ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂ.ຄຳມ່ວນບໍ່ຕ້ອງການ ກາຊີໂນ
Anonymous

Date:
ຂ.ຄຳມ່ວນບໍ່ຕ້ອງການ ກາຊີໂນ
Permalink   
 


ຂ.ຄຳມ່ວນບໍ່ຕ້ອງການ ກາຊີໂນ

f-thai-lao-bridge3

RFA/Nontharat

ໃນເຂດເສຖກິຈ ພິເສດ ເມືອງທ່າແຂກ ຂ.ຄໍາມ່ວນ ທີ່ກໍາລັງມີ ການກໍ່ສ້າງ ຂຍັບຂຍາຍ ດັດແປງພື້ນທີ່

ໃນມໍ່ໆມານີ້ ຣັຖບານລາວ ໄດ້ອະນຸມັດ ໃຫ້ ແຂວງຄຳມ່ວນ ສ້າງເຂດ ເສຖກິດ ພິເສດ ຂື້ນໃນພື້ນທີ່ ສົ້ນຂົວ ມິຕພາບ ລາວ-ໄທ ເຮັດໃຫ້ ນັກລົງທືນ ຕ່າງຊາດ ຈາກຫລາຍ ບໍຣິສັດ ເຂົ້າໄປ ຈັບຈອງ ພື້ນທີ່ ເພື່ອທໍາການ ລົງທຶນ ຊື່ງປະຊາຊົນ ໃນ ແຂວງຄຳມ່ວນ ກໍດີໃຈ ທີ່ຈະໄດ້ ພັທນາ ຍົກຣະດັບ ຊີວີດ ການເປັນຢູ່ ຂອງ ພວກຂະເຈົ້າ ແຕ່ກໍບໍ່ ຕ້ອງການ ບ່ອນຫລີ້ນ ການພນັນ ຫລື ກາຊີໂນ ໃນເຂດນັ້ນ ເພາະມັນ ຈະເຮັດໃຫ້ ສັງຄົມໃນແຂວງ ເປື່ອຍເຫຍື່ອ. ດັ່ງຄົນໃນແຂວງ ຄຳມ່ວນ ຜູ້ນື່ງເວົ້າວ່າ:

"ຖືວ່າແຕ່ກີ້ ຫລາຍພາກສ່ວນ ໄດ້ຍີນຜິວເຜີນ ເພີ່ນຢາກສ້າງ ບ່ອນການພນັນ ແຕ່ບໍ່ຢາກໃຫ້ ມັນມີ ຍ່ານຕໍ່ຫນ້າ ຄົນລາວ ມັນຊີ່ຫລີ້ນ ການພນັນ ຫຍັງຕ່າງໆ ບໍ່ຢາກໃຫ້ ມັນແຜ່ຂຍາຍ ຫລາຍ".

ຄົນລາວຜູ້ນັ້ນ ເວົ້່າຕໍ່ໄປວ່າ ຫາກໃນເຂດ ເສຖກິດພິເສດ ແຂວງຄຳມ່ວນ ມີບ່ອນຫລີ້ນ ການພນັນ ແນ່ນອນວ່າ ຕ້ອງມີຄົນລາວ ເຂົ້າໄປຫລີ້ນ ເພື່ອຫາລວຍ ທາງລັດ ແຕ່ສ່ວນຫລາຍແລ້ວ ນັກຫລີ້ນ ການພນັນ ຈະບໍ່ມີໃຜລວຍ ມີແຕ່ຈະທຸກຍາກ ຕື່ມຂື້ນ ດ້ວຍການ ສ້າງຫນີ້ສີນເພີ້ມ ໃນທີ່ສຸດ ກໍກາຍເປັນ ບັນຫາ ຂອງສັງຄົມ ແລະ ບັນຫາ ໃນຄອບຄົວ.

ໃນປີ 2011 ມີຫລາຍ ບໍຣິສັດ ສົນໃຈຢາກເປີດ ກາຊີໂນ ໃນເຂດ ເສຖກິດພິເສດ ທີ່ ແຂວງຄຳມ່ວນ ເພື່ອກະຕຸ້ນ ການທ່ອງທ່ຽວ ແລະ ເພື່ອສ້າງລາຍໄດ້ ໃຫ້ແກ່ແຂວງ ຫລັງຈາກ ການເປີດຂົວ ເພາະການມາ ຂອງນັກທ່ອງທ່ຽວ ຕ່າງຊາດ ທີ່ ແຂວງຄຳມ່ວນ ບໍ່ມີຫຍັງ ຈະເປັນທີ່ຈັບໃຈ ໃນການທ່ອງທ່ຽວ ກາຊີໂນ ຖືວ່າເປັນ ສີ່ງກະຕຸ້ນ ນັກທ່ອງທ່ຽວ ແຕ່ທາງການລາວ ບໍ່ ອະນຸຍາດ.



__________________
Anonymous

Date:
Permalink   
 

ຖ້າລູງຈູບມະລີ ໄຊຍະສອນ ຍາກສ້າງຈະວ່າແນວໄດ໋ ໃຜປາກໄດ້?



__________________
Anonymous

Date:
Permalink   
 

ຖ້າລູງເຈົ້າຄິດວ່າ ສ້າງຂື້ນມາແລ້ວ ປະເທດຊາດຈະເຮີນ ກໍໃຫ້ສ້າງໄປ



__________________
Anonymous

Date:
Permalink   
 

 

ຈູມມະລີລາວສົນໃຈແຕ່ເລື້ອງເງິນເຂົ້າຖົງໂຕ

ເອງ,ສ່ວນເລື້ອງອື່ນຫາຍຫ່ວງເລີຍ.ປັຈຈຸບັນ

ພະຍາບານຕົວຢູ່ໄທ,ສົງໃສແກວເອົາຢາເບື່ອ

ໃຫ້ກິນຕອນໄປປະຊຸມຢູ່Hanoi.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard