ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັກຣັດຫ້າມອອກຄວາມເຫັນ ຜ່ານອິນເຕີແນັດ
Anonymous

Date:
ພັກຣັດຫ້າມອອກຄວາມເຫັນ ຜ່ານອິນເຕີແນັດ
Permalink   
 


ພັກຣັດຫ້າມອອກຄວາມເຫັນ ຜ່ານອິນເຕີແນັດ

ຊາວລາວ ບໍ່ເຫັນດີນໍາ ການສັ່ງຫ້າມ ອອກຄວາມຄິດເຫັນ ຜ່ານທາງ ອິນເຕີແນັດ

ທາງການລາວ ໄດ້ອອກແຈ້ງການ ກ່ຽວກັບ ການສື່ສານຕ່າງໆ ໂດຍສະເພາະ ການອອກ ຄວາມຄິດ ຄວາມເຫັນ ທາງອິນເຕີແນດ ແລະ ໄດ້ຫ້າມບໍ່ໃຫ້ ຄົນລາວ ສແດງ ຄວາມຄິດເຫັນ ທີ່ຂັດແຍ່ງ ຕໍ່ນະໂຍບາຍ ຂອງຣັຖບານ ທີ່ລົງຂ່າວສານ ຕ່າງໆ. ກ່ຽວກັບເຣື່ອງນີ້ ຄົນລາວ ສ່ວນໃຫຍ່ ບໍ່ເຫັນດີນໍາ ເພາະ ການສື່ສານ ທາງອິນເຕີແນັດ ເປັນສິດທິຂອງ ຄົນທົ່ວໄປ ແລະ ເປັນການສື່ສານ ຂແນງດຽວ ທີ່ຄົນລາວສາມາດ ສແດງ ຄວາມຄິດເຫັນໄດ້. ດັ່ງຊາວ ນະຄອນຫລວງພຣະບາງ ຜູ້ນຶ່ງ ເວົ້າກ່ຽວກັບເຣື່ອງນີ້ວ່າ:

"ກໍບໍ່ດີ ເພາະວ່າ ດຽວນີ້ ເປັນຊີວິດ ປະຈໍາວັນ ຂອງມະນຸສ ໄປແລ້ວ ມັນກໍບໍ່ດີ ເພາະວ່າ ສໄມນີ້ ເທັກໂນໂລຢີ ມັນເຂົ້າມາຫລາຍ ເພາະວ່າ ໂລກອິນເຕີແນັດ ຊິມີດີ ກັບ ບໍ່ດີ ມັນກໍຂຶ້ນກັບ ຄົນເຮົາໃຊ້".

ຊາວນະຄອນຫລວງ ພຣະບາງ ຜູ້ເກົ່າເວົ້າຕໍ່ໄປວ່າ ໃນເວບໄຊ ຂອງຕ່າງປະເທດ ກໍໄດ້ເວົ້າ ຫລາຍຢ່າງ ກ່ຽວກັບ ເມືອງລາວ ທັງທາງດີ ແລະ ບໍ່ດີ ສະນັ້ນ ໃນດ້ານສ່ວນ ໂຕທີ່ເປັນຄົນລາວ ບາງເທື່ອ ກໍຢາກ ສແດງຄວາມຄິດເຫັນ ກ່ຽວກັບ ເຣື່ອງບ້ານ ການເມືອງ ຫລື ເຣື່ອງບໍ່ດີ ບໍ່ງາມ ທີ່ເກີດຂຶ້ນ ໃນສັງຄົມລາວ ຊຶ່ງ ອິນເຕີແນັດ ຈະເປັນ ທາງເລືອກດຽວ ທີ່ຈະສແດງ ຄວາມຄິດເຫັນ ອອກໄດ້ ດັ່ງນັ້ນ ການຫ້າມ ບໍ່ໃຫ້ ອອກຄວາມຄິດເຫັນ ຜ່ານທາງອິນເຕີແນັດ ຈຶ່ງເຫັນວ່າເປັນ ການກໍານົດຈໍາກັດ ສິດທິ ແລະ ເສຣີພາບ ຫລາຍເກີນຄວນ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ກົມວັທນະທັມມະຫາຊົນ ກະຊວງ ຖແລງຂ່າວ ແລະ ວັທນະທັມ ນະຄອນຫລວງວຽງຈັນ ກໍໄດ້ອະທິບາຍວ່າ ປະຊາຊົນ ສາມາດ ສແດງ ຄວາມຄິດເຫັນ ຜ່ານຂ່າວສານ ທາງອິນເຕີແນັດໄດ້ ແຕ່ບໍ່ຄວນ ອອກຄວາມຄິດເຫັນທີ່ ຂັດແຍ່ງຕໍ່ການ ນໍາພາຂອງ ພັກຣັຖ. ດັ່ງເຈົ້າໜ້າທີ່ເວົ້າວ່າ:

"ກໍໝາຍຄວາມວ່າ ຜູ້ໃດເບິ່ງ ກໍ່ເບິ່ງໄປ ແຕ່ວ່າ ບໍ່ຄວນຊິໄປຄິດນໍາ ເພາະອິນເຕີແນັດນີ້ ອັນດີກໍມີ ສິ່ງທີ່ ບໍ່ດີກໍມີ ບໍ່ຄວນ ມີຄວາມເຫັນ ຕໍ່ສິ່ງທີ່ບໍ່ດີ".

ທ່ານເວົ້າສລຸບວ່າ ທຸກມື້ນີ້ມີ ການໃຊ້ອິນເຕີແນັດ ຢ່າງແພ່ຫລາຍ ບາງເທື່ອ ມີຮູບພາບ ແລະ ຄໍາເວົ້າທີ່ບໍ່ດີ ບໍ່ເໝາະສົມ ຜູ້ໃຊ້ຄວນ ແຍກແຍະ ສັນຫາ ຮູບພາບ ແລະ ຄໍາເວົ້າ ທີ່ດີມາລົງ ເພື່ອບໍ່ໃຫ້ ສົ່ງຜົນກະທົບ ຕໍ່ພາບພົດ ແລະ ຄວາມຈົບງາມ ຂອງປະເທດ.



__________________
Anonymous

Date:
Permalink   
 

ບາດ web ພວກນີ້ຢູ່ລາວຄືເຂົ້າໄດ້ຢູ່ຊັນນາ ຂຽນຂ່າວແບບໂງ້ໆພວກເອເຊຍເສລີນິ



__________________
Anonymous

Date:
Permalink   
 

Web ນີ້ຢູ່ລາວເຂົ້າໄດ້ ແຕ່ເພີ່ນຫ້າມຄົນລາວຢູ່ພາຍໃນ

ວິພາກວິຈານ ພັກລັດ ສ່ວນຫລາຍມີແຕ່ລາວນອກປະ

ເທດ ວິພາກວິຈານ ພັກລັດ ໃນWeb ນີ້



__________________
Anonymous

Date:
Permalink   
 

ພັກລັດ ບໍ່ມີສິດ ທີ່ຈະບໍ່ໃຫ້ພີ່ນ້ອງຊາວລາວ ພາຍໃນ ອອກຄວາມຄິດຄວາມເຫັນ ຖ້າພັກລັດ ຕັດອິນເຕີເນັດ

ຂ້ອຍຟ້ອງ UN ຕັດການຊ່ວຍເຫລືອລາວ. ຮ່າ ຮ່າ ຮ່າ



__________________
Anonymous

Date:
Permalink   
 

Anonymous wrote:

Web ນີ້ຢູ່ລາວເຂົ້າໄດ້ ແຕ່ເພີ່ນຫ້າມຄົນລາວຢູ່ພາຍໃນ

ວິພາກວິຈານ ພັກລັດ ສ່ວນຫລາຍມີແຕ່ລາວນອກປະ

ເທດ ວິພາກວິຈານ ພັກລັດ ໃນWeb ນີ້


 ສົມພໍຕໍ່ສູ່ບໍ່ຊະນະເຂົາຈັກເທືອ 37 ປີ ບໍ່ມີຫຍັງຄືບໜ້າ ຄັນເຂົ້າບໍ່ໃຫ້ອອກຄວາມເຫັນ ເຂົາກໍ່ຕ້ອງບ໋ອກເວບນີ້ບໍ່ແມ່ນຫວາເຂົາບໍ່ໃຫ້ເຂົາມາອ່ານໄດ້ແນວນີ້ດອກ ພວກຜູ້ເຖົ້າຄາງວໍ້າປັນຍາຄວາຍເອີຍ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard