ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວຫຼວງພຣະບາງ ກັບສນາມກອລ໌ຟ
Anonymous

Date:
ຊາວຫຼວງພຣະບາງ ກັບສນາມກອລ໌ຟ
Permalink   
 


ຊາວຫຼວງພຣະບາງ ກັບສນາມກອລ໌ຟ

f-lp-golf

ເຖີງແມ່ນ ສນາມກອລ໌ຟ (Golf Course) ແຂວງ ຫລວງພຣະບາງ ໄດ້ສ້າງແລ້ວສໍາເຣັຈ ແລະ ນຳໃຊ້ບໍຣິກາຣ ແຕ່ປີກາຍນີ້ມາ ແລ້ວກໍຕາມ ແຕ່ປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ທີ່ຖືກໂຍກຍ້າຍ ໄປຢູ່ບ່ອນໃໝ່ ກໍມີສະພາບ ຄວາມທຸກຂ໌ຈົນ ຢູ່ຄືເກົ່າ ເພາະສະນັ້ນ ທາງກາຣລາວ ບໍ່ຄວນທີ່ຈະ ອະນຸຍາຕ ໃຫ້ສ້າງຂຶ້ນ ແຕ່ຕອນທຳອິດ. ດັ່ງຊາວລາວ ທ້ອງຖີ່ນຜູ້ໜຶ່ງ ເວົ້າວ່າ:

"ບໍ່...ບໍ່ຈໍາເປັນ ປະຊາຊົນ ເດືອນຮ້ອນ ຖ້າວ່າປະຊາຊົນ ເຂົາເຈົ້າຍ້າຍ ອອກໄປແລ້ວ ຄວາມສຸຂຂອງເຂົາ (ເຈົ້າ) ບໍ່ພຽງພໍ ມັນກໍບໍ່ສົມຄວນ ຄວາມລຳບາກມັນ ກໍໜັກກວ່າເກົ່າ ທຸກຂ໌ມັນມາເຖີງ ທຸກຂ໌ຍາກ ອອກໄປຕັ້ງຕົວໃໝ່ ບໍ່ໍ່ໄດ້ທັມດາ ຜູ້ບໍ່ມີ ບັດນີ້ ຈະເອົາຫຍັງເຮັດ ຊົດເຊີຽເຂົາເຈົ້າ ກໍສິຊ່ວຍ ປະມານ ເຄີ່ງໜຶ່ງບໍ? ຄວາມຈິງ ທຸຂ໌ເທົ່າໃດ ...ແຮງຊໍ້າ".

ຊາວລາວດັ່ງກ່າວ ໄດ້ກ່າວຢໍ້າວ່າ ຖ້າຢາກຈະສ້າງ ສນາມກອລ໌ຟ ເພື່ອຜູ້ທີ່ຮັ່ງມີ ແລະ ຣໍ້າຣວຍແທ້ໆນັ້ນ ເປັນຫຍັງ ບໍ່ໄປສ້າງຢູ່ໄກໆ ບ່ອນທີ່ບໍ່ມີ ປະຊາຊົນ ອາສັຍຢູ່ນັ້ນ? ເພາະ ປະຊາຊົນ ທີ່ຖືກຍ້າຍ ໄປນັ້ນ ກໍບໍ່ໄດ້ຮັບ ຄ່າຊົດເຊີຍ ພຽງພໍ ສໍາຫລັບໄປເຣີ່ມຕົ້ນ ຊີວີຕໃໝ່ ເຮັດໃຫ້ເຂົາເຈົ້າ ຍິ່ງມີຄວາມທຸກຂ໌ຈົນ ຫລາຍກວ່າເກົ່າ. ໃນຂນະດຽວກັນ ນີ້ ຊາວລາວ ອີກຜູ້ໜຶ່ງ ຊໍ້າພັດ ໃຫ້ຄວາມເຫັນວ່າ:

"ຈໍາເປັນ... ເພາະວ່າເມືອງ ຫລວງພຣະບາງ ເປັນເມືອງທ່ອງທ່ຽວ ຂອງ ປະເທສລາວ ແຂກຕ່າງປະເທສ ເຂົາກໍມາທີ່ນັ້ນ ແລະ ບັນດາ ປະມຸກຣັຖ ສ່ວນຫລາຍ ກໍຈະມາປະຊຸມ ທີ່ ຫລວງພຣະບາງ ມີຄວາມຈຳເປັນ ເພື່ອຫາຣາຍໄດ້ ເຂົ້າປະເທສ ເຂົາກໍຕ້ອງໄດ້ ຮັບຄ່າຕອບແທນ 100% ເພາະວ່າທີ່ ແຂວງ ຫລວງພຣະບາງ ຣະດັບ ຄວາມຮູ້ ຂອງປະຊາຊົນ ມັນສູງ ເພາະ ສະນັ້ນແຕະຕ້ອງ ບໍ່ໄດ້".

ເຖີງຢ່າງໃດກໍຕາມ ໂຄງກາຣສ້າງ ສນາມກອລ໌ຟ ດັ່ງກ່າວ ແມ່ນບໍຣິສັທ ຊາວເກົາຫລີໃຕ້ ເປັນຜູ້ລົງທຶນ ໃນມູລຄ່າ ປະມານ 30 ລ້ານດອລລາຣ໌ ສະຫະຣັຖ ໂດຽກວມເອົາພື້ນທີ່ ທັງໝົດ ບໍ່ຕໍ່າກວ່າ 900 ເຮັກຕ໊າຣ໌ ແລະ ກໍໄດ້ເຄື່ອນຍ້າຍ ປະຊາຊົນກວ່າ 800 ຄົນ ໄປຢູ່ໃນເຂຕ ທີ່ຈັດສັນໃໝ່.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard