ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນັກທ່ອງທ່່ຽວຍັງໄປຖີ້ມ ຊີວິດຢູ່ນໍ້າຊອງ
Anonymous

Date:
ນັກທ່ອງທ່່ຽວຍັງໄປຖີ້ມ ຊີວິດຢູ່ນໍ້າຊອງ
Permalink   
 


 

ນັກທ່ອງທ່່ຽວຍັງໄປຖີ້ມ ຊີວິດຢູ່ນໍ້າຊອງ

ທາງການ ເມືອງວັງວຽງ ຍັງບໍ່ສາມາດ ປ້ອງກັນ ບໍ່ໃຫ້ ນັກທ່ອງທ່ຽວ ໄປເສັຍຊີວິດ ໃນນໍ້າຊອງ ໄດ້.

f-tourist-enjoy-vangvieng

ການປົກປ້ອງ ຄວບຄຸມ ກິຈກັມ ຂອງ ນັກທ່ອງທ່ຽວ ຕ່າງຊາດ ທີ່ໄປທ່ອງທ່ຽວ ພັກຜ່ອນ ຫລິ້ນນໍ້າ ໃນນໍ້າຊອງ ແຂວງວຽງຈັນ ນັ້ນເຮັດໄດ້ຍາກ ຍ້ອນວ່າ ມີນັກທ່ອງທ່ຽວ ຈໍານວນຫຼາຍ ແລະ ສ່ວນໃຫຍ່ ກໍຢູ່ໃນວັຍ ຄະນອງ. ການຫ້າມປາມ ບໍ່ໃຫ້ດື່ມເຫລົ້າ ເມົາສຸລາ ແລ້ວໄປຫລິ້ນນໍ້າ ນັ້ນເຮັດໄດ້ຍາກ ເຖິງວ່າທາງການ ຈະມີກົດຣະບຽບ ປ້ອງກັນ ຄວາມປອດພັຍ ໄວ້ແລ້ວ ກໍຕາມ ພວກນັກທ່ອງທ່ຽວ ສ່ວນຫລາຍ ກໍບໍ່ເອົາຫົວຊາ. ດັ່ງເຈົ້າໜ້າທີ່ ຫ້ອງການ ປົກຄອງ ເມືອງວັງວຽງ ແຂວງວຽງຈັນ ໄດ້ເວົ້າວ່າ:

"ພວກເຮົາ ກໍມີກໍານົດ ຣະບຽບ ການຄຸ້ມຄອງ ບາງເທື່ອຂະເຈົ້າ ໄປກິນບ່ອນອື່ນໆ ມາແລ້ວ ນັກທ່ອງທ່ຽວ ຫັ້ນໜາ ແລ້ວໄປຫລິ້ນ ສະຖານທີ່ນັ້ນ ບໍ່ຈໍາເປັນ ຈະໄປກິນທີ່ນັ້ນແຫລ໋ະ ແລະ ບ່ອນອື່ນໆ ກໍມີບ່ອນກິນ ຫລາຍຮ້ານຄ້າ".

ທ່ານເວົ້າ ຕໍ່ໄປອີກວ່າ ມີຫລາຍຄົນ ເຫັນວ່າ ມີຮ້ານຄ້າຂາຍ ເຄື່ອງດື່ມມຶນເມົາ ຕັ້ງຢັງຢາຍ ຢູ່ແຄມແມ່ນໍ້າ ຕລອດສາຍ ເພື່ອໃຫ້ ນັກທ່ອງທ່ຽວ ທີ່ມາຫລິ້ນນໍ້າ ຫາຊື້ໄດ້ງ່າຍ ແລະ ກໍ່ໃຫ້ເກີດ ອັນຕລາຍ ຕາຍດິກນໍ້າ. ຕາມຄວາມຈິງແລ້ວ ນັກທ່ອງທ່ຽວ ບໍ່ຈໍາເປັນ ຈະຕ້ອງຊື້ ແລະກິນດື່ມ ຈາກຮ້ານ ທີ່ຕັ້ງຢູ່ແຄມນໍ້າ. ດ້ວຍເຫດນີ້ ທາງການ ຈຶ່ງບໍ່ໄດ້ ຫ້າມຂາຍເຄື່ອງດື່ມ ມຶນເມົາ ຢູ່ແຄມນໍ້າ ມີແຕ່ ພຍາຍາມສຸມໃສ່ ໃນການກວດກາ ແລະ ຮັກສາ ຄວາມປອດພັຍ ເທົ່ານັ້ນ.

ປັດຈຸບັນ ກະແສນໍ້າ ໃນນໍ້າຊອງ ໄຫລແຮງ ພໍສົມຄວນ ແຕ່ອາກາດ ກໍດີເຮັດໃຫ້ ມີນັກທ່ອງທ່ຽວ ຈໍານວນຫລາຍ ມາພັກຜ່ອນ ເຖິງວ່າຈະມີ ການຕັກເຕືອນ ກ່ຽວກັບ ຄວາມປອດພັຍ ເມື່ອເວລາ ຫລິ້ນ ນໍ້າມ່ວນຊື່ນ ແຕ່ໜ້ອຍຄົນ ທີ່ຈະຟັງ ແລະ ເອົາໃຈໃສ່. ເຈົ້າໜ້າທີ່ ເວົ້າວ່າ:

"ຊ່ວງລະຍະນີ້ ມັນເປັນຊ່ວງທີ່ ອັນຕລາຍ ໜ້ອຍນຶ່ງ ຕອນນີ້ຫ້ວຍນໍ້າ ມັນຈະໄຫລແຮງ ແຕ່ພວກເຮົາ ກໍມີວິທີ ປ້ອງກັນ ນອກຈາກ ຜູ້ທີ່ເມີນເສີຍ ບໍ່ນັບຖື ຣະບຽບກົດໝາຍ ຂອງບ້ານເມືອງ".

ສໍາລັບ ສະຖານທີ່ ຫລິ້ນນໍ້າ ໃນນໍ້າຊອງ ທາງການໄດ້ ເຮັດປ້າຍຕິດ ປະກາດ ເຕືອນກ່ຽວກັບ ຄວາມປອດພັຍ ແຕ່ກໍຍັງ ປາກົດມີ ນັກທ່ອງທ່ຽວ ທີ່ເສັຍຊີວິດ ຕາຍດິກນໍ້າ ຊຶ່ງຫລາຍ ກໍຣະນີ ເປັນຍ້ອນ ການບໍ່ເອົາ ຫົວຊາ ບໍ່ປະຕິບັດ ຕາມກົດເກນ ທີ່ໄດ້ປະກາດ ຫ້າມໄວ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard