ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປ່າໄມ້ລາວຖືກທໍາລາຍ ໂດຍຄົນຕ່າງຊາຕ
Anonymous

Date:
ປ່າໄມ້ລາວຖືກທໍາລາຍ ໂດຍຄົນຕ່າງຊາຕ
Permalink   
 


ປ່າໄມ້ລາວຖືກທໍາລາຍ ໂດຍຄົນຕ່າງຊາຕ

f-illegal-logs-attapeu

ຊັພຍາກອນ ປ່າໄມ້ ໃນລາວ ຖືກລຸກລໍ້າ ທໍາລາຍ ດ້ວຍນໍ້າມື ຂອງພວກ ນັກລົງທຶນ ຕ່າງຊາດ ທີ່ໄດ້ຮັບ ສໍາປະທານ ໃນໂຄງການ ອຸດສາຫະກັມ ເຊັ່ນການ ຂຸດຄົ້ນ ບໍ່ແຮ່

ບໍຣິສັດ ຕ່າງຊາດ ທີ່ເຂົ້າມາ ລົງທຶນ ມັກສວຍໂອກາດ ລຸກລໍ້າທໍາລາຍ ເຂດພື້ນທີ່ ປ່າສງວນ ພື້ນທີ່ ປ່າຫວງຫ້າມ ທີ່ບໍ່ໄດ້ຮັບ ອະນຸຍາດ. ເຈົ້າໜ້າທີ່ ຫ້ອງການ ກົມບໍ່ແຮ່ ແຂວງວຽງຈັນ ເວົ້າວ່າ:

"ທາງບໍຣິສັດ ທີ່ຂໍ ອະນຸຍາດ ໄປເຮັດເໝືອງແຮ່ ແຕ່ວ່າເວລາໄປ ກໍໄປ ທໍາລາຍປ່າ ໄປຕັດຕົ້ນໄມ້ ແນວນັ້ນແນວນີ້ ຫັ້ນໜາ ແບບຄົນສວຍ ໂອກາດເນ໋າະ ໃຊ້ຄໍາວ່າ ສວຍໂອກາດ".

ທ່ານເວົ້າ ຕໍ່ໄປວ່າ ທາງຣັຖບານ ກໍຍັງເປີດ ໂອກາດ ໃຫ້ນັກລົງທຶນ ເຂົ້າມາ ສໍາປະທານ ໃນໂຄງການຕ່າງໆ ໄດ້ຕໍ່ໄປເລື້ອຍໆ ພຽງແຕ່ວ່າ ຈະພິຈາຣະນາ ອະນຸມັດ ໂຄງການ ໃຫ້ລະອຽດ ແລະ ຮອບຄອບ ກວ່າເກົ່າ ເປັນຕົ້ນ ຈະພິຈາຣະນາ ດ້ານນັກວິຊາການ ເງິນທຶນ ເພື່ອການລົງທຶນ ຄວາມເໝາະສົມ ຂອງແຜນ ປະຕິບັດງານ ຫລືໂຄງການ ຊຶ່ງເງື່ອນໄຂຕ່າງໆ ກໍເພື່ອຈະໃຫ້ ສປປ ລາວ ໄດ້ຮັບປໂຍດ ຈາກໂຄງການ ທີ່ສເນີມານັ້ນ ຫລາຍທີ່ສຸດ.

ທາງການລາວ ຍັງມີ ນະໂຍບາຍ ເປີດກວ້າງ ສໍາລັບ ການລົງທຶນ ຈາກຕ່າງປະເທດ ເພື່ອຈະເສີມຂຍາຍ ການຄ້າ ການລົງທຶນ ໃນລາວ ແຕ່ການຕອບສນອງ ຕ້ອງໄດ້ ພິຈາຣະນາ ເຂັ້ມງວດ ເພື່ອ ຫລີກລ້ຽງ ຄວາມຜິດພາດ ແລະ ຊ່ອງຫວ່າງ ທີ່ຈະເປີດໂອກາດ ໃຫ້ນັກລົງທຶນ ເອົາປຽບ ປະຊາຊົນ ລາວ ດັ່ງທີ່ຜ່ານມາ. ເຈົ້າໜ້າທີ່ ເວົ້າວ່າ:

"ຣັຖບານ ກໍຍິນດີ ຕອບສນອງ ໃຫ້ຖ້າເປັນບ່ອນ ທີ່ມີເງື່ອນໄຂ ຫັ້ນນ໋າ ເພາະວ່າມີ ບາງພື້ນທີ່ ຣັຖບານ ຂອງພວກເຮົາ ກໍບໍ່ໄດ້ ອະນຸຍາດໃຫ້ ເປັນຕົ້ນວ່າ ເຂດປ່າສງວນບໍ່".

ເຈົ້າໜ້າທີ່ ຢືນຢັນວ່າ ຣັຖບານ ເລີ້ມເຂົ້າໃຈວ່າ ປະຣິມານ ພື້ນທີ່ປ່າໄມ້ ທີ່ປົກຄຸມໃນລາວ ໄດ້ຫລຸດໜ້ອຍ ລົງເລື້ອຍໆ ຍ້ອນການພັທນາ ໃນໂຄງການຕ່າງໆ ທີ່ບໍ່ມີ ຣະບຽບ ຊຶ່ງຫາກບໍ່ ຣະມັດຣະວັງ ໃນການປ່ອຍ ອະນຸມັດ ໃຫ້ສໍາປະທານ ກໍຍິ່ງຈະມີ ການລຸກລໍ້າ ທໍາລາຍ ເຂດພື້ນທີ່ ປ່າໄມ້ ຕໍ່ໄປເລື້ອຍໆ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard