ຫລາຍ ເອົາແພດພະດຸງຄັນວຽດມາຊ່ອຍກໍ່ໄດ້ ຮັບຮອງເດັກນ້ອຍເກີດໃໝ່ໃນລາວຈະບໍ່ຕາຍຫລາຍຄືແຕ່ກ່ອນ.

ເວົ້າເລື້ອງລາຍໄດ້ຂອງແຕ່ລະຄົນ, ລັດຖະບານລາວກໍ່ວ່າ ຖ້າຄົນລາວຄົນນຶ່ງຫາເງິນໄດ້ 1428 ໂດລາຕໍ່ປີ ຂ້ອຍກໍ່ພໍໃຈແລ້ວ, ຈີນກໍ່ວ່າ ບໍ່ຍາກດອກສະຫາຍ ໃຫ້ຂ້ອຍເຂົ້າໄປລົງທຶນໃນບ້ານເຈົ້າຫລາຍໆ GDP ຂອງເຈົ້າກໍ່ຈະເພິ້ມຂຶ້ນຕາມຄາດໝາຍ. ສະນັ້ນ ປີ2018 ສປປລ ຈະຫລຸດພົ້ນອອກຈາກປະເທດພັດທະນາແນ່ນອນ, ຂອ້ຍເຊື່ອໝັ້ນການນໍາຂອງພັກແລະລັດ.



__________________


Guru

Status: Offline
Posts: 622
Date:
Permalink   
 

UN ພວກນີ້ພາກັນມືນຕາເບິ່ງຢູ່ບໍ່ ?

01.jpg02.jpg03.jpg04.jpg



__________________
Anonymous

Date:
Permalink   
 

man kom beung hénh  tai_ ham  to éng  ???



__________________
Anonymous

Date:
Permalink   
 

ມັນເປັນຫຍັງຄືມາອອກຮ້ອນອອກຮົນແທ້ບັນດາຜູ້ເຖົ້າຄາງວໍ້າທັງຫຼາຍ



__________________
Anonymous

Date:
Permalink   
 

ເປັນເວລາດົນນານແລ້ວ ຫລັງຈາກການປົດປ້ອຍ, ປະຊາຊົນລາວ

ແຫ່ງທຸກທໍລະມານບໍ່ເຫັນດີຂື້ນແລະບໍ່ເປັນຄືຄວາມອ້າຍນ້ອງທີໄດ້

ສັນຍານຳປະຊາຊົນແລະຣາຊດອນເລີຍ

ວ່າປະຊາຊົນລາວຈະຢູ້ດີກີນດີແລະມີຄວາມສິດເທົາກັນທຸກໆຄົນແຕ່ເປັນຫຍັງ

ມີແຕ່ພັກອ້າຍນ້ອງແລະຜູ້ນຳທຸກໆທ່ານ ພ້ອມດ້ວຍຄອບຄົວແລະລູກຫຼານລວນແຕ່

ເປັນມະຫາເສດຖີ ທີທຳໃຫ້ຄົນຕ່າງຊາດຕ້ອງອາຍ. ເຖີງເລວາທີຕ້ອງຢຸດຕິການສໍ້ຣາຊບັງຫຼວງ

ຢຸດຕິການໃຊ້ເສັ້ນການໃຊ້ສາຍ ເອົາທ່ານຜູ້ບໍ່ມີການສືກສາສູງ, ຂາດມີຄວາມສາມາດແລະບໍ່ມີ

ຄວາມສັດຊືຕໍ່ປະຊາຊົນມາບໍຣິຫາປະເທດ.

 ຊື່ງມີແຕ່ແບມືຂໍທານ ການຊ່ວຍເຫືອ ຂອງເຈັກກັບແກວ ຜູ້ທີຫວັງ

ຜົນປະໂຍດອັນມະຫາສານ ຈາກປະເທດຊາດແລະປະຊາຊົນລາວ.  ປະເທດລາວອຸດົມສົມບຸນພອ້ມ

ສັບພະຍາກອນທັມະຊາດ ແຕ່ໜ້າເສັຍດາຍ ທີຣັຖະບານແລະພັກຜູ້ມີອຳນາດຂາຍກີນ

ຈະໝົດແລ້ວເຊັນ ໃມ້, ຄຳ, ທອງ ແລະໂລຫະຕ່າງໆ ຊື່ງປະຊາຊົນລາວຜູ້ທຸກຍາກບໍ່ໃດ້ຜົນປະໂຍດ

ຈາກຣາຍໃດ້ນັ້ນເລີຍ.



__________________
Anonymous

Date:
Permalink   
 

ດີໃຈນຳຖ້ານີ້ແມ່ນເຣື້ອງຈີງ ແລະຫວັງວ່າເຣື້ອງນີ້ ບໍ່ແມ່ນເຣື້ອງການສາທິຖານແຕ່ງຂື້ນ(Predict )ເຣື້ອງອະນາຄົດຜູ້ຫາເຊົ້າກີນຄ່ຳ ໃຫ້ປະຊາຊົນລາວ ໃຫ້ຝັນເກີເໜືອນຄວາມສັນຍາ ກ່ອນການປົດປ້ອຍ37ປີ ທີ່ພ່ານມາ ມີແຕ່ຂີ້ຕົວຫຼອກລວງ ປະຊາຊົນລາວຣູ້ຕົວດີວ່າຊີດຄວາມເປັນຢູ້ຂອງເຂົາເປັນຢ່າງໄດ ຖ້າຈະໃຫ້ດີຢຸດຕິການສໍ້ຣາຊບັງຫຼວງ ຢຸດຕິການໃຊ້ເສັ້ນການໃຊ້ສາຍ ໃຫ້ປະຊາຊົນລາວ ມີຄວາມສິດເລືອກຕັ້ງຕາມຄວາມພໍ່ໃຈ ເຫັນດີວ່າທ່ານຜູ້ ໃດມີການສືກສາສູູງ,ສະລາດມີຄວາມຊື່ສັດແລະຄວາມສາມາດເປັນຜູ້ທີດີມາຣັບໃຊ້ປະຊາຊົນລາວ.



__________________
Anonymous

Date:
Permalink   
 

Anonymous wrote:

ມັນເປັນຫຍັງຄືມາອອກຮ້ອນອອກຮົນແທ້ບັນດາຜູ້ເຖົ້າຄາງວໍ້າທັງຫຼາຍ

 

ປະເທດລາວບໍ່ແມ່ນຂອງຄມນລາວແດງພຽງຄົນດຽວ,ແມ່ນຂອງປຊຊລາວທັງປະເທດ


 



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ມັນເປັນຫຍັງຄືມາອອກຮ້ອນອອກຮົນແທ້ບັນດາຜູ້ເຖົ້າຄາງວໍ້າທັງຫຼາຍ

 

ປະເທດລາວບໍ່ແມ່ນຂອງຄມນລາວແດງພຽງຄົນດຽວ,ແມ່ນຂອງປຊຊລາວທັງປະເທດ


 


 ແມ່ນແລ້ວປະເທດລາວເປັນຂອງປະຊາຊົນລາວທຸກຄົນ ແຕ່ບໍ່ແມ່ນຂອງພວກປາກໝາທີ່ເຫົ່າຢູ່ນອກປະເທດ



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:
Anonymous wrote:

ມັນເປັນຫຍັງຄືມາອອກຮ້ອນອອກຮົນແທ້ບັນດາຜູ້ເຖົ້າຄາງວໍ້າທັງຫຼາຍ

 

ປະເທດລາວບໍ່ແມ່ນຂອງຄມນລາວແດງພຽງຄົນດຽວ,ແມ່ນຂອງປຊຊລາວທັງປະເທດ


 


 ແມ່ນແລ້ວປະເທດລາວເປັນຂອງປະຊາຊົນລາວທຸກຄົນ ແຕ່ບໍ່ແມ່ນຂອງພວກປາກໝາທີ່ເຫົ່າຢູ່ນອກປະເທດ


ໄກສອນ ກໍຕາຍ

ໝູຮັກ ກໍຕາຍ

ເອົາປະເທດລາວໄປນຳບໍ່ໄດ້

ອີກບໍ່ດົນ ຈູມມະລີ/ທອງສິງ ກໍຕາຍ

ແຕ່ລູກຫຼານລາວ ຕໍ່ສູ້ກັບ ພັກລັດ ບໍ່ມີວັນຕາຍ ຊົມເຊີຍ ໆ,ໆ,



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard