ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັກຣັດ ມີແຕ່ຂ່າວດີ
Anonymous

Date:
ພັກຣັດ ມີແຕ່ຂ່າວດີ
Permalink   
 


ພັກຣັດ ມີແຕ່ຂ່າວດີ

ປະຊາຊົນລາວ ສ່ວນຫລາຍ ຈະບໍ່ຮູ້ຂ່າວ ທີ່ບໍ່ດີ ຈາກແຫລ່ງຂ່າວ ຂອງຣັຖບານ

ຊາວລາວ ຈຳນວນນື່ງ ເວົ້າວ່າບໍ່ເຄີຍ ໄດ້ຮູ້ຂ່າວສານ ທີ່ບໍ່ດີ ໃນປະເທດ ຈັກເທື່ອ ເນື່ອງຈາກວ່າ ຣັຖບານລາວ ກີດກັ້ນ ການອອກຂ່າວ ທີ່ບໍ່ດີ ຕໍ່ສັງຄົມ ແລະ ຕໍ່ ປະເທດຊາດ ໂດຍສເພາະ ເລື້ອງທີ່ ບໍ່ເປັນປະໂຫຍດ ຕໍ່ປະຊາຊົນ ເຊັ່ນການ ຄ້າຢາເສພຕິດ ອາສຍະກັມ ການຄ້າມະນຸດ ຄ້າປະເວນີ ແລະ ບັນຫາຍໍ້ທໍ້ ທາງສັງຄົມ ປະເທດຕ່າງໆ. ດັ່ງນາງກ່າວ ໃນຕອນນື່ງວ່າ:

"ສ່ວນຫລາຍ ຈະຮູ້ຕາມສື່ ຂອງໄທ ຈະອອກ ເພາະວ່າລາວນີ້ ຈະບໍ່ຄອຍອອກ ປານໃດນະ ເລື້ອງທີ່ ບໍ່ຄ່ອຍດີ ກໍບໍ່ຄ່ອຍອອກດອກ  ເລື້ອງກ່ຽວກັບ ການເມືອງ ອີ່ຫຍັງເຊື່ອມເສັຽ ປະເທດຊາດ ກໍບໍ່ຄ່ອຍອອກ ເພາະສະນັ້ນ ບໍ່ຄອ່ຍຈະຮູ້ ຈະຮູ້ຈາກຄົນ ທີ່ເຂົາເຄີຍ ປະສົບມາ".

ນາງກ່າວຕໍ່ໄປວ່າ ການນຳສເນີ ຂ່າວສານ ຂອງຣັຖບານລາວ ຜ່ານຊ່ອງຕ່າງໆ ຈະມີການກີດກັ້ນ ໂດຍສະເພາະ ບັນຫາ ການຄ້າປະເວນີ ຄ້າມະນຸດ ແລະ ຄ້າຢາເສພຕິດ ປະຊາຊົນ ບໍ່ຄ່ອຍຮູ້ວ່າ ໃຜຖືກຫລອກລວງ ແລະ ຖືກຫລອກລວງ ດ້ວຍວິທີການໃດ ຈະຮູ້ໄດ້ ກໍແມ່ນຈາກການ ເລົ່າສູ່ກັນຟັງ ປາກຕໍ່ປາກ ຂອງປະຊົນ ຜູ້ທີ່ໄດ້ຍີນ ຜູ້ອື່ນເວົ້າ ຫລືຖືກກັບ ຍາດພີ່ນ້ອງ ຂອງໂຕເອງ ນາງກ່າວ ເພີ້ມອີກວ່າ:

"ເຄີຍຮູ້ ຈາກປາກຕໍ່ປາກ ສ່ວນໃຫຍ່ຈາກ ພີ່ໆນ້ອງໆ ຫລືຄົນຮູ້ຈັກກັນ ສ່ວນຫລາຍ ຈະເປັນແບບນັ້ນແຫລະ ຈະໄປເຮັດວຽກ ຢູ່ຝັ່ງນັ້ນ ເລີຍຖືກຫລອກ ແບບນັ້ນແຫລະ".

ນາງວ່າ ເຖີງຢ່າງໃດກໍຕາມ ການລາຍງານຂ່າວ ໃນລາວແມ່ນ ທາງວິທຍຸ ໂທຣະທັດ ຫລື ຫນັງສືພີມ ແຕ່ສ່ວນຫລາຍ ແມ່ນຣັຖບານ ຄວບຄຸມຫມົດ ແລະ ຂ່າວສ່ວນໃຫຍ່ ກໍແມ່ນພັກຣັຖ ໃຫ້ອອກ ຈື່ງອອກໄດ້ ບໍ່ດັ່ງນັ້ນ ນັກຂ່າວ ຈະມີບັນຫາ.



__________________
Anonymous

Date:
Permalink   
 

ເຫັນດີນຳບ່ອນວ່າ ຄັນບໍ່ມີສື່ຂອງຕ່າງປະເທດ ໂດຍສະເພາະໄທຍ ຄົນລາວອາດຈະໂງ່ກວ່ານີ້ ຫຼາຍ ຫຼືອາດຈະລູກຂື້ນມາເຮັດອີ່ຫຍັງຈັກຢ່າງດ້ວຍຕົນເອງແລ້ວ  ແຕ່ວ່່າສູ່ມື້ນີ້ ລຖບລ ຂີ້ຄ້ານສຸດໆ ອາໃສຮູດັງໝູ່ຫັນໃຈ ພໍຢາກວ່າ ມັນບໍ່ເຮັດຫຍັງເລີຍ ອາໃສແຕ່ແສງໄຟເຮືອນເພື່ນ ໃຫ້ລູກອ່ານໜັງສື ຊົ່ວຫຼາຍເຕີບ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard