ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວ ບໍ່ສາມາດ ປາບປາມ ຕັດໄມ້ເຖື່ອນໄດ້
Anonymous

Date:
ສປປລາວ ບໍ່ສາມາດ ປາບປາມ ຕັດໄມ້ເຖື່ອນໄດ້
Permalink   
 


ສປປລາວ ບໍ່ສາມາດ ປາບປາມ ຕັດໄມ້ເຖື່ອນໄດ້

f-illegal-logs

RFA

ຣົດບຸນທຸກໄມ້ ຈາກ ແຂວງຄໍາມ່ວນ ໄປວຽດນາມ ຈະເປັນໄມ້ເຖື່ອນ ຫຼືບໍ່ເຖື່ອນ ກໍບໍ່ຄວນ ປະຕິບັດກັ

ໃນແຕ່ກ່ອນ ແຂວງອັດຕະປື ເປັນແຂວງນຶ່ງ ທີ່ມີຕົ້ນໄມ້ ຫຼາຍທີ່ສຸດ ໃນລາວ ແຕ່ປັດຈຸບັນ ປ່າໄມ້ ແລະ ຕົ້ນໄມ້ ໜ້ອຍລົງ ຢ່າງໜ້າວິຕົກ ເພາະຍັງມີການ ລັກຕັດຕົ້ນໄມ້ ໂດຍສະເພາະ ໄມ້ແຂງ ດີໆງາມໆ ຢູ່ຫລາຍ. ທ່ານ ຄຳພັນ ພົມມະທັດ ເຈົ້າແຂວງ ແຂວງອັດຕະປື ກ່າວວ່າ:

“ກໍຍັງມີຢູ່ ສ່ວນໃຫຍ່ທີ່ເຂົາ ລັກກໍເປັນໄມ້ ທີ່ມີຣາຄາ ເຊັ່ນໄມ້ຂະຍູງ ໄມ້ດູ່ບໍ່ ສ່ວນໃຫຍ່ ຈຳນວນນຶ່ງ ໄມ້ດູ່ນີ່ ກໍຜລິດ ຢູ່ພາຍໃນນີ້ ກໍມີ ແລະກໍສົ່ງ ອອກໄປຕ່າງ ແຂວງ ແລະຕ່າງປະເທດ ສ່ວນນຶ່ງ ເຂົາລັກລອບ ນະແຫລະ ທາງແຂວງ ກໍພຍາຍາມ ໃຊ້ກຳລັງ ທຸກຢ່າງ ມັນກໍຄຸ້ມຄອງຍາກ ຈະໃຫ້ ສະກັດກັ້ນ ໄດ້ໝົດກໍຍາກຢູ່”.

ເມື່ອ 30 ປີກ່ອນ ແຂວງຄຳມ່ວນ ກໍເປັນແຂວງນຶ່ງ ທີ່ອຸດົມສົມບູນ ໄປດ້ວຍປ່າໄມ້ ແລະຕົ້ນໄມ້ ແຕ່ປັດຈຸບັນ ຕົ້ນໄມ້ ທີ່ອ່າວໃຫຍ່ແດ່ ຫາຍາກ ເພາະມີການຕັດໄມ້ ສົ່ງອອກໄປ ວຽດນາມ ຢ່າງບໍ່ຢຸດຢັ້ງ. ຜ່ານມາ ຣັຖບານ ແລະອຳນາດການ ປົກຄອງແຂວງ ກໍໄດ້ຈັດຕັ້ງ ຫລາຍອົງການ ເພື່ອຄວບຄຸມ ແລະກວດກາ ການຕັດໄມ້ ແຕ່ໃນພາກ ປະຕິບັດນັ້ນ ລົ້ມເຫລວ ບໍ່ໄດ້ຜົນເລີຍ. ດັ່ງເຈົ້າໜ້າທີ່ ຂັ້ນສູງຂອງ ແຂວງຄຳມ່ວນ ໄດ້ກ່າວວ່າ:

“ການຄຸ້ມຄອງ ປ່າໄມ້ ໃນທີ່ຜ່ານມາ ຖືວ່າແຕ່ງຕັ້ງ ຫລາຍອົງການ ຜູ້ໃດກໍໄປ ຄຸ້ມຄອງ ແຕ່ການຕັດ ການລັກ ກົກໄມ້ກົກດຽວ ຫລາຍອົງການ ໄປຄຸ້ມຄອງ ແລະສຸດທ້າຍ ສົ່ງອອກ ພວກເຮົາບໍ່ໄດ້ ຄຸ້ມຄອງ ແຕ່ວ່າສຸດທ້າຍ ກໍລົ້ມເຫລວ ຄືພວກເຮົາຮູ້ ຢູ່ໃນ ປັດຈຸບັນ ນີ້”.

ອົງການສືບສວນ ສິ່ງແວດລ້ອມ ຂອງອັງກິດ ຣາຍງານ ເມື່ອປີກ່ອນວ່າ ຕົ້ນໄມ້ ຢູ່ລາວ ດັບສູນ ກໍຍ້ອນ ກອງທັບ ວຽດນາມ ຕັດແລະຂົນອອກ ໄປວຽດນາມ ຢ່າງຫລວງຫລາຍ ໃນຣະຍະ ຫລາຍສິບປີ ທີ່ຜ່ານມາ ເມື່ອສອງ ອາທິດກ່ອນ ກໍມີຂ່າວວ່າ ຊາວບ້ານ ໃນເຂດ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ເຫັນຣົດບັນທຸກ ປະມານ 20 ຄົນ ຂົນໄມ້ທ່ອນ ອອກໄປວຽດນາມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard